刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ມີ​ແຜນ​ຈະ​ຖອນ​ທະ​ຫານ​ເກືອບ 12,000 ຄົນ​ອອກ​ຈາກ​ເຢຍ​ລະ​ມັນ

2020-07-31 10:10:05 cri

 

ວັນ​ທີ 29 ກໍ​ລະ​ກົດ​ນີ້, ທ່ານ​ມາກ ເອ​ສ​ເປີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ອາ​ເມ​ຣິກາ​ມີ​ແຜນ​​ຈະ​ຖອນ​ທະ​ຫານ​ເກືອບ 12,000 ຄົນ​ອອກ​ຈາກ​ເຢຍ​ລະ​ມັນ ແລະ​ຈະ​ມີ​ການ​​ສັບ​ຊ້ອນ​ກຳ​ລັງ​ອີກ​ຄັ້ງ​ໃໝ່ ເຊິ່ງ​ຈຳ​ນວນ​ທະ​ຫານ​ຂອງກອງ​ທັບ​ອາ​ເມ​ຣິ​ກາ​ປະ​ຈຳ​ເຢຍ​ລະ​ມັນ​​ຈາກ​ປະ​ມານ 36,000 ຄົນ​ໃນ​ປັດ​ຈຸ​ບັນ​ຈະຫຼຸດ​ລົງ​ເປັນ​ປະ​ມານ 24,000 ຄົນ.

ທ່ານ​ເອ​ສ​ເປີ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​​ຢູ່​ທຳ​ນຽບ 5 ແຈໃນ​ມື້​ດຽວ​ກັນ​ວ່າ: ໃນ​ຈຳ​ນວນ​ທະ​ຫານ​ອາ​ເມ​ຣິ​ກາ​ທີ່​ຈະ​ຖອນ​ອອກ​ນັ້ນ, ເກືອບ 5600 ຄົນ​ຈະ​ສັບ​ຊ້ອນໄປປະ​ຈຳ​ຢູ່​ແບນ​ຊິກ, ອີ​ຕາ​ລີ, ອັງ​ກິດ​ແລະ​ປະ​ເທດ​ເອີ​ຣົບ​ອື່ນໆ, ມີ​ປະ​ມານ 6400 ຄົນ​ຈະ​ສົ່ງ​ກັບ​ຄືນ​ສູ່​ອາ​ເມ​ຣິ​ກາ.

ທ່ານ​ເອ​ສ​ເປີ​ກ່າວ​ວ່າ: ແຜນ​ການ​ສັບ​ຊ້ອນ​ກຳ​ລັງ​ອີກ​ຄັ້ງໃໝ່​ຂອງກອງ​ທັບ​ອາ​ເມ​ຣິ​ກາ​ເທື່ອ​ນີ້​ ຈະ​ມີ​ຜົນ​ດີ​ຕໍ່​ການ​ຍົກ​ສູງ​ຄວາມ​ສາ​ມາດ​ຂອງ​ອົງ​ການ​ນາ​ໂຕ, ເພີ່ມຄວາມ​ໜ້າ​ເກງ​ຂາມ​ໃຫ້​ກັບ​ຣັດ​ເຊຍ. ແຜນ​ການ​ນີ້​ຈະ​ເລີ່ມ​ປະ​ຕິ​ບັດ​ໃນຫຼາຍ​ອາ​ທິດ​ຕໍ່​ໜ້າ ແລະ​ອາດ​ຈະ​ມີ​ຄ່າ​ໃຊ້​ຈ່າຍຫຼາຍ​ສິບ​ຕື້​ໂດ​ລາ​ສະ​ຫະ​ລັດ.

ເດືອນ​ມິ​ຖຸ​ນາ​ຜ່ານ​ມາ​ນີ້, ທ່ານ​ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາໄດ້​ປະ​ກາດ​ວ່າ: ຈະຫຼຸດ​ຈຳ​ນວນ​ທະ​ຫານ​ອາ​ເມ​ຣິ​ກາ​ປະ​ຈຳ​​ຢູ່ເຢຍ​ລະ​ມັນ​ລົງ​​ເຫຼືອ​ 25,000 ຄົນ ເປັນ​ຍ້ອນ​​ເຢຍ​ລະ​ມັນບໍ່ໄດ້​ຈ່າຍ​ຄ່າ​ອຸດ​ໜູນ​ທາງ​ການ​ທະ​ຫານ​ຕາມ​ກຳ​ນົດ. ຕໍ່​ເລື່ອງ​ນີ້, ທ່ານນາງ​ແອນ​ເຈີ​ລາ ເມີ​​ເຄ້ວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ຖ້າ​ວ່າ​ອາ​ເມ​ຣິ​ກາບໍ່​ຍິນ​ດີ​ແບກ​ຫາບ​ໜ້າ​ທີ່​ຂອງ​ໄລ​ກ​ໃນ​ຖະ​ນະ​ປະ​ເທດ​ໃຫຍ່​ແລ້ວ, ເອີ​ຣົບ​​ຄວນປະ​ເມີນ​ການ​ພົວ​ພັນ​ລະ​ຫວ່າງ​ເອີ​ຣົບ​ກັບ​ອາ​ເມ​ຣິ​ກາ​ຄືນ​ໃໝ່.

ຄຳ​ເຫັນ

0