吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ທ້າ​ທາຍເກາະ​ຜິດ​ຢູ່​ທະ​ເລ​ຈີນ​ໃຕ້​ຂອງ​ອາ​ເມຣິກາ​ພຽງ​ແຕ່​ເຮັດ​ໃຫ້​ຈີນ​ມີ​ຄວາມ​ເດັດດ່ຽວ​ຂຶ້ນ​ຕື່ມ​ໃນ​ການ​ປົກ​ປ້ອງ​ອະທິປະ​ໄຕ​ຂອງ​ປະ​ເທດຕົນ

2020-07-31 17:12:23 cri

ວັນ​ທີ 30 ກໍລະກົດ​ນີ້, ທ່ານ​ເຣີ້ນກົວ​ຊຽງ ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ວ່າ: ການ​ທ້າ​ທາຍເກາະ​ຜິດ​ຢູ່​ທະ​ເລ​ຈີນ​ໃຕ້​ຂອງ​ອາ​ເມຣິກາ​ພຽງ​​​ແຕ່​ເຮັດ​ໃຫ້​ຈີນ​ເພີ່ມ​ຄວາມ​ເດັດດ່ຽວ​ໃນ​ການ​ປົກ​ປັກ​ຮັກສາ​ສິດ​ອຳນາດ​ອະທິປະ​ໄຕ ​ແລະ​ຄວາ​ມໝັ້ນຄົງຂອງ​ຕົນ ​ແລະ​ເດັດດ່ຽວ​ປົກ​ປັກ​ຮັກສາ​ສັນຕິພາບ  ​ແລະ​ສະຖຽນລະ​ພາບ​ຢູ່​ທະ​ເລ​ຈີນ​​ໃຕ້ຕື່ມ​ອີກ.

ນັບ​ແຕ່ຕົ້ນ​ເດືອນ​ກໍລະກົດ​ນີ້​ເປັນ​ຕົ້ນ​ມາ, ກະຊວງການ​ຕ່າງປະ​ເທດ​ອາ​ເມຣິກາ​ໄດ້​ອອກຖະ​ແຫຼງການ​ກ່ຽວ​ກັບ​ທະ​ເລ​ຈີນ​ໃຕ້ ​ເຊິ່ງ​ໄດ້​ຕຳ​ໜິວິຈານຈີນຢ່າງ​ໄຮ້ສາ​ເຫດ​. ທ່ານ​ເຣີ້ນກົວ​ຊຽງ​ກ່າວ​ວ່າ: ຈີນ​ເດັດດ່ຽວ​ຄັດຄ້ານ​ຖະ​ແຫຼ​ງການ​ດັ່ງກ່າວ​ຂອງ​ອາ​ເມຣິກາ. ອາ​ເມຣິກາບໍ່​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຫວັດຄວາມ​ເປັນ​ມາ ​ແລະ​ຄວາ​ມ​ເປັນຈິງ​ພາ​ວະ​ວິ​ໄສຂອງ​ບັນຫາ​ທະ​ເລ​ຈີນ​ໃຕ້, ລະ​ເມີດຄຳ​ໝັ້ນ​ສັນຍາ​ຂອງ​ຕົນ​ວ່າ​ຈະ​ບໍ່​ສະ​ແດງ​ຈຸດ​ຢືນກ່ຽວ​ກັບ​ບັນຫາ​ອະທິປະ​ໄຕ​ໃນ​ທະ​ເລ​ຈີນ​ໃ​ຕ້, ຕຳ​ໜິວິຈານຈີນ​ຢ່າງ​ໄຮ້​ສາ​ເຫດ​ຕາມ​ລຳພັງ​ໃຈ ​ແລະຍຸຍົງ​ສົ່ງ​ເສີມ ​ເພື່ອ​ສ້າງ​ຄວາມ​ຂັດ​ແຍ້​ງລະຫວ່າງ​ປະ​ເທດ​ຢູ່​ພາກ​ພື້ນ, ​ໄດ້​ຈັດສົ່ງ “ກຳ​ປັ່ນ​ບັນທຸກ​ເຮືອບິນ​” ສອງ​ລຳ​ມາຊ້ອມ​ຮົບ​ຢູ່​ທະ​ເລ​ຈີນ​ໃຕ້ ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ “​ລັດທິເຈົ້າ​ອຳນາດ” ​ແລະ​ສອງມາດຕະຖານ​​ຂອງ​ອາ​ເມຣິກາ. ອາ​ເມຣິກາ​ຖື​ວ່າ​ຕົນ​ເອງ “​ເປັນສານ​ໂລກ" ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້, ທີ່​ຈິງ​ແລ້ວ​​ແມ່ນ​ຜູ້​ທ້າ​ທາຍເກາະ​ຜິດຢູ່​ທະ​ເລ​ຈີນ​ໃຕ້, ຜູ້​ທຳລາຍ​ການ​ຮ່ວມ​ມື​ຢູ່​ພາກ​ພື້ນ ​ແລະຍຸຍົງ​ສົ່ງ​ເສີມ​ເພື່ອ​ສ້າງ​ຄວາມ​ຂັດ​ແຍ້​ງ​ລະຫວ່າງປະ​ເທດ.

ຄຳ​ເຫັນ

0