蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວັກ​ແຊັງ​ກັນ​ພະ​ຍາດ​ໂຄວິດ-19 ຊະ​ນິດ​ທຳ​ອິດ​ຂອງ​ຟີ​ລິບ​ປິນ​ອາດ​ຈະ​​ໄດ້ຈາກ​ຈີນ

2020-08-01 15:32:38 CRI

ວັນ​ທີ 31 ກໍ​ລະ​ກົດ​ຜ່ານ​ມາ​ນີ້, ທ່ານ​ໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ກ່າວ​ຄຳ​ປາ​ໄສ​​ຜ່ານທາງ​ໂທ​ລະ​ພາບ​ແຫ່ງ​ຊາດ​ຟີ​ລິບ​ປິນ PTV-4 ​ດ້ວຍ​ຮູບ​ແບບ​ປ່ອຍ​ອັດ​ສຽງວ່າ: ການ​ພົວ​ພັນ​ມິດ​ຕະ​ພາບ​ຟີ​ລິບ​ປິນ-ຈີນ​ພວມ​ໄດ້​​ຮັບຜົນ​​ທີ່​ດີ ​ເຊິ່ງວັກ​ແຊັງ​ກັນ​ພະ​ຍາດ​ໂຄວິດ-19 ຊະ​ນິດ​ທຳ​ອິດ​ຂອງ​ຟີ​ລິບ​ປິນ​ອາດ​ຈະ​​ໄດ້ຈາກ​ຈີນ. ໃນ​ຂະ​ນະ​ດຽວ​ກັນ, ທ່ານ​ປະ​ກາດ​ວ່າ: ຍ້ອນ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ໜັກ​ໜ່ວງ, ເຂດ​ມາ​ນີ​ລາ​ໃຫຍ່ ແລະ ນະ​ຄອນ​ເຊ​ບູ​ຂອງ​ຟີ​ລິບ​ປິນ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ມາດ​ຕະ​ການ “ກັກ​ບໍ​ລິ​ເວນ​ຢູ່​ຕາມ​ຊຸມ​ຊົນ​ທົ່ວ​ໄປ”.

ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ, ທ່ານ​ໂຣດ​ຣີ​ໂກ ດູ​ເຕີ​ເຕ​ໄດ້​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ນັກ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຈີນ ແລະ ບອກ​ປະ​ຊາ​ຊົນ​ຟີ​ລິບ​ປິນ​ໃຫ້​ຮູ້​ວ່າ: ວັກ​ແຊັງ​ກັນ​ພະ​ຍາດ​ໂຄວິດ-19 ທີ່​ອົງ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ນັ້ນ ໄດ້​ຮັບຜົນ​​ທີ່​ດີ​ໃນ​ການ​ທົດ​ລອງ​ທາງ​ຄ​ລີ​ນິກ.

ທ່ານ​ດູ​ເຕີ​ເຕ​ກ່າວ​ຕື່ມ​ວ່າ: ຖ້າ​ໄດ້​ຮັບ​ຢາ​ວັກ​ແຊັງ​ແລ້ວ, ລັດ​ຖະ​ບານ​ຈະ​ແຈກ​ໃຫ້​ປະ​ຊາ​ຊົນ​ໂດຍ​ບໍ່​ເກັບ​ຄ່າ ແລະ ແຈກ​ໃຫ້​ກຸ່ມ​ຄົນ​ທຸກ​ຍາກ, ກຸ່ມ​ຄົນ​ດ້ອຍ​ໂອ​ກາດ, ຜູ້​ປ່ວຍ​ໃນ​ໂຮງ​ໝໍ, ເຈົ້າ​ໜ້າ​ທີ່​ທະ​ຫານ​ ແລະ ຕຳຫຼວດເປັນ​ບູ​ລິ​ມະ​ສິດ.

ຄຳ​ເຫັນ

0