何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ຕິດ​ເຊື້​ອພະຍາດ​ໂຄ​ວິດ-19 ​ໃນ​ທົ່ວ​ໂລກມີເຖິງ 16.852.522 ຄົນ

2020-07-30 15:12:03 CRI

ຕາມ​ຕົວ​ເລກ​ສະ​ຖິຕິ​ຂອງມະຫາວິທະຍາ​ໄລ​ຈອນ ຮອບ​ກິນ​ສອາ​ເມຣິກາ​ໃຫ້​ຮູ້​ວ່າ: ຈົນ​ຮອດ​ເວລາ 6 ​ໂມງ 34 ນາທີ​ຂອງ​ວັນ​ທີ 30 ກໍລະກົດ​ນີ້ຕາມ​ເວ​ລາ​ປັກ​ກິ່ງ, ​ໃນ​ທົ່ວ​ໂລກລວມມີ​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19 ຈຳນວນ 16.852.522 ຄົນ, ມີ​ຜູ້​ເສຍ​ຊີວິດ 662738 ຄົນ. ອາ​ເມຣິກາ​ແມ່ນ​ປະ​ເທດ​ທີ່​ມີ​ສະພາບ​ພະຍາດ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ໂລກ ​ເຊິ່ງມີ​ຜູ້​ຕິດ​ເຊື້ອພະຍາດ 4.403.935 ຄົນ, ມີ​ຜູ້​​ເສຍ​ຊີວິດ 150.159 ຄົນ.

 

ຕາມ​ຂ່າວ​ຈາກ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ​ໃນ​ວັນ​ທີ 29 ກໍ​ລະ​ກົດ​ນີ້, ຢູ່​ຫວຽດ​ນາມ​ໄດ້​ພົບ ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ເພີ່ມໃໝ່ 12 ຄົນ. ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ, ນະ​ຄອນ​ໂຮ່​ຈີ​ມິນ ແລະ ທ້ອງ​ຖິ່ນ​ອື່ນໆ​ໄດ້​ພົບ​ຜູ້​ຕິ​ດ​ເຊື້​ອ​ອີກ​ໃໝ່​ໃນ 100 ກວ່າ​ມື້​ຜ່ານ​ມາ.

 

ວັນ​ທີ 29 ກໍ​ລະ​ກົດ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຫຼັງ​ຈາກ​ການ​ປຶກ​ສາ​ຫາ​ລື​ກັນແລ້ວ, ຊ່ຽວ​ຊານຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ 2 ທ່ານໄດ້​ເດີນ​ທາງ​ຮອດ​ຈີນ​ເມື່ອ​ກາງ​ເດືອນ​ກໍ​ລະ​ກົດ​ນີ້​ເພື່ອ​ປຶກ​ສາ​ຫາ​ລື​ເພື່ອກະ​ກຽມ​ການ​ຮ່ວມ​ມື​ສືບ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19. ໃນ​ໄລ​ຍະ​ກັກ​ບໍ​ລິ​ເວນ, ຊ່ຽວ​ຊານ​ອົງ​ການ​ອະ​ນາ​ໄມ​ໂລກ ແລະ ຊ່ຽວ​ຊານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ທາງວີ​ດີ​ໂອຫຼາຍ​ເທື່ອ, ໂດຍ​ໄດ້​ແລກ​ປ່ຽນ​ຄວາມ​ເຫັ​ນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ຂອງວຽກ​ງານ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ແລະ ແຜນ​ການ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ໃນ​ບາດ​ກ້າວ​ຕໍ່​ໄປ​ຂອງວົງ​ການ​ວິ​ທະ​ຍາ​ສາ​ດ​ໂລກ​ໃນຂົງ​ເຂດຕ່າງໆ, ເຊັ່ນ: ​ກຸ່ມ​ຄົນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19, ສະ​ພາບ​ແວດ​ລ້ອມ ​ການສືບ​ຫາ​ແຫຼ່ງ​ກຳ​ເນີດ​ຈາກ​ສັດ ຊ່ອງ​ທາງ​ການ​ແຜ່​ລະ​ບາດ ແລະ​ອື່ນໆ.

ຄຳ​ເຫັນ

0