覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລະ​ບົບ​ນຳ​ທາງ​”ເປີຍ​ໂຕວ 3”ຈະ​ໃຫ້​ບໍ​ລິ​ການ​ທີ່​ມີ​ຄຸນ​ນະ​ພາບ​ທີ່​ດີກວ່າ​ເກົ່າ​ແກ່​ລູກ​ຄ້າທົ່ວໂລກ

2020-07-31 16:49:12 cri

ລະ​ບົບ​ນຳ​ທາງ​ດ້ວຍ​ດາວ​ທຽມທົ່ວ​ໂລກ “ເປີຍ​ໂຕວ 3”ໄດ້​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 31 ກໍ​ລະ​ກົດ​ນີ້. ​ທ່ານ​ຢາງຢ​ວີກວ່າງ ຮອງ​ປະ​ທານຄະ​ນະ​ກຳ​ມະ​ການ​ຂົນ​ສົ່ງ​ທາງ​ອະ​ວະ​ກາດ​ຂອງ​ສະ​ຫະ​​ພັນ​ການ​ບິນ​ອະ​ວະ​ກາດ​ສາ​ກົນ, ນັກ​ຄົ້ນ​ຄວ້າ​​ຂອງສະ​ຖາ​ບັນ​ເລກ​ສອງ​ຂອງ​ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ວິ​ທະ​ຍາ​ສາດ​ການ​ບິນ​ອະ​ວະ​ກາດ​ຈີນ​ໃຫ້​ຮູ້​ວ່າ: ໃນ​ອະ​ນາ​ຄົດ, ຄວາມ​ຖືກ​ຕ້ອງ​ແມ່ນ​ຢຳ​ໃນ​ການ​ກຳ​ນົດ​ທີ່​ຕັ້ງ​ຂອງ​ລະ​ບົບ​”ເປີຍ​ໂຕວ 3” ຈະ​ສູງກວ່າ​ເກົ່າ, ​ລູກ​ຄ້າໃນ​ທົ່ວ​ໂລກ​ຈະ​ໄດ້​ຮັບ​ການ​ບໍ​ລິ​ການ​ທີ່​ມີ​ຄວາມ​ແມ່ນ​ຢ້ຳ​ສູງ​ແລະ​ມີ​ຄຸນ​ນະ​ພາບ​ດີກວ່າ​ເກົ່າ.
 

ບຸກ​ຄົນ​ໃນ​ຂະ​ແໜງ​ການ​ນຳ​ທາງ​ດ້ວຍ​ດາວ​ທຽມ​ເຫັນ​ວ່າ: ການ​ອອກ​ແບບ​ຂອງ​ລະ​ບົບ​ “ເປີຍ​ໂຕວ”​ທີ່​ໃຫ້​​ບໍ​ລິ​ການ​ທັງ​ການ​ນຳ​ທາງ​ແລະ​ການ​ສົ່ງ​ຂໍ້​ຄວາມ​ນັ້ນ ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ບໍ່ມີ​ສິ່ງ​ໃດ​ເຂົ້າ​ແທນ​ໄດ້​ໃນຫຼາຍ​ຂົງ​ເຂດ​ຕ່າງໆ​ເປັນ​ຕົ້ນ​ແມ່ນ ການ​ກູ້​ໄພ, ການ​ສື່​ສານ​ສຸກ​ເສີນ,ການ​ຄົ້ນ​ຫາ​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ໄພ​ແລະ​ອື່ນໆ ທັງ​ໄດ້​ນຳ​ພາ​ກະ​ແສ​ການ​ພັດ​ທະ​ນາ​ເຕັກ​ນິກ​ການ​ນຳ​ທາງ​ຂອງ​ໂລກ​ອີກ​ດ້ວຍ.
 

 ປັດ​ຈຸ​ບັນ, ລະ​ບົບ​ນຳ​ທາງ​ດ້ວຍ​ດາ​ວ​ທຽມ​ເປີຍ​ໂຕວ​ສາ​ມາດ​ໃຫ້​ ​ບໍລິ​ການ​ທີ່​ມີ​ຄວາມ​ແມ່ນ​​ຢຳ​ສູງ​ພາຍ​ໃ​ນ​ຂອ​ບ​ເຂດ 10 ແມັດ ແກ່​ລູກ​ຄ້າ​ໃນ​ທົ່ວ​ໂລກ. ທ່ານ​ຢາງ​ຢ​ວີກວ່າງ​ຍັງ​ໃຫ້​ຮູ້​ຕື່ມ​ວ່າ:  ການສຳ​ເລັດ​ການ​ສ້າງ​​ລະ​ບົບ​ນຳ​ທາງ​ດ້ວຍ​ດາວ​ທຽມ​ທົ່ວ​ໂລກ “ເປີຍ​ໂຕວ 3”ຈະ​ສາ​ມາດ​ໃຫ້​ ​ບໍ​ລິ​ການ​ທີ່​ມີ​ຄວາມ​ແມ່ນ​ຢຳ​ສູງກວ່າ​ໄລ​ຍະ​ຜ່ານ​ມາ. ຕົວ​ຢ່າງ​ເຊັ່ນ: ເມື່ອ​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ການ​ນຳ​ທາງ​ຢູ່​ພາກ​ພື້ນ​ດິນ​ຂອງ​ສະ​ໜາມ​ບິນ, ກໍ​ຈະ​ສາ​ມາດ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ເຮືອ​ບິນ​ໃນ​ການ​ລົ​ງ​ຈອດ​ອັດ​ຕະ​ໂນ​ມັດ​ແລະ​ລົງ​ຈອດ​ດ້ວຍ​ຕົນ​ເອງ​ພາຍ​ໃຕ້​ສະ​ພາບ​ອາ​ກາດ​ທີ່​ມີ​ໝອກ​ໜາຫຼື​ສະ​ພາບອາ​ກາດ​ຮ້າຍ​ແຮງກວ່າ​ນັ້ນ.
 

ລະ​ບົບ​ນຳ​ທາງ​ດ້ວຍ​ດາ​ວ​ທຽມ​ເປີຍ​ໂຕວ​ເປັນ​ລະ​ບົບ​ນຳ​ທາງ​ດ້ວຍ​ດາວ​ທຽມ​ທົ່ວ​ໂລກ​ທີ່​ຈີນ​ສ້າງ​ຂຶ້ນ​ດ້ວຍ​ຕົນ​ເອງແລະ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ເປັນ​ອິດ​ສະຫຼະ, ເຊິ່ງ​ລະ​ບົບ​ນີ້​ສາ​ມາດ​ໃຫ້​ບໍ​ລິ​ການ​ຕ່າງໆ​ແກ່​ລູກ​ຄ້າ​ໃນ​ທົ່ວ​ໂລກ​ເຊັ່ນ: ການ​ກຳ​ນົດ​ທີ່​ຕັ້ງ​ທີ່​ມີ​ຄວາມ​ແມ່ນ​ຢຳ​ສູງ​ໃນ​ຕະຫຼອດ​ 24 ຊົ່ວ​ໂມງ​ແລະ​ທຸກ​ສະ​ພາບ​ອາ​ກາດ, ການ​ນຳ​ທາງ ແລະ​ການແຈ້ງ​ເວ​ລາ​ທີ່​ແມ່ນ​ຢຳ.

ຄຳ​ເຫັນ

0