覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ:ການ​ຮັບປະກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະບຽບອາຫານ​ຂອງ​ຊາດ​ເປັນ​ສິ່ງ​ທີ່​ທ່ານ​ສີ​ຈິ້ນ​ຜິ​ງ​ເອົາ​ໃຈ​ໃສ່​ຢູ່​ສະ​ເໝີ

2020-07-30 16:49:29 cri


 

ພາກ​ຕາ​ເວັນ​ອອກສຽງ​​ເໜືອ​ແມ່ນ​ແຫຼ່ງຜະລິດ​ສະບຽງ​ອາຫານ​ເພື່ອ​ເປັນ​ສິນຄ້າທີ່​ສຳຄັນ​ທີ່​ສຸດ​ຂອງ​ຈີນ, ​ແຂວງ​ຈີ​ລິນ​ກໍ​ແມ່ນ​ແຫຼ່ງຜະລິດ​ສາລີ​ທີ່​ສຳຄັນ. ວັນ​ທີ 22 ກໍລະກົດ ປີ 2020, ທ່ານ​ສີ​ຈິ້ນຜິ​ງ​ໄດ້​​ເດີນທາງ​ໄປ​ສຳ​ຫຼວດກວດກາ​ການ​ຜະລິດ​ສະບຽງ​ອາຫານ​ຢູ່​ແຂວງ​ຈີ​ລິນ, ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ “ສາງ​ສະບຽງ​ອາຫານ​ຂອງ​ປະ​ເທດຈີນ” ​ມີ​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ​ສຳ​ລັບ​ທ່ານ​ສີ​ຈິ້ນ​ຜິ​ງ. ທ່ານ​ເຄີຍ​ຊີ້​ອອກ​ວ່າ: “ການ​ຮັບປະກັນ​ຄວາມ​​ໝັ້ນ​ຄົງ​ດ້ານ​ສະບຽງ​ອາຫານ​ແມ່ນຫົວ​ຂໍ້​​ສຳ​ຄັນ​ຕະຫຼອດ​ການ, ​ຍາມ​ໃດ​ກໍ​ບໍ່​ໃຫ້​ປ່ອຍປະ​ລະ​ເລີຍ​ຢ່າງ​ເດັດຂາດ.”
 

ສີ​ແສງ​ແຫ່ງ​ຍຸກ:ການ​ຮັບປະກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະບຽບອາຫານ​ຂອງ​ຊາດ​ເປັນ​ສິ່ງ​ທີ່​ທ່ານ​ສີ​ຈິ້ນ​ຜິ​ງ​ເອົາ​ໃຈ​ໃສ່​ຢູ່​ສະ​ເໝີ_fororder_永恒课题1
 

 ວັນ​ທີ 22 ກໍລະກົດ ປີ 2020, ທ່ານ​ສີ​ຈິ້ນຜິ​ງ​ໄດ້​​ເດີນທາງ​ໄປ​ສຳ​ຫຼວດກວດກາ​ການ​ຜະລິດ​ສະບຽງ​ອາຫານ​ຢູ່​ແຂວງ​ຈີ​ລິນ

 

ຢູ່​ໃນ​ປະຫວັດສາດ​ຂອງ​ຈີນ​ເຄີຍ​ເກີດ​ມີໄພ​ອຶດ​​ຫິວໜັກໜ່ວງ​ຫຼາຍ​ເທື່ອ.
 

ທ່ານ​ສີ​ຈິ້ນຜິ​ງ​ເຄີຍ​​ເລົ່າ​ເລື່ອງ​ໜຶ່ງ​ໃຫ້​ຮູ້​ວ່າ: “​ໃນ​ລຸ້ນ​ຄົນ​ພວກ​ເຮົາ​ນີ້​ມີ​ຄວາມ​ຊົງ​ຈຳ​ທີ່​ກິນ​ບໍ່​ອິ່ມ ​ແລະ ອຶດຫິວ ບໍ່​ຫຼາຍ​ກໍ​ໜ້ອຍ. ​ໃນ​​ໄລຍະ​ເກີດ​ໄພ​ທຳ​ມະ​ຊາດ​ເປັນ​ເວລາ 3 ປີ ຄື ລະ​ຫວ່າງ​ປີ 1959-1961, ຂ້າພະ​ເຈົ້າ​ນອນຢູ່​ໂຮງຮຽນ, ອາຫານ​ກໍ​ບໍ່​ຄ່ອຍ​ດີ​ປານ​ໃດ, ​ໃນ​ຕອນ​ຄໍ່າ​ກິນ​ແຕ່​ແກງ​ເທົ່າ​ນັ້ນ, ນີ້ຈຶ່ງ​ເອີ້ນ​ວ່າ “ຮັບປະກັນ​ຄວາມ​ອິ່ນ 70%”, ​ໃນ​​ໄລຍະທີ່​ດຳ​ເນີນ​ “ການ​​ປະຕິວັດ​ວັດທະນະທຳ”, ຂ້າພະ​ເຈົ້າ​ໄປ​​ເຮັດ​ວຽກ​ຢູ່​ຮາກ​ຖານ​ຊົນນະບົດ, ​ເຄີຍ​ມີສະ​ພາບ​ທີ່​ວ່າ 3​ເດືອນ​ບໍ່​​ເຫັນ​​ນໍ້າມັນພໍ​ຢອດ, ​ທັງ​ແມ່ນ “3​ເດືອນ​ທີ່​ບໍ່​ຮູ້ວ່າ​ລົດ​ຊາດ​ຊິ້ນ​ເປັນ​ແນວ​ໃດ”. ​ໃນ​ລະດູ​ໜາວ​ປີ​ນັ້ນ, ທາງ​ບ້ານ​ໄດ້​ຝາກ​ເງິນ​ມາ​ໃຫ້​ໜ້ອຍ​ໜຶ່ງ​, ຂ້າພະ​ເຈົ້າ​ແລະ​​ເພື່ອນ​ຮ່ວມ​ຮຽນ​ທີ່​ອາ​ໄສ​ຢູ່​ໃນ​ເຮືອນ​ຖໍ້າ​ດຽວ​ກັນ​ນັ້ນ​ກໍ​ໄດ້​ຊື້​ຊິ້ນ​ໝູຫຼາຍ​ໂລ​ທີ່​ແຊ່​ເຢັນ​ໃນ​ໄຫ​ຫີນ, ​ໄປຊື້​ກັບ​ມາ​ຍັງ​ບໍ່​ທັນ​ໄດ້​ປຸງ​ແຕ່ງກໍ​ພາ​ກັນ​ຊອຍ​ເປັນ​ປ່ຽງ​ກິນ​ໂລດ, ຈັ່ງ​ແມ່ນ​​ແຊບຊ້ອຍ​ອີ​ຫຼີ! ຫຼັງ​ຈາກ​ນັ້ນ​ພວກ​ເຮົາ​ຫ້າມ​ກັນ​ວ່າ​ຢ່າ​ສູ່​ກິນ​ອີກ​, ຖ້າ​ກິນ​ອີກ​ກໍ​ບໍ່​​ມີ​ຊິ້ນ​ເຫຼືອ​ມາ​ຕົ້ມ​ແລ້ວ. ຊີວິດ​ທີ່​ທຸກ​ຍາກ​ແບບ​ນີ້​ພວກ​ເຮົາ​ລ້ວນ​ແຕ່​ເຄີຍ​ພົບ​ມາ​ແລ້ວ.
 

ສະ​ນັ້ນ, ​ເຂົ້າ​ເບຼກຳ​ໜຶ່ງ, ​ເຂົ້າ​ຖ້ວຍ​ໜຶ່ງ, ສາລີ​​ມານ​ໜຶ່ງ, ​ເບິ່ງ​ແລ້ວ​ຄື​ເປັນ​ສິ່ງ​ທຳ​ມະ​ດາໆ, ​ແຕ່​ມັນ​ມີ​ຄວາມ​ສຳຄັນ​ພິ​ເສດ​ຢູ່​ໃນ​ໃຈ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ. ທ່ານ​ເຄີຍ​ຊີ້​ອອກ​ຢ່າງ​ເຄັ່ງຂຶມ​ວ່າ: “​​ເດັດຂາດ​ບໍ່​ໃຫ້ໂສກ​ນາຕະ​ກຳ​ທາງ​ປະຫວັດສາດ​ເຫຼົ່າ​ນີ້ ​ເກີດ​ຂຶ້ນ​ອີກ.​”
 

ປະຈຸ​ບັນ, ຄວາມ​ຊົງ​ຈຳກ່ຽວ​ກັບ​ຄວາມ​ອຶດຫິວ​ຂອງ​ປະຊາຊົນ​​ໄດ້​ຜ່ານ​ພົ້ນ​ໄປ​​ໄກ​ແລ້ວ. ​ເວົ້າ​ສຳລັບ​ປະຊາຊົນ​ສາມັນ​ແລ້ວ, ການ​ກິນ​ອິ່ມ​ບໍ່​ໄດ້​ເປັນ​ບັນຫາ​ແລ້ວ, ​ແຕ່​ເວົ້າ​ສຳລັບ​ຜູ້ນຳ​ປະ​ເທດ​ໃຫຍ່​ແລ້ວ, ທຸກ​ມື້​ມີ​ເຂົ້າ​ໃຫ້​ປະຊາກອນ 1,4 ຕື້​ຄົນ​​ກິນ​, ມີ​ຄັງ​ສະ​ສົມ​ສະບຽງ​ອາຫານ​ພຽງພໍ​ຫຼື​ບໍ່ ມີ​ຄຸນ​ນະພາ​ບດີ​ຫຼື​ບໍ່, ລາຄາ​ໝັ້ນ​ທ່ຽງ​ຫຼື​ບໍ່, ນີ້​ແມ່ນ​ວຽກ​ງານ​ສຳຄັນ​ອັນ​ດັບ​ໜຶ່ງ​ໃນ​ການ​ປົກຄອງ​ປະ​ເທດ.
 

ຂໍພຽງ​ແຕ່​ເລື່ອງ​ສະບຽງ​ອາຫານ​ບໍ່​ເກີດ​ມີ​ບັນຫາ​ໜັກໜ່ວງ, ສະພາບ​ການ​​ພາຍ​ໃນ​ຈີນ​ກໍ​ຈະ​ສາ​ມາດ​ຮັກສາ​​ໄວ້​ໄດ້​ຢ່າງ​ໝັ້ນຄົງ. ​​ຄົນ​ທັງຫຼາຍ​ຮັບ​ຮູ້ເຫດ​ຜົນ​ນີ້​ດີ, ​ແຕ່​ໃນ​ການ​ປະຕິ​ບັດ​ວຽກ​ງານ​ຕົວ​ຈິງ ​ໂດຍ​ສະ​ເພາະ​ໃນ​ເວລາ​ທີ່​ວຽກ​ງານ​ກະສິກຳພວມ​ຢູ່​ໃນ​ສະພາບ​ການ​ທີ່​ດີ, ກໍ​ມັກ​ຈະ​ເກີດ​​ມີ​ສະ​ພາບ​ປ່ອຍປະ​ລະ​​ເຫຼິ​ງ. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ​ຄິດ​ເປັນ​ຫ່ວງ​ເປັນ​ໃຍ​ຢູ່​ສະ​ເໝີ. ທ່ານ​ເຄີຍ​ຊີ້​ອອກ​ວ່າ: “ບໍ່​ຄວນ​ມີ​ແນວ​ຄິດ​ປະ​ໝາດ ຫຼື ​ເກີດ​ຄວາມ​ປັ່ນ​ປ່ວນ​ໃນ​ບັນຫາ​ສະບຽງ​ອາຫານ, ຍາມ​ໃດ​ເກີດ​ມີ​ບັນຫາ​ໃຫຍ່​​ແລ້ວ, ກໍ​ຈະ​ຕົກ​ເຂົ້າ​ສູ່​ສະພາບ​ຫຍຸ້ງຍາກ​​ເປັນ​ເວ​ລາ​ຫຼາຍ​ປີ, ຖ້າ​ເປັນ​ກໍລະນີ​ແບບ​ນັ້ນ ບໍ່​ມີ​​ໃຜ​ຈະ​ສາມາດ​ຊ່ວຍ​ພວກ​ເຮົາ​ໄດ້.”
 

ປີ​ນີ້​ພະຍາດ​ໂຄ​ວິດ-19 ​ໄດ້​ແຜ່​ລະບາດ​ຢ່າງ​ຮ້າຍ​ແຮງ​ໃນ​ທົ່ວ​ໂລກ, ​ເຮັດ​ໃຫ້​ບັນຫາ​ສະບຽງ​ອາຫານ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ປະຊາ​ຄົມ​ໂລກ. ອີງ​ຕາມ​ບົດ​ລາຍ​ງານ​ “ສະພາບ​ການ​​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​​ດ້ານ​ສະບຽງ​ອາຫານ ​ແລະ ​ໂພ​ສະນາ​ການ​ຂອງໂລກ”ທີ່ 5 ອົງການ​ຈັກ​ຕັ້ງ​ສາ​ກົນ ​ເຊິ່ງລວມທັງ ​ອົງການ​ຟາ​ວ​ຂອງສະຫະ​ປະຊາ​ຊາດ ​ໄດ້​ເຜີຍ​ແຜ່​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ຜົນ​ການ​ປະ​ເມີນ​ຜົນ​ສະ​ບັບໜຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19​ອາດ​ຈະ​ເຮັດ​ໃຫ້​ຈຳນວນ​ຜູ້​ທີ່​ບໍ່​ມີ​ອາຫານ​ພຽງພໍ​ໃນ​ໂລກ​ໂລກ​ເພີ່ມ​ຂຶ້ນ​ອີກ 83 ລ້ານ​ຄົນ ​​ລວມ​ທັງ​ໝົດ ​ແມ່ນ 132 ລ້າ​ນຄົນ​ໃນ​ປີ 2020.
 

​ເມື່ອ​ຜະ​​ເຊີນ​ໜ້າ​ກັບ​ສະພາບ​ການ​ສາກົນ​ທີ່​ສັບສົນ, ຈີນ​ຈະ​ສາມາດ​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ດ້ານ​ສະ​ບຽງ​ອາ​ຫານ​ໄວ້​ໄດ້ຢ່າງ​ໜັກ​ແໜ້ນ​ຫຼື​ບໍ່? ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ​ຄື​ຜູ້ທີ່​ຮັບ​ຮູ້ການ​ຜະລິດ​ກະສິກຳ​ໄດ້​ເປັນ​ຢ່າງ​ດີ​ນັ້ນ​ໄດ້​ເບິ່ງ​ກວ້າງ​ມອງ​ໄກ ​ແລະ ກຳ​ແໜ້ນ​ວຽກ​ງານ​ກະສິກຳ​ມາ​ກ່ອນ​ແລ້ວ.
 

ວັນ​ທີ 25 ກຸມພາ​ປີ 2020, ​ກອງ​ປະ​ຊຸມ​ວຽກ​ງານ​ການ​ຜະລິດ​ກະສິກຳ​ລະດູ​ໃບ​ໄມ້​ປົ່ງ​ທົ່ວ​ປະ​ເທດ​ຈີນ​ໄດ້​ຈັດ​ຂຶ້ນ​ທາງ​ໂທ​ລະ​ພາບ ແລະ ໂທ​ລະ​ສັບ. ​ໃນ​ທຸກ​ປີຜ່ານມາ​ກອງ​ປະຊຸມ​ນີ້​ຈະ​ຈັດ​​ຂຶ້ນ​ໃນກາງ​ ຫຼື ທ້າຍ​ເດືອນ​ມີນາ, ​ແຕ່​ກອງ​ປະຊຸມ​ໃນ​ປີ 2020​ໄດ້​ຈັດ​ຂຶ້ນ​​ໄວ​ກວ່າ​ປີຜ່ານມາ​ເປັນ​ເວລາ​ເກືອບ 1 ​ເດືອນ, ​​ເຊິ່ງກອງ​ປະຊຸມ​ດັ່ງກ່າວ​ໄດ້​​ເປີດ​ກວ້າງ​ອອກ​ໄປ​ສູ່​ໜ່ວຍ​ງານ​ຂັ້ນ​ເມືອງ. ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ໃຫ້ທິດ​ຊີ້​ນຳ​ທີ່​ສຳຄັນ​ຕໍ່​ວຽກ​ງານ​ການ​ຜະລິດ​ກະສິກຳ​ລະດູ​ໃບ​ໄມ້​ປົ່ງ​ຂອງ​ທົ່ວ​ປະ​ເທດ, ​ໂດຍ​ເນັ້ນ​ວ່າ “​ບໍ່​ໃຫ້​ພາດ​ລະ​ດູ​ການ​ຜະລິດ​ກະສິກຳ.”
 

ຄຳ​ເຫັນ​ດັ່ງກ່າວ​ຟັງ​ແລ້ວ​ຄື​ຊິ​ທຳ​ມະ​ດາ, ​ແຕ່​ໃນ​ປີ​ນີ້​ມີ​ຄວາມ​ໝາຍ​ພິ​ເສດ. ຍ້ອນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພະຍາດ​ໂຄ​ວິດ-19, ອຸດສາຫະກຳ ​ແລະ​​ຂະ​ແໜງ​ການ​ບໍລິການ​ໄດ້​ເລື່ອນ​ເວລາ​ການ​ພັດທະນາ, ຍັງ​ສາມາດ​ເລັ່ງ​ໃຫ້​ທັນ​ກັບ​ເວລາ​ໄດ້, ​ແຕ່​ວ່າ​ກະສິກຳ​ມີ​ລັກສະນະ​ທີ່ “​ພາດ​ລະ​ດູ​ການ​ປູກ​ຝັງ​ຍາມ​ດຽວ ກໍ​ຈະ​ກະ​ທົບ​ເຖິງ​ຜົນ​ເກັບ​ກ່ຽວ​ໝົດ​ປີ”. ​ທິດ​ຊີ້​ນຳ​ຂອງທ່ານ​ສີ​ຈິ້ນ​ຜິ​ງ​​ເປັນ​ຄຳ​ເວົ້າ​ທີ່​ຖືກ​ຈຸດ, ​ແຫ່ງ​ຕ່າງໆ ​ແລະ ພາກສ່ວນ​ຕ່າງໆ​ໄດ້​ສຸມ​ທຸກ​ຄວາມ​ພະຍາຍາມ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​​ທິດ​ຊີ້​ນຳ​ດັ່ງ​ກ່າວ​ໃຫ້​ເປັນ​ຮູບ​ປະ​ທຳ.
 

ສີ​ແສງ​ແຫ່ງ​ຍຸກ:ການ​ຮັບປະກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະບຽບອາຫານ​ຂອງ​ຊາດ​ເປັນ​ສິ່ງ​ທີ່​ທ່ານ​ສີ​ຈິ້ນ​ຜິ​ງ​ເອົາ​ໃຈ​ໃສ່​ຢູ່​ສະ​ເໝີ_fororder_永恒课题2
 

ຕອນ​ບ່າຍ​ວັນ​ທີ 22 ກໍ​ລະ​ກົດ​ປີ 2020,ທ່ານສີຈິ້ນຜິງໄປສຳຫຼວດກວດເບິ່ງເຂດສາທິດແກນກາງຂອງແຫຼ່ງຜະລິດມາດຕະຖານເພື່ອຜະລິດວັດຖຸດິບສຳລັບເຮັດອາຫານປອດສານພິດ (ສາລີ) ຂະໜາດລ້ານມູ (ປະມານ66.667ເຮັກຕາ) ຂອງຊາດ.

 

ການ​ຮັບປະກັນ​ຄວາມໝັ້ນ​ຄົງ​ດ້ານ​ສະບຽງ​ອາຫານ, ສິ່ງ​ສຳຄັນ​ຂຶ້ນ​ຢູ່​ກັບ​ການ​ຮັບປະກັນ​ຄວາມ​ສາມາດ​ຜະລິດ​ສະບຽງ​ອາຫານ, ຕ້ອງ​ຮັບປະກັນ​ວ່າ​ສາມາດຜະລິດ​ໃຫ້​ໄດ້ ​ແລະ ສະໜອງ​ຢ່າງພຽງພໍ. ​ເຄື່ອງ​ປູກ​ຂອງຝັງ​ທີ່​ສຳຄັນ​ຢ່າງ​ໜຶ່ງ​ໃນ​ລະດູ​ໃບ​ໄມ້​ຫຼົ່ນ​ແມ່ນ​ສາລີ, ​ເຖິງ​ວ່າ​ສາລີ​ບໍ່​ແມ່ນ​ອາຫານ​ຫຼັກ​ຂອງ​ປະຊາຊົນ​ຈີນ, ​ແຕ່​ແມ່ນ​ສິ່ງ​ສຳຄັນ​ໃນ​ການ​ຄໍ້າ​ຊູ​ການ​ພັດທະນາ​ຂອງ​ຂະ​ແໜງ​ການ​ລ້ຽງສັດ, ​ທັງ​ກ່ຽວ​ຂ້ອງ​ກັບປະຊາຊົນ​ວ່າ​ຈະ​ໄດ້​ມີ​​ຊີ້ນ​ກິນ​ຢ່າງ​ພຽງ​ພໍ​ຫຼື​ບໍ່. ນີ້​ກໍ​ແມ່ນ​ຈຸດປະສົງ​ສຳຄັນທີ່ທ່ານສີຈິ້ນຜິງໄປສຳຫຼວດກວດເບິ່ງເຂດສາທິດແກນກາງຂອງແຫຼ່ງຜະລິດມາດຕະຖານເພື່ອຜະລິດວັດຖຸດິບສຳລັບເຮັດອາຫານປອດສານພິດ (ສາລີ) ຂະໜາດລ້ານມູ (ປະມານ66.667ເຮັກຕາ) ຂອງຊາດ.
 

ທ່ານ​ສີ​ຈິ້ນ​ຜິ​ງຍັງ​ຊີ້​ອອກ​ວ່າ, ຍາມ​ໃດ​ຊາວ​ຈີນ​ກໍ​ຕ້ອງ​ກຳ​ແໜ້ນ​ຖ້ວຍ​ເຂົ້າ​ຢູ່ໃນ​ກຳມື​ຂອງ​ຕົນ​ຢ່າງ​ໜັກ​ແໜ້ນ, ​ໃນ​ຖ້ວຍ​ເຂົ້າຂອງ​ຊາວ​ຈີນ​ເອງ​ຍັງ​ຕ້ອງ​ໃສ່​ສະບຽງ​ອາຫານ​ດີ​ທີ່​ປູກ​ດ້ວຍ​ຕົນ​ເອງ. ສຳລັບ​ຄວາມ​ມຸ່ງ​ຫວັງ​ດ້ານ​ອາຫານ​ຂອງ​ປະຊາຊົນ​ຈີນ, ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ​ຕ້ອງ​ຖື​​ເອົາການ​ເພີ່ມ​ການ​ສະໜອງ​ຜະລິດ​ຕະພັນ​ກະສິກຳ​ທີ່​ມີ​ຄຸນ​ນະພາ​ບດີ​ ​ແລະ ປອດ​ສານພິດ​ໄວ້​ຢູ່​ຖານະ​ພົ້ນ​ເດັ່ນ, ​ເລັ່ງລັດ​ການ​ຜະລິດ​ກະສິກຳ​ແບບ​​ໄດ້​ມາດຕະຖານ ສ້າງ​ຍີ່​ຫໍ້ຊື່​ດັງ, ຕິດຕາມ​ຄຸມ​ຄອງ​ຄວາມ​ປອດ​ໄພ​ດ້ານ​ຄຸນ​ນະພາ​ບ, ຊຸກຍູ້​ການ​ພັດທະນາ​ຜະລິດ​ຕະພັນ​ທີ່​ມີ​ຄຸນ​ນະພາ​ບ, ປະ​ຖິ້ມ​ຜະລິດ​ຕະພັນ​ດ້ອຍ​ຄຸນ​ນະພາ​ບ, ພັດທະນາ​ກະສິກຳ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ​ດ້ວຍ​ຄຸນ​ນະພາ​ບ​ສູງ.
 

ທ່ານ​ຜູ້​ຟັງ, ຄວາມ​ໝັ້ນ​ຄົງ​ດ້ານ​ສະບຽງ​ອາຫານ, ​ເປັນ​ວຽກ​ສຳຄັນ​ອັນ​ດັບ​ໜຶ່ງ​ສຳລັບ​ປະ​ເທດ; ​ທັງ​ເປັນ​ສິ່ງ​ຮັບປະກັນ​ຕໍ່​ການ​ຢູ່​ລອດສຳລັບ​ປະຊາຊົນ. ສຳລັບ​ປະ​ເທດ​ຈີນ​ທີ່​ມີ​ປະຊາກອນ​ຫຼາຍ​ຢູ່​ນີ້​ແລ້ວ, ຄວາມ​ໝັ້ນ​ຄົງ​ດ້ານ​ສະບຽງ​ອາຫານ​ພົວພັນ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ, ​ແລະ ຄວາມສຸກ​ຂອງ​ປະຊາຊົນ, ຕ້ອງ​ດຳ​ເນີນ​​ໄປ​ຢ່າງ​ຕໍ່​ເນື່ອງ​ເປັນ​ເວລາ​ດົນ​ນານ ​ແລະ​ເອົາ​ໃຈ​ໃສ່​ປະຕິບັດດ້ວຍ​ຄວາມ​ພາກ​ພຽນ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ. ກໍ​ຄື​​ດັ່ງ​ທີ່ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ໄວ້​ວ່າ,  “ສຳລັບ​ບັນຫາ​ສະບຽງ​ອາຫານ, ຕ້ອງ​ເບິ່ງ​ຈາກ​ທາງ​ຍຸດ​ທະ​ສາດ, ຕ້ອງ​ເບິ່ງ​ໃຫ້​ເລິກ​ເຊິ່ງ ​ແລະ ກວ້າງ​ໄກ.”

ຄຳ​ເຫັນ

0