吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຍິນດີ​ຮ່ວມ​ກັບ​ຟິລິປິ​ນສືບ​ຕໍ່​ແກ້​ໄຂ​ຂໍ້​ຂັດ​ແຍ້​ງທາງ​ທະ​ເລ​ດ້ວຍ​ການ​ເຈລະຈາບົນ​ຈິດ​ໃຈ​ມິດຕະພາບ

2020-07-29 15:33:52 cri

ວັນ​ທີ 28 ກໍລະກົດ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ: ຈີນ​ຊົມ​ເຊີຍທັດສະນະ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້​ຂອງ​​ທ່ານ​ດູ​ເຕີ​ເຕ ປະທານາທິບໍດີ​ຟິລິປິ​ນ, ຍິນ​ດີ​ຮ່ວມ​ກັບ​ຟິລິປິ​ນສືບ​ຕໍ່​ແກ້​ໄຂ​ຂໍ້​ຂັດ​ແຍ້​ງທາງ​ທະ​ເລ​ດ້ວຍ​ການ​ເຈລະຈາຢ່າງ​ສອງ​ຝ່າຍ​ບົນ​ຈິດ​ໃຈ​ມິດຕະພາບ.

ວັນ​ທີ 27 ກໍລະກົດ​ນີ້, ທ່ານ​ດູ​ເຕີ​ເຕ ປະທາ​ນາ​ທິບໍດີ​ຟິລິປິ​ນ​ໄດ້ສະ​ເໜີ​ບົດ​ລາຍ​ງານ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​​ແຜນການ​ແຫ່ງ​ລັດ ​ເຊິ່ງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ຟິລິປິ​ນຈະ​ສືບ​ຕໍ່​ຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງ​ປະ​ເທດ​​​ເອກະລາດ, ບໍ່​ເຂົ້າ​ຂ້າງ​ຝ່າຍ​ຈີນ ຫຼື​ອາ​ເມຣິກາ, ບໍ່​ເຫັນ​ດີ​​ໃຫ້ອາ​ເມຣິກາ​ກັບ​ຄື​ນມາ​ຕັ້ງຖານ​ທັບຢູ່​ຟິລິປິ​ນ, ບໍ່​ເປັນ​ປໍ​ລະ​ປັກ​ກັບ​ຈີນ​​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້. ທ່ານ​ຍັງ​ຫວັງ​ວ່າ: ຈີນ​ສາມາດ​ຄົ້ນຄວ້າ​ຢາ​ວັກ​ແຊັງ​ຕ້ານ​ພະຍາດ​ໂຄ​ວິດ-19 ​ໄດ້ ​ແລະ​ຈະ​ຖື​ເອົາ​ຟິລິປິ​ນ​ເປັນ​ບູລິ​ມະ​ສິດ​ໃນ​ການ​ສະໜອງ​ວັກ​ແຊັງ.

ຕໍ່​ເລື່ອ​ງນີ້, ທ່ານ​ວ່າງ​ເວີນ​ປິ່ນ​ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ວ່າ: ປະ​ເທດ​ໃດໆ​ກໍ​ມີ​ສິດ​ທິຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງ​ປະ​ເທດ​ເອກະລາດ ​ແລະ​ພັດທະນາ​ການ​ພົວພັນ​ຕ່າງປະ​ເທດຢ່າງ​ເປັນ​ເຈົ້າ​ຕົນ​ເອງບົນ​ພື້ນຖານ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ. ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​ຂອງ​ທ່ານ​ດູ​ເຕີ​ເຕສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດພື້ນຖານ​ຂອງ​ປະຊາຊົນ​ຟິລິປິ​ນ, ສອດຄ່ອງ​ກັບ​ຄວາມ​ມຸ້ງ​ຫວັງ​ຮ່ວມ​ກັນ​ຂອງ​ປະ​ເທດ​​ໃນພາກ​ພື້ນ ​ແລະ​ສອດຄ່ອງ​ກັບກະ​ແສຂອງ​ຍຸກ​ສະ​ໄໝ​ທີ່​ພັດທະນາ​ໂດຍ​ສັນຕິ.

ຄຳ​ເຫັນ

0