吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຫວັງ​ວ່າ​ບັນດາຝ່າຍ​ທີ່​ກ່ຽວຂ້ອງຈະ​ສາມາດເສີມຂະຫຍາຍ​ບົດບາດ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ ​ແລະ​ຄວາມ​ໝັ້ນຄົງ​ຢູ່​ແຫຼມ​ເກົາຫຼີ

2020-07-30 15:38:14 cri

ວັນ​ທີ 29 ກໍລະກົດ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ໄດ້​ກ່າວໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ວ່າ: ຈີນ​ຫວັງ​ວ່າ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ ​ແລະ​ປະຊາ​ຄົມ​ໂລກ​ຈະສາມາດ​​ເສີມ​ຂະຫຍາຍ​ບົດບາດ​ຢ່າງຕັ້ງໜ້າ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ​ຢູ່​ແຫຼມ​ເກົາຫຼີ ​ແລະ​ສະໜັບສະ​ໜູນ​ການ​ເຈລະຈາ​​ສັນຕິພາບ​ຂອງ​ແຫຼມ​ເກົາຫຼີ​.

ວັນ​ທີ 28 ກໍລະກົດ​ນີ້, ທ່ານ​ໂຢຊີ​ຮີດີ ຊູ​ກາ ​ເລຂາທິການ​ລັດຖະບານ​ຍີ່ປຸ່ນ​ໄດ້​ກ່າວ​ຕອບ​ໂຕ້​ຄຳ​ເວົ້າ​ຂອງ​ຜູ້ນຳ​ສປປ.​ເກົາຫຼີ​ກ່ຽວ​ກັບ​ຄວາມ​ໜ້າ​ເກງ​ຂາມ​ຂອງອາວຸດ​ນິວ​ເຄຼຍວ່າ: ລັດຖະບານ​ຍີ່ປຸ່ນ​ເອົາ​ໃຈ​ໃສ່​ຕິດຕາມການ​ເຄື່ອນ​ໄຫວຂອງ​ສປປ.​ເກົາຫຼີ, ຈະ​ສືບ​ຕໍ່​ຮຽກຮ້ອງ​ໃຫ້​ສປປ.​ເກົາຫຼີ​ປະ​ຖິ້ມ​ໂຄງການ​ອາວຸດ​ນິວ​ເຄຼຍຢ່າງຮອບດ້ານ, ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ປັດຈຸບັນ​ນີ້​ແມ່ນ​ສປປ.​ເກົາຫຼີ​ຄວນຈັດ​ຕັ້ງ​ປະຕິບັດ​ສົນ​ທິສັນຍາ​ລະຫວ່າງອາ​ເມຣິກາ-ສປປ.​ເກົາຫຼີ​ເຊິ່ງລວມທັງ​ການ​ປອດ​ນິວ​ເຄຼຍຢູ່​ແຫຼມ​ເກົາຫຼີຢ່າງຮອບດ້ານ​ໂດຍ​ໄວ.

ທ່ານ​ວ່າງ​ເວີນ​ປິ່ນ​ໄດ້​ຕອບ​​​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ວ່າ: ປັດຈຸບັນ​ນີ້, ຂະ​ບວນການ​ເຈລະຈາ​​ສັນຕິພາບ​ຢູ່​ແຫຼມ​ເກົາຫຼີ​​ໄດ້​ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາ, ສາ​ເຫດ​ຕົ້ນຕໍ​ກໍ​ຍ້ອນ​ວ່າຄວາມ​ສົນ​ໃຈ​ທີ່​ສົມ​ເຫດ​ສົມ​ຜົນ​ຂອງ​ສປປ.​ເກົາຫຼີ​ບໍ່​ໄດ້​ຮັບ​ການ​​​ເອົາ​ໃຈ​ໃສ່ ​ແລະແກ້​ໄຂຕາມ​ສົມຄວນ. ອາ​ເມຣິກາ​ຄວນ​ນຳ​ໃຊ້​ການ​ກະທຳ​ຕົວ​ຈິງ​ດ້ວຍ​ທ່າ​ທີ​ມີ​ຄວາມ​ຮັບຜິດຊອບ​ເພື່ອ​ຊຸກຍູ້​ການ​ເຈລະຈາ​​​ສັນຕິພາ​ບ​ຢູ່​ແຫຼມ​ເກົາຫຼີ. ຈີນ​ຍິນ​ດີ​ສືບ​ຕໍ່​ເສີ​ມຂະຫຍາຍ​ບົດບາດ​ໃນ​ລັກສະນະ​ສ້າງສັນ​​ໃນ​ການ​ແກ້​ໄຂ​ບັນຫາ​ແຫຼ​ມ​ເກົາຫຼີ​​ໃນທາງ​ການ​ເມືອງ. ຂະນະ​ດຽວ​ກັນ ຈີນ​ຍັງ​ຫວັງ​ວ່າ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ລວມທັງ​ຍີ່ປຸ່ນ ກໍ​ຄື​ປະຊາ​ຄົມ​ໂລກຈະ​ສາມາດ​​ເສີມ​ຂະຫຍາຍ​ບົດບາດ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ​ຢູ່​ແຫຼມ​ເກົາຫຼີ ​ແລະ​ສະໜັບສະໜູນ​ການ​ເຈລະຈາ​ສັນຕິພາບ​ຢູ່​ແຫຼມ​ເກົາຫຼີ.

ຄຳ​ເຫັນ

0