吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນຊຸກຍູ້​ການ​ປຶກສາ​ຫາລືກ່ຽວ​ກັບ “ກົດ​ແຫ່ງ​ການ​ປະພຶດ​ໃນທະ​ເລ​ຈີນ​ໃຕ້​”

2020-07-29 15:30:08 cri

ວັນ​ທີ 28 ກໍລະກົດ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​​ປະຊຸມ​ຖະ​​ແຫຼ​ງຂ່າວ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ: ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນດາ​ປະ​ເທດ​ອາຊຽນຊຸກຍູ້​ການ​ປຶກສາ​ຫາລືກ່ຽວ​ກັບ “ກົດ​ແຫ່ງ​ການ​ປະພຶດ​ໃນທະ​ເລ​ຈີນ​ໃຕ້​” ​ເພື່ອ​ບັນລຸຕາມ​ເປົ້າ​ໝາຍ​ຂອງ​ກົດ​ແຫ່ງ​ການ​ປະພຶດ​ຮ່ວມ​ກັນ​ລະຫວ່າງ​ຈີນ ​ແລະ​ບັນດາ​ປະ​ເທດ​ອາຊຽນ​ໂດຍ​​ໄວ.

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ເ​ໄມ​ພົມ​​ເພ​ວ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມຣິກາ​​ໄດ້​ລົງ​ບົດ​ຄວາມ​ໃນ​ທະວີ​ເຕີ​ທີ່​ລະບຸກ່າວ​ວ່າ: ທະ​ເລ​ຈີນ​ໃຕ້​ບໍ່​ແມ່ນ “​ເຂດ​ທະ​ເລ​ຂອງ​ຈັກກະພັດ​ຈີນ”, ຈີນ​ລະ​ເມີດ​ກົດໝາຍ​ສາກົນ. ຕໍ່​ເລື່ອງ​ນີ້ ທ່ານ​ວ່າງ​ເວີນ​ປິ່ນ​ຕອບ​ໂຕ້​ວ່າ: ມໍ່ໆ​ມານີ້, ທ່ານ​​​ໄມ​ພົມ​ເພ​ວ​ໄດ້​ສ້າງ​ຖອຍ​ຄວາມ​ກ່າວ​ໂຈມ​ຕີ ​ແລະໃສ່​ຮ້າຍ​ປາຍ​ສີ​ຈີນ​ກ່ຽວ​ກັບ​ບັນຫາ​ທ​ະ​ເລ​ຈີນ​ໃຕ້. ຈຶ່ງ​ຢາກ​ຖາມ​ນັກ​ການ​ເມືອງ​ອາ​ເມຣິກາ​​ຈຳນວນ​ໜຶ່ງ​ວ່າ​ມີເຈດ​ຕະນາ​​ທົງ​ທາຍເກາະ​ຜິດ​ຢູ່​ທະ​ເລ​ຈີນ​ໃຕ້​ຫຼື​ບໍ?

ທ່ານ​ວ່າງ​ເວີນ​ປິ່ນ​ກ່າວ​ຕື່ມ​ວ່າ: ນະ​ໂຍບາຍຂອງ​ຈີນ​ກ່ຽວ​ກັບ​ທະ​ເລ​ຈີນ​ໃຕ້​ບໍ່​ມີ​ການ​ປ່ຽນ​ແປງ, ​ແລະ​ໄດ້ຮັກສາ​ລັກສະນະ​ຕໍ່​ເນື່ອງ ​ແລະ​ໝັ້ນ​ທ່ຽງ. ຈີນ​​ໄດ້​ເອົາ​ໃຈ​ໃສ່ຈັດ​ຕັ້ງ​ປະ​ຕິ​ບັດ​ກົດໝາຍ​ສາກົນ​ຢ່າງ​ເຂັ້ມ​ງວດ​ ລວມທັງ “ສົນທິສັນຍາ​ວ່າ​ດ້ວຍກົດໝາຍທາງທະ​ເລ​ຂອງ​ອົງການ​ສະຫະ​ປະຊາ​ຊາດ”, ຍຶດໝັ້ນ​ຢູ່ບົນ​ພື້ນຖານ​ຄວາມ​ເປັນ​ຈິງ​ທາງ​ປະຫວັດສາດ, ​ແລະ​ອີ​ງຕາມກົດໝາຍ​ສາກົນ, ​ຈີນ​ໄດ້​ຢືນຢັນ​ມາ​ຕະຫຼອດ​ກ່ຽວ​ກັບ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງທາງບົກ ​ແລະ​ທາງ​ທະ​ເລກັບປະ​ເທດ​ໃກ້​ຄຽງດ້ວຍ​ການ​ເຈລະຈາ. ຈີນ​ໄດ້​ໃຫ້ການ​ເຄົາລົບ​ຕໍ່ “ຖະ​ແຫຼ​ງການ​ວ່າ​ດ້ວຍ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້” ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ແລະ​ຍິນ​ດີ​ຮ່ວມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ຊຸກຍູ້​ການ​ປຶກສາ​ຫາລືກ່ຽວ​ກັບ “ກົດ​​ແຫ່ງ​ການ​ປະພຶດ​ໃນທະ​ເລ​ຈີນ​ໃຕ້” ​ເພື່ອ​ບັນລຸ​ເປົ້າ​ໝາຍວ່າ​ດ້ວຍ​ກົດ​ແຫ່ງ​ການ​ປະ​ພຶດລະຫວ່າງຈີນ ​ແລະ​ບັນດາ​ປະ​ເທດ​ອາ​ຊຽນໂດຍ​ໄວ.

ຄຳ​ເຫັນ

0