刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ​​ອະ​ນາ​ໄມ​ໂລກສ້າງ​ຕັ້ງ​ໜ່ວຍ​ງານໃຫ້​ຄຳ​ປຶກ​ສາວິ​ທະ​ຍາ​ສາດ​ກ່ຽວ​ກັບ​ການ​ປະ​ພຶດເພື່ອ​ຊ່ວຍ​ຮັບ​ມື​ກັບ​ສະ​ພາບ​ພະ​ຍາດ​ໂຄວິດ-19

2020-07-31 14:22:26 cri

 

ວັນ​ທີ 30 ກໍ​ລະ​ກົດນີ້, ທ່ານ​ເທ​ໂດຼ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ປະ​ກາດ​ວ່າ: ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ສ້າງ​ຕັ້ງ​ໜ່ວຍ​ງານ​ໃຫ້​ຄຳ​ປຶກ​ສາ​ກ່ຽວ​ກັບການ​ສັງ​ເກດ​ການ​ປະ​ພຶດ​ແລະ​ເຕັກ​ນິກວິ​ທະ​ຍາ​ສາດ​ດ້ານ​ສຸ​ຂະ​ພາບ​ຮ່າງ​ກາຍ ເຊິ່ງ​ເປັນ​ມາດ​ຕະ​ການ​ໃໝ່​ເພື່ອ​ຊ່ວຍ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19.

ທ່ານ​ເທ​ໂດຼ​ສ​ໄດ້​ກ່າວ​ໃນ​ກອ​ງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ວ່າ: ໜ່ວຍ​ງານ​ໃຫ້​ຄຳ​ປຶກ​ສາ​ເຕັກ​ນິກ​ປະ​ກອບ​ດ້ວຍ​ຜູ້​ຊ່ຽວ​ຊານ​ພາຍນອກ 22 ທ່ານ​ທີ່​ມາ​ຈາກ 16ປະ​ເທດ ເຊິ່ງ​ຈະ​ເປັນ​ຜູ້​ໃຫ້​ຄຳ​ແນະ​ນຳ​ແກ່​ອົງ​ການ​ອະ​ນາ​ໄມ​ໂລກ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ ແລະ​ປັບ​ປຸງ​ການ​ປະ​ຍຸກທະ​ຍາ​ສາດ​ກ່ຽວ​ກັບ​ການ​ປະ​ພຶດ​ວິ​ທະ​ຍາ​ສາ​ດ ​ສັງ​ຄົມໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ ເຊິ່ງ​ລວມ​ທັງ​ສະ​ພາບ​ພະ​ຍາດ​ໂຄວິດ-19.

ອົງ​ການ​ອະ​ນາ​ໄມ​ໂລກ​ກ່າ​ວ​ວ່າ: ມີຫຼັກ​ຖານຢືນ​ຢັນວ່າ ສາ​ເຫດ​ສ່ວນ​ໜຶ່ງ​ທີ່​ເຮັດ​ໃຫ້​ບາງ​ປະ​ເທດ​ມີ​ຜູ້​ເປັນ​ພະ​ຍາດ​ເພີ່ມ​ໃໝ່​ຢ່າງ​ຫຼວງຫຼາຍ ​ກໍ​ຍ້ອນ​ວ່າ​ຊາວ​ໜຸ່ມ​ທີ່​ຢູ່ຊີກ​ໂລກ​ເໜືອ​ໄດ້​ລະ​ເຫຼີງ​ສະ​ຕິ​​ລະ​ວັງ​ຕົວຕໍ່​ພະ​ຍາດ​ໃນ​ລະ​ດູ​ຮ້ອນ. ທ່ານ​ເທ​ໂດຼ​ສ​ກ່າວ​ເນັ້ນ​ວ່າ: ​ເມື່ອ​ຜະ​ເຊີນ​ກັບພະ​ຍາດ​ໂຄວິດ-19, ຊາວ​ໜຸ່ມບໍ່​ແມ່ນ​ກຸ່ມ​ຄົນ​ທີ່​ຈະ​ສາ​ມາດ​ຕ້ານ​ທານກັບ​ພະ​ຍາດ​ໄດ້, ເຂົາ​ເຈົ້າ​ກໍ​ຈະ​ຖືກ​ຕິດ​​ແປດເຊື້ອ​ພະ​ຍາດ, ອາດ​ຈະ​ເສຍ​ຊີ​ວິດ, ຍັງ​ຈະ​ເປັນ​ຜູ້​ແຜ່​ເຊື້ອ​ພະ​ຍ​າດ​ໃຫ້​ກັບ​ຄົນ​ອື່ນ​ອີກ​ດ້ວຍ. ທ່ານ​ຮຽກ​ຮ້ອງ​ໃຫ້​ຊາວ​ໜຸ່ມ​​ຈົ່ງໃຊ້​ມາດ​ຕະ​ການ​ປ້ອງ​ກັນ​ທີ່​ຄື​ກັນ ເພື່ອ​ປ້ອງ​ກັນ​ຕົນ​ເອງ​ແລະ​ຄົນ​ອື່ນ.

ຄຳ​ເຫັນ

0