尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ໄມ ພົມ​ເພວ ແລະ​ນັກ​ການ​ເມືອງຜູ້​ອື່ນໆຂອງ​ອາ​ເມ​ຣິ​ກາ​ບັງຄັບໃຫ້ວິສາຫະກິດອາເມຣິກາຕັດການຕິດຕໍ່ພົວພັນກັບຈີນນັ້ນເປັນການກະທຳທີ່ປ່ວງບ້າ

2020-07-31 16:22:00 cri

ທ່ານ ໄມ ພົມ​ເພວ ແລະ​ນັກ​ການ​ເມືອງຜູ້​ອື່ນໆຂອງ​ອາ​ເມ​ຣິ​ກາ​ບັງຄັບໃຫ້ວິສາຫະກິດອາເມຣິກາຕັດການຕິດຕໍ່ພົວພັນກັບຈີນນັ້ນເປັນການກະທຳທີ່ປ່ວງບ້າ_fororder_W020200715505880215990

ຫວ່າງມໍ່ໆມານີ້, ທ່ານ ໄມ ພົມເພວ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ກ່າວປາໄສຢູ່ຫໍພິພິທະພັນນິກສັນແລະຫໍພິພິທະພັນຢູ່ລັດຄາລີຟໍເນຍຂອງອາເມຣິກາ ໂດຍໄດ້ໃສ່ຮ້າຍປ້າຍສີຢ່າງຮຸນແຮງວ່າຈີນໄດ້ບີບບັງຄັບວິສາຫະກິດອາເມຣິກາ,ແລະກ່າວວ່າວິສາຫະກິດອາເມຣິກາທີ່ໄປດຳເນີນທຸລະກິດຢູ່ຈີນ “ໄດ້ປະຈົບປະແຈງພັກຄອງອຳນາດຂອງຈີນ”, ເຮັດໃຫ້ເກີດມີສະພາບ “ຈີນຈີ້ບັງຄັບອາເມຣິກາ”. ທີ່ຈິງແລ້ວ, ທ່ານ ໄມ ພົມເພວກໍຄືນັກການເມືອງຜູ້ອື່ນໆທີ່ມີເຈດຕະນາບັງຄັບໃຫ້ວິສາຫະກິດອາເມຣິກາຖອນຖານການຜະລິດຄືນປະເທດແລະຊຸກຍູ້ໃຫ້ຕັດການຕິດຕໍ່ພົວພັນທາງເສດຖະກິດລະຫວ່າງຈີນ-ອາເມຣິການັ້ນ,ຈຶ່ງແມ່ນມືມືດທາງການເມືອງທີ່ແຊກແຊງຍຸດທະສາດການຄ້າຂອງວິສາຫະກິດອາເມຣິກາຕາມປົກກະຕິຢ່າງປ່າເຖື່ອນແລະສະກັດກັ້ນເສລີພາບໃນການພັດທະນາຂອງວິສາຫະກິດອາເມຣິກາ.
 

ທ່ານ ໄມ ພົມເພວ ໄດ້ອ້າງອີງຕາມຄຳປາໄສຂອງທ່ານ ໂຣເບີດ ໂອເບຣນ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງອາເມຣິກາໃນເມື່ອກ່ອນໂດຍກ່າວວ່າ: “ກຸ່ມບໍລິສັດໂຮງແຮມແມຣິອັດຂອງອາເມຣິກາ, ບໍລິສັດການບິນອາເມຣິກາແລະວິສາຫະກິດອື່ນໆລ້ວນແຕ່ໄດ້ຕັດຖິ້ມຂໍ້ຄວາມທີ່ກ່ຽວພັນເຖິງໄຕ້ຫວັນຢູ່ເທິງເວັບໄຊຂອງບໍລິສັດຕົນ, ເພື່ອຫຼີກເວັ້ນບໍ່ໃຫ້ປັກກິ່ງໂມໂຫ.” ແຕ່ວ່າ: ຜູ້ທີ່ມີຄວາມຮູ້ຮອບຕົວລ້ວນແຕ່ຮູ້ວ່າ: ໄຕ້ຫວັນແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກຈີນໄດ້. ກ່ອນໜ້ານີ້, ກຸ່ມບໍລິສັດໂຮງແຮມແມຣິອັດຂອງອາເມຣິກາໄດ້ຈັດເອົາໄຕ້ຫວັນເຂົ້າໃນບັນຊີລາຍຊື່ “ປະເທດ”, ບໍລິສັດການບິນອາເມຣິກາແລະວິສາຫະກິດອື່ນໆກໍໄດ້ຈັດເອົາໄຕ້ຫວັນເຂົ້າຢູ່ໃນບັນຊີລາຍຊື່ປະເທດໃນອັນດັບດຽວກັບປະເທດຈີນ, ນີ້ເປັນການຝ່າຝືນຫຼັກການ “ປະເທດຈີນດຽວ” ຢ່າງເປີດແປນ, ໄດ້ກະຕຸ້ນຄວາມບໍ່ພໍໃຈໃຫ້ປະຊາຊົນຈີນຢ່າງຮຸນແຮງ.
 

ທ່ານ ໄມ ພົມ​ເພວ ແລະ​ນັກ​ການ​ເມືອງຜູ້​ອື່ນໆຂອງ​ອາ​ເມ​ຣິ​ກາ​ບັງຄັບໃຫ້ວິສາຫະກິດອາເມຣິກາຕັດການຕິດຕໍ່ພົວພັນກັບຈີນນັ້ນເປັນການກະທຳທີ່ປ່ວງບ້າ_fororder_timg
ໃນຊຸມປີຜ່ານມາ, ລາຍຮັບການຈຳໜ່າຍຕໍ່ປີຂອງວິສາຫະກິດທຶນອາເມຣິກາຢູ່ຈີນໄດ້ມີເຖິງ 700 ຕື້ໂດລາສະຫະລັດ, ມີກຳໄລຫຼາຍກວ່າ 50 ຕື້ໂດລາສະຫະລັດ. ຂະນະດຽວກັນ, ສິນຄ້າຂອງຈີນທີ່ມີຄຸນນະພາບດີແລະລາຄາຕ່ຳໄດ້ເຂົ້າເຖິງຫຼາຍໝື່ນຄອບຄົວຢູ່ອາເມຣິກາ,ເຊິ່ງໄດ້ສ້າງຄວາມຜາສຸກໃຫ້ແກ່ຜູ້ບໍລິໂພກ. ອາດເວົ້າໄດ້ວ່າ: ວິສາຫະກິດອາເມຣິກາໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍຈາກຕະຫຼາດຈີນ, ປະຊາຊົນອາເມຣິກາກໍໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ, ຄຳເວົ້າຂອງທ່ານ ໄມ ພົມເພວ ທີ່ວ່າ “ຈີນຈີ້ບັງຄັບອາເມຣິກາ” ເປັນຄຳເວົ້າທີ່ບໍ່ມີມູນຄວາມຈິງ.

ວັນທີ 27 ກໍລະກົດນີ້, ທະນາຄານໂລກໄດ້ເຜີຍແຜ່ບົດລາຍງານຫົວຂໍ້ສະເພາະກ່ຽວກັບການແນະນຳບົດຮຽນສຳເລັດຜົນຂອງຈີນໃນການປັບປຸງສະພາບແວດລ້ອມດ້ານການດຳເນີນທຸລະກິດໃຫ້ດີຂຶ້ນ, ໂດຍຊີ້ໃຫ້ເຫັນວ່າ: ການຈັດອັນດັບຈີນຕາມບົດລາຍງານກ່ຽວກັບສະພາບແວດລ້ອມດ້ານການດຳເນີນທຸລະກິດຂອງທະນາຄານໂລກໄດ້ຫຍັບຈາກອັນດັບທີ 78 ໃນປີ 2018 ຂຶ້ນເປັນອັນດັບທີ 31 ໃນປີ 2020,ໄດ້ກາຍເປັນໜຶ່ງໃນ 10 ກຸ່ມເສດຖະກິດທຳອິດທີ່ມີຈັງຫວະຂອງການປະຕິຮູບທີ່ໄວທີ່ສຸດໃນໂລກເປັນ 2 ປີຕິດຕໍ່ກັນ.

ທ່ານ ໄມ ພົມ​ເພວ ແລະ​ນັກ​ການ​ເມືອງຜູ້​ອື່ນໆຂອງ​ອາ​ເມ​ຣິ​ກາ​ບັງຄັບໃຫ້ວິສາຫະກິດອາເມຣິກາຕັດການຕິດຕໍ່ພົວພັນກັບຈີນນັ້ນເປັນການກະທຳທີ່ປ່ວງບ້າ_fororder_微信图片_20200731162000

ຈາກການບີບບັງຄັບໃຫ້ວິສາຫະກິດອາເມຣິກາຖອນອອກຈາກຈີນ, ຈົນຮອດການປ່າວຂ່າວລືວ່າຈີນ “ບີບບັງຄັບ” ແລະ “ຈີ້ບັງຄັບ”, ທ່ານ ໄມ ພົມເພວ ແລະນັກການເມືອງຜູ້ອື່ນໆຂອງອາເມຣິກາພວມມີເຈດຕະນາຢາກ “ສ້າງຜ້າມ່ານເຫຼັກເພື່ອປິດລ້ອມທາງເສດຖະກິດ”,“ບັງຄັບແລະຊຸກຍູ້ໃຫ້ຕັດການຕິດຕໍ່ພົວພັນທາງເສດຖະກິດລະຫວ່າງຈີນ-ອາເມຣິກາ”ດ້ວຍທຸກວິທີທາງ. ການກະທຳທີ່ລະເມີດກົນເກນທາງເສດຖະກິດ,ຝ່າຝືນຄວາມມຸ່ງມາດປາຖະໜາຂອງວິສາຫະກິດແລະຢູ່ນອກກະແສຂອງຍຸກສະໄໝນັ້ນຍ່ອມຈະບໍ່ປະສົບຜົນສຳເລັດຢ່າງແນ່ນອນ.

ຄຳ​ເຫັນ

0