何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ຕິດ​ເຊື້​ອພະຍາດ​ໂຄ​ວິດ-19 ​ຢູ່​ອາ​ຟ​ຣິ​ກາ​ ມີ​ເກືອບ 9 ແສນ​ຄົນ

2020-07-30 16:16:21 CRI

ຕາມ​ຕົວ​ເລກ​ສະ​ຖິຕິ​​ຈາກ​ສູນ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ຂອງ​ອາ​ຟ​ຣິ​ກາ​ໃນ​ວັນ​ທີ 29 ກໍ​ລະ​ກົດ​ນີ້​ໄດ້ໃຫ້​ເຫັນ​ວ່າ, ນັບ​ມາ​ຮອດ​ວັນ​ທີ 29 ກໍ​ລະ​ກົດ​ນີ້​ຕາມ​ເວ​ລາ​ປັກ​ກິ່ງ, ຢູ່​ອາ​ຟ​ຣິ​ກາ​ ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ເຖິງ873,303ຄົນ, ​ມີຜູ້​ເສຍ​ຊີ​ວິດ​ 18.496 ຄົນ, ປິ່ນ​ປົວ​ໃຫ້​ຫາຍ​ຂາດ ມີ 523.926 ຄົນ.

ຢູ່​​ອາ​ຟ​ຣິ​ກາ, ປະ​ເທດ​ທີ່​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢ່າງ​ຮຸນ​ແຮງ ມີຄື ອາ​ຟ​ຣິ​ກາ​ໃຕ້, ເອ​ຢິບ, ນີ​ເຊ​ຣີ, ກາ​ນາ, ອານ​ເຊ​ຣີ ແລະ ມາ​ຣົກ.

 

ຄຳ​ເຫັນ

0