刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂສມໜ້າ​ຂອງ​ເຂົາ​ເຈົ້າ

2020-08-01 09:56:23 cri

 

ໃນ​ໃຈ​ຂອງ​ພໍ່​ແມ່ເຂົາເຈົ້າຄືທະຫານນ້ອຍ; ​ໃນ​ໃຈ​ຂອງຜູ້ບ່າວ​ຜູ້​ສາວ, ເຂົາເຈົ້າຄື​ອ້າຍບ່າວ​ທະຫານ ແລະກຸຫຼາບເຫຼັກ; ​ໃນ​ໃຈ​ຂອງ​ປະຊາຊົນເຂົາເຈົ້າຄືທະຫານຜູ້ເປັນລູກຫຼານທີ່ມາຊ່ວຍເຫຼືອແກ້ໄຂຄວາມຫຍຸ້ງຍາກ.

 

ຢູ່​ປະ​ເທດ​ຈີນ, ​ເຂົາ​ເຈົ້າ​ຖືກ​ຂະ​ໜາມ​ນາມ​ວ່າ “ຜູ້​ທີ່ໜ້າ​ຮັກ​ທີ່​ສຸດ”, “ນັກຮົບຜູ້ເປັນລູກຫຼານ​ຂອງ​ປະຊາຊົນ” ​ແລະ “ກຳ​ແພງ​ເຫຼັກກ້າ”, ບໍ່​ວ່າຈະແມ່ນໜ້າທີ່​ປ້ອງ​ກັນ​ປະ​ເທດ​​ໃນຍາມ​ສົງຄາມ ຫຼື​ປ້ອງ​ກັນຊາ​ຍ​ແດນຂອງປະເທດຊາດ; ບໍ່​ວ່າ​ໃນເວລາຕ້ານ​ກັບ​ພະຍາດ​ໂຄ​ວິດ-19 ຫຼື​ກູ້​ໄພ​ນ້ຳ​ຖວ້ມ, ​ເຂົາ​ເຈົ້າ​ລ້ວນແຕ່ແມ່ນ​ກຳລັງສຳຄັນ​ໃນ​ການ​ປົກປ້ອງ​ຄວາມ​ໝັ້ນຄົງ​ຂອງ​ຊາດ ​ແລະ​ຄວາມປອດໄພຂອງປະຊາຊົນ.

 

ຢູ່​ຕ່າງປະ​ເທດ, ​ເຂົາ​ເຈົ້າສັງກັດໃນກອງ​ທັບ “ໝວກ​ສີຟ້າ”, ຢູ່ 7 ​ເຂດແຄວ້ນເພື່ອເຮັດ​ໜ້າ​ທີ່​ຮັກສາ​ສັນຕິພາບ​ຂອງ​ອົງການ​ສະຫະ​ປະຊາຊາດ, ​​ເຂົາ​ເຈົ້າ​ເປັນ​ກຳລັງທີ່ເດັດດ່ຽວເຂັ້ມແຂງໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ໂລກ​.

 

ຊື່ດຽວກັນ​ຂອງ​ເຂົາ​ເຈົ້າ​ແມ່ນ: ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ

 

​ວັນ​ເກີດ​ຮ່ວມຂອງ​ເຂົາ​ເຈົ້າ​ແມ່ນ: ວັນ​ທີ 1 ສິງຫາ​ປີ 1927. ມື້​ນີ້​ແມ່ນ​ວັນ​ເກີດ​ຂອງ​ເຂົາ​ເຈົ້າ.

 

ໂສມໜ້າ​ຂອງ​ເຂົາ​ເຈົ້າ

ການ​ສວນສະໜາມ​ເພື່ອສະ​ເຫຼີ​ມສະຫຼອງວັນສ້າງ​ຕັ້ງກ​ອງທັບປົດ​ປ່ອຍປະ​ຊາ​ຊົນ​ຈີນ​

ຄົບຮອບ 90 ປີທີ່​ຈັດ​ຂຶ້ນ​​​ໃນ​ວັນ​ທີ 30 ກໍລະກົດ​ປີ 2017

 

ໂສມໜ້າ​ຂອງ​ເຂົາ​ເຈົ້າ_fororder_图2  庆祝中国人民解放军成立90周年阅兵活动受阅部队就位(李晋拍摄)

ກ້ອນ​ກຳລັງ​ສວນສະໜາມ​ເພື່ອ​ສະ​ເຫຼີ​ມສະຫຼອງ​

ວັນ​ສ້າງ​ຕັ້ງກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ຄົບຮອບ 90 ປີ

 

ໂສມໜ້າ​ຂອງ​ເຂົາ​ເຈົ້າ_fororder_图3 庆祝中国人民解放军成立90周年阅兵式上,搭乘运兵车的解放军士兵全副武装通过检阅台(李晋拍摄)

ທະຫານທີ່ປະກອບອາວຸດຄົບຊຸດໄດ້ຂີ່ລົດບັນທຸກແລ່ນຜ່ານເວທີທ່ານປະທານ

 

ໂສມໜ້າ​ຂອງ​ເຂົາ​ເຈົ້າ_fororder_图4 凌晨时分,中国维和士兵在南苏丹瓦乌维和营地执勤警戒。(李晋拍摄)

ທະຫານຮັກສາ​ສັນຕິພາບ​ຈີນເຟົ້າຍາມ​ຢູ່​ຄ້າຍ​ທະຫານ​ຮັກສາ​ສັນຕິພາບວາ​ອຸ​ປະເທດຊູ​ດັງ​ໃຕ້

 

ໂສມໜ້າ​ຂອງ​ເຂົາ​ເຈົ້າ_fororder_图5 驻港部队某部特战连进行反恐训练。(李晋拍摄)

ກອງຮ້ອຍສູ້ຮົບພິ​ເສດ​ປະຈຳ​ຢູ່​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ດຳ​ເນີນ​ການ​ຝຶກຊ້ອມຕ້ານການ​ກໍ່​ການ​ຮ້າຍ

 

ໂສມໜ້າ​ຂອງ​ເຂົາ​ເຈົ້າ_fororder_图6 中俄海军陆战队联合训练活动在湛江某训练场举行,中国陆战队员为俄军展示高空滑降,宛如“天外飞仙”。(李晋拍摄)

ການຝຶກຊ້ອມຮ່ວມ​ກັນ​ຂອງ​ກອງທັບເຮືອສະເທືອນນຳສະເທືອນບົກຈີນ-ຣັດເຊຍ

ທີ່ຈັດຂຶ້ນຢູ່ນະຄອນຈ້ານຈ່ຽງຈີນ

 

ໂສມໜ້າ​ຂອງ​ເຂົາ​ເຈົ້າ_fororder_图7 “和平号角-2018”上海合作组织第五届军乐节在北京居庸关长城北关广场举行。中国人民解放军军乐团在长城脚下奏响军歌。(李晋拍摄)

ກອງດຸລິຍາງກອງທັບປົດປ່ອຍປະຊາຊົນຈີນບັນເລງເພງປະຈຳຂອງຕົນຢູ່ຕີນກຳແພງເມືອງຈີນ

 

ໂສມໜ້າ​ຂອງ​ເຂົາ​ເຈົ້າ_fororder_图8 中国人民解放军某师集训(李晋拍摄)

ການຝຶກຊ້ອມຂອງກອງພົນໜຶ່ງໃນກອງທັບປົດປ່ອຍປະຊາຊົນຈີນ

 

ວັນ​ປົກກະຕິ, ປະຊາຊົນ​ບໍ່​ຮູ້ຈັກ​ເຂົາ​ເຈົ້າ, ຊຸດ​ການ​ທະຫານ​ສີ​ຂຽວ​ແມ່ນ​ສີ​ທຳ​ມະ​ດາ​ທີ່​ສຸດ. ​ໃນ​ເວລາ​ມີ​ຄວາມ​ຜາ​ສຸກ, ປະຊາຊົນ​ກໍ​ບໍ່​ສົມ​ໃຈ​ເຂົາ​ເຈົ້າ, ​ເຄື່ອງໝາຍສີ​ແດງ​ຢູ່​ເທິງ​ໝວກຂອງ​ເຂົາ​ເຈົ້າ​ເຫຼື້ອມຍິບຍິບຢູ່​ຫ່າງ​ໄກ. ​ແຕ່​ໃນ​ວິ​ກິດ​ການ, ​ເຂົາ​ເຈົ້າ​ຈະ​ກາຍ​ເປັນ​ໂລ່​ຂອງ​ປະຊາຊົນ.

 

 

ໂສມໜ້າ​ຂອງ​ເຂົາ​ເຈົ້າ_fororder_无标题1

ນັກຮົບ​ແມ່ຍິງ​ລຶບ​ນໍ້າ​ຕາ​ຂອງ​ລູກ ​ແລະ​ກຽມ​ໄປ​ນະຄອນ​ອູ​ຮັ້ນ

 

ນັກຮົບ​ແມ່ຍິງ​ໃນ​ຮູບ​ພາບ​ນີ້ຊື່​ອູ​ຢາ​ລີ້ ​ແມ່ນ​ພະນັກງານ​ຂອງ​ມະຫາວິທະຍາ​ໄລ​ການ​ແພດກອງທັບ​ທາງບົກ​ຈີນ, ​ໃນ​ວັນ​ທີ 30 ທັນວາ​ຕາມ​ຈັນທະຄະຕິ​ຈີນ, ນາງ​ໄດ້​ຮັບ​ຄຳ​ສັ່ງໃຫ້​ເຂົ້າ​ຮ່ວມ​ໜ່ວຍ​ງານ​ການ​ແພດ​​ເພື່ອເດີນທາງໄປ​ແຖວ​ໜ້າເພື່ອ​ປ້ອງ​ກັນ ​ແລະ​ຄວບ​ຄຸມພະ​ຍາດ​ໂຄ​ວິ​ດ-19 ຢູ່​ນະຄອນ​ອູ​ຮັ້ນ. “ຢ່າ​ຮ້ອງໄຫ້, ​ແມ່​ໄປ​ຊ່ວຍ​ເຫຼືອ​ຄົນ​ຫຼາຍ​ກວ່າ​ເກົ່າ.” ນັກ​ຮົບ​ເພດຍິງຜູ້ນີ້ໄດເອົາມືສອງເບື້ອງລູນໂຈມໃບໜ້າຂອງລູກສາວ ພາບນີ້ໄດ້ສ້າງຄວາມປະທັບໃຈໃຫ້ປະຊາຊົນເປັນຈຳນວນຫຼວງຫຼາຍ.

 

ໂສມໜ້າ​ຂອງ​ເຂົາ​ເຈົ້າ_fororder_无标题2

ເດັກນ້ອຍ​ທີ່​ຫາກໍ່ເກີດໃໝ່ໃນເວລາ​ຕ້ານ​ກັບ​ພະຍາດ​ໂຄ​ວິດ-19 ຢູ່​ໂຮງໝໍ​ເຂດສູ້ຮົບ​ພາກ​ກາງ

 

ທ່ານ​ນາງ​ເຊີນ​ຢີງ ​ຮອງ​ຫົວໜ້າ​ພະ​ແນ​ກ​ປະສູດຂອງ​ໂຮງໝໍ​​ເຂດສູ້ຮົບ​ພາກ​ກາງ ກໍ​ຄື​ພະນັກງານ​​ການ​ແພດ​ໄດ້ເຂົ້າໄປຊ່ວຍ​ກອບ​ກູ້​ເປັນ​ເວລາ 14 ວັນ ຈົ່ງ​ໃຫ້​ຜະດຸງຄັນ​ທີ່​ເຊື້ອ​ພະຍາດ​ໂຄ​ວິດ-19 ​ເກີດ​ລູກ​ຢ່າງ​ມີ​ສຸຂະພາບ​​ແຂງ​ແຮງ, ​ເດັກນ້ອຍ​ບໍ່ເຊື້ອ​ພະຍາດ.

 

ໂສມໜ້າ​ຂອງ​ເຂົາ​ເຈົ້າ_fororder_无标题3

 ທ່ານ​ນາງ​ເຊີນ​ເວີ່​ຍຊັກ​ຢາ​ວັກ​ແຊັງ​ກ່ອນຈະອອກເດີນທາງ​ໄປ​ນະຄອນ​ອູ​ຮັ້ນ

 

ທ່ານ​ນາງ​ບັນດິດເຊີນ​ເວີ່​ຍ, ​ແມ່ນ​ຜູ້​ຊ່ຽວຊານ​ດ້ານ​​ເຊື້ອ​ພະຍາດ​ຈຸ​ລະ​ຊີບ ແລະລະບາດວິທະຍາ​ຈີນ ທັງ​​ແມ່ນ​ນາຍພົນ​ເພດຍິງ. ​ໃນ​ປີ 2003, ນາງ​ໄດ້​ໄປ​ຮອດໄປເຖິງໂຮງໝໍໂລກ SARS ທົ່ວປະເທດຈີນທັງໝົດ 83 ​ແຫ່ງ ​ເພື່ອ​ຄົ້ນຄວ້າ​ຢາ​ຕ້ານກັບ​​ພະຍາດ​ທົ່ວ​​ໄປກັບທີມງານຄົ້ນຄວ້າ​ ​ເ​ຊິ່ງ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ໃນ​ການ​ຕ້ານ​ພະຍາດ SARS; ​ໃນ​ປີ 2014, ຢູ່​ແນວໜ້າ​ຕ້ານ​ກັບ​ພະຍາດ Ebola, ນາງ​ພ້ອມ​ດ້ວຍ​ຄະນະ​ໄດ້​ຄົ້ນຄວ້າ​ຢາ​ວັກ​ແຊັງ ​ເຊິ່ງ​​ເປັນ​ຢາ​ວັກ​ແຊັງ​ທີ່​ຄົ້ນຄວ້າດ້ວຍ​ຕົນ​ເອງ​ຂອງ​ຈີນ​ທີ່​ທົດ​ລອງ​ຢູ່​ຕ່າງປະ​ເທດ​ຢ່າງ​ສຳ​ເລັດ​ຜົນ​ເປັນ​ເທື່ອ​ທຳ​ອິດ, ສະ​ນັ້ນ ນາງຈຶ່ງຖືກ​ຂະໜາມນາມ​ໂດຍ​ປະຊາຊົນທ້ອງ​ຖິ່ນ​ວ່າ “ຜູ້ດັບສູນເຊື້ອ​ພະຍາດ”. ​ໃນ​ປີ 2020, ຢາ​ວັກ​ແຊັງ​ຕ້ານ​ກັບ​ພະຍາດ​ໂຄ​ວິດ-19 ທີ່​ຄົ້ນ​ຄວ້າ​ໂດຍ​ທີມງານຄົ້ນຄວ້າວິທະຍາສາດທີ່ນຳພາໂດຍນາງເຊີນເວີ່ຍໄດ້ຖືກຮັບຮອງການຂຶ້ນທະບຽນ ເພື່ອຄົ້ນຄວ້າໃນການປິ່ນປົວຕົວຈິງໂດຍໄດເຂົ້າສູ່ການທົດລອງຢູ່ໂຮງໝໍຢ່າງເປັນທາງການ ເຊິ່ງໄດ້ສ້າງຄວາມຫວັງໃຫ້ປະຊາຊົນ.

 

“ສະພາບພະຍາດລະບາດຄືພາວະສົງຄາມ, ເຂດເກີດພະຍາດຄືເຂດສຸ້ຮົບ” ນາງກ່າວວ່າ: ວຽກງາອເຫຼົ່ານີ້ລ້ວນແຕ່ແມ່ນສິ່ງທີ່ຕົນຄວນເຮັດເພື່ອໃຫ້ສົມກັບຊຸດທະຫານທີ່ຕົນໃສ່ໃນຖານະທະຫານຈີນ.

 

 

ໂສມໜ້າ​ຂອງ​ເຂົາ​ເຈົ້າ_fororder_无标题4

 

ເດືອນ​ກໍ​ລະ​ກົດ​ປີ 2020, ຢູ່​ພາກ​ໃຕ້​ຂອງ​ຈີນ​ໄດ້​ມີ​ຝົນ​ຕົກ​​ໜັກດ​ຕໍ່​ກັນຫຼາຍ​ມື້ ໂດຍ​ໄດ້​ເຮັດ​ໃຫ້ຫຼາຍ​ແຫ່ງ​ເກີດ​ມີ​ໄພ​ນ້ຳ​ຖ້ວນ. ທະ​ຫານກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ, ນາຍ​ແລະ​ພົນ​ທະ​ຫານກອງ​ຕຳຫຼວດ​ປະ​ກອບ​ອາ​ວຸດແລະ​ທະ​ຫານ​ລາດ​ຈຳ​ນວນ 33,000 ກວ່າ​ຄົນ​ໄດ້​ສູ້​ຊົນ​ຢ່າງ​ຄຽງ​ບ່າ​ຄຽງ​​ໄຫຼ່​ຢູ່​ແນວ​ໜ້າ​ຕ້ານ​ໄພ​ນ້ຳ​ຖ້ວມ ເພື່ອ​ຮັກ​ສາ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ແລະ​ຊັບ​ສິນ​ຂອງ​ປະ​ຊາ​ຊົນ​ຢ່າງ​ສຸດ​ຄວາມ​ສາ​ມາດ.

 

ໂສມໜ້າ​ຂອງ​ເຂົາ​ເຈົ້າ_fororder_无标题5

 

ຫວ່າງມໍ່ໆ​ນີ້, ທະ​ຫານ​ທີ່​ໄປຕ້ານ​ໄພ​ນໍ້າ​ຖ້ວມ​ຢູ່​ຕາ​ແສງ​ກາງ​ໂຂ້​ເຈ່ຍ​ຂອງ​ແຂວງ​ຈ່ຽງ​ຊີ່​ໄດ້​ເຮັດ​ສຳ​ເລັດ​ໜ້າ​ທີ່​ພາຍຫຼັງ​ໄດ້​ສູ້​ຊົນ​ເປັນ​ເວ​ລາ 10 ກວ່າ​ມື້. ເພື່ອບໍ່​ສ້າງຄວາມ​ລຳ​ບາກ​ໃຫ້​ກັບ​ພວກ​ຊາວ​ບ້ານ, ພວກ​ທະ​ຫານ​ຕັ້ງ​ໃຈ​ເວົ້າ​ນຳ​ຊາວ​ບ້ານ​ວ່າ: ຈະ​ອອກ​ຈາກ​ບ້ານ​ໃນ​ເວ​ລາ 7 ໂມງ​ຂອງ​ຕອນ​ເຊົ້າ​ມື້​ທີ​ສອງ, ແຕ່​ເຂົາ​ເຈົ້າ​ໄດ້​ອອກຈາກ​ບ້ານ​ຢ່າງງຽບໆ​ໃນ​ຕອນ​ຂ້ອນ​ແຈ້ງ​. ຊາວ​ບ້ານ​​ມີ​ແຜນ​ຈະ​ຈັດ​ພິ​ທີ​ສົ່ງ​ທະ​ຫານ​​ກັບ​ຄືນ​ກົມ​ກອງດ້ວຍ​ການ​ຕີ​ກອງ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​​ຂອງທ້ອງ​ຖິ່ນ ແຕ່ບໍ່​ທັນ​​ເວ​ລາ​ໃນ​ທີ່​ສຸດ. ປ້າ​ຊາວ ໜຶ່ງ​ໃນ​ທິມ​ຕີ​ກອງນ້ຳ​ຕາ​ໄຫຼ​ຈົນ​ຕາ​ແດງ ທັງ​ເວົ້າ​ວ່າ: “​ເສຍ​ດາຍຫຼາຍແທ້ໆ​ທີ່​ພາດ​ໂອ​ກາດ​ໄປ​ສົ່ງ​ເຂົາ​ເຈົ້າ, ເຂົາ​ເຈົ້າ​ກໍ​ຄື​ລູກຫຼານ​ຂອງ​ພວກ​ເຮົາ, ມີອາ​ຍຸ​ນ້ອຍ​ແຕ່​ລຳ​ບາກຫຼາຍ. ເຂົາ​ເຈົ້າ​ເກັ່ງ​ຫຼາຍ!”

 

ໂສມໜ້າ​ຂອງ​ເຂົາ​ເຈົ້າ_fororder_无标题9

 

“​ຕ້ອງ​ສູ້​ຊົນ​ຢ່າງ​ຄຽງ​ບ່າ​ຄຽງ​ໄຫຼ່ກັບ​ປະ​ຊາ​ຊົນ​ນັບ​ເປັນ​ພັນ​ເປັນ​ໝື່ນ​ຄົນ, ​ນໍ້າ​ໄຫຼ​ຖ້ວມບໍ່​ຢຸດ, ພວກ​ເຮົາ​ກໍ​ຈະ​ບໍ່​​ຢຸດ!” ນີ້​ແມ່ນ​ຄຳ​ໝັ້ນ​ສັນ​ຍາ​ທີ່​ໜັກ​ແໜ້ນ​ຂອງ​ທະ​ຫານ​ຈີນ​ທີ່​ໃຫ້​ໄວ້​ກັບ​ປະ​ຊາ​ຊົນ ດັ່ງ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: “ຮາກ​ເຫ​ງົ້າ​ຂອງກອງ​ທັບ​ປະ​ຊາ​ຊົນ​ຕ້ອງ​ຝັງ​ເລິກ​ຢູ່ໃນ​ດິນ​ໜາ​ທ່າມ​ກາງ​ປະ​ຊາ​ຊົນ​, ກຳ​ລັງ​ຍິ່ງ​ໃຫຍ່​ຂອງ​ສົງ​ຄາມ​ປະ​ຊາ​ຊົນ ໄດ້​ມາ​ຈາກ​ກຳ​ລັງ​ທີ່​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊົນ. ທົ່​ວກອງ​ທັບ​ຕ້ອງ​ຍຶດໝັ້ນ​ໃນການ​ຖື​ເອົາ​ປະ​ຊາ​ຊົນ​ໄວ້​ຢູ່​ໃນ​ໃຈ, ຈື່​ຈຳ​ໜ້າ​ທີ່​ອັດ​ສະ​ຈັນ​ທີ່​ແບກ​ປືນ​ໃສ່​ບ່າ​ເພື່ອ​ປະ​ຊາ​ຊົນ ແລະສູ້​ຮົບ​ເພື່ອ​ປະ​ຊາ​ຊົນ, ​ປົກ​ປ້ອງ​ການອອກ​ແຮງ​ງານ​ແລະ​ການ​ດຳ​ລົງ​ຊີ​ວິດ​ທີ່​ມີ​ສັນ​ຕິ​ພາບຂອງ​ປະ​ຊາ​ຊົນ​ຢ່າງ​ເດັດ​​ດ່ຽວ.”

 

ປະ​ຊາ​ຊົນ​ຈີນ​ຜູ້​ໃຊ້​ອິນ​ເຕີ​ເນັດໄດ້​ຂຽນ​ຄຳ​ເຫັນ​ໄວ້ວ່າ: ຄຳ​​ວ່າ​ “ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ” ສຳ​ລັບ​ພໍ່​ແມ່​ປະ​ຊາ​ຊົນ​ຈີນ​ແລ້ວ​ມີ​ຄວາມ​ໝາຍ​ວ່າ: ອາ​ໄສ​ໄດ້​ແທ້ໆ, ເຊື່ອ​ໃຈ​ໄດ້​​ແທ້ໆ, ເອົາ​ຊະ​ນະ​ໄດ້​ແທ້ໆ!

 

ໂສມໜ້າ​ຂອງ​ເຂົາ​ເຈົ້າ_fororder_无标题6

ຈີນ​ໄດ້​ສົ່ງ​ຜູ້​ສັງ​ເກດ​ການ​ທາງການ​ທະ​ຫານ​​ເພື່ອ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​

ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເປັນ​ຄັ້ງ​ທຳ​ອິດ

 

ເລີ່ມ​ແຕ່​ປີ 1990 ຈີນ​ໄດ້​ສົ່ງ​ຜູ້​ສັງ​ເກດ​ການ​ທາງ​ການ​ທະ​ຫານຊຸດ​ທຳ​ອິດ​ເປັນ​ຕົ້ນ​ມາ, ຈີນ​ໄດ້ຈັດ​ສົ່ງ​​ນາຍ​ແລະ​ພົນ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ 4 ໝື່ນກວ່າ​ເທື່ອ​ຄົນ, ກາຍ​ເປັນ​ປະ​ເທດ​ສຳ​ຄັນ​ດ້ານ​ການ​ຈັດ​ສົ່ງ​ກຳລັງ​ທະ​ຫານ ແລະ ອອ​ກ​ທຶນ​ໃນ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ປະ​ຈຸ​ບັນ​ມີ​ທະ​ຫານ​ຈີນ 2500ກວ່າ​ຄົນ​ພວມ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ສ​ະ​ຫະ​ປະ​ຊາ​ຊາດ, ຍັງມີ​ກອງ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ຂະ​ໜາດ 8000 ຄົນ​ຄອຍ​ຖ້າ​ຟັງຄຳ​ສັ່ງ​​ເພື່ອ​ອອກເດີນ​ທາງ ​ໃນ​ທຸກ​ເວ​ລາ. ພາຍ​ໃນໄລ​ຍະ​ເວ​ລາ 30 ປີ​ຜ່ານ​ມາ, ກອງ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ຈີນຫຼາຍ​ຊຸດ​ບໍ່​ຢ້ານ​ກົວ​ຕໍ່​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ, ໄດ້​ນຳ​ເອົາ​ສັນ​ຕິ​ພາບ ແລະ ຄວາມ​​ຫວັງມາ​ໃຫ້​ແກ່​ເຂດ​ແຄວ້ນ​ທີ່​ເກີດ​ມີການ​ປະ​ທະ​ກັນ ກໍ​ຄື​ປະ​ຊາ​ຊົນ​ຢູ່​ແຫ່ງ​ນັ້ນ, ກາຍ​ເປັນ​ກຳ​ລັງ​ທີ່ເຂັ້ມ​ແຂງ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ.

 

ໂສມໜ້າ​ຂອງ​ເຂົາ​ເຈົ້າ_fororder_无标题7

ແພດ​ໝໍ​ທະ​ຫານ​ຈີນ​ພວມຂົນ​ສົ່ງ​ຕົວ​ແບບ​​ເຊື້ອ​ພະ​ຍາດ​ອີ​ໂບ​ລາ​

ທີ່​ຍັງ​ມີ​ຊີ​ວິດ​ຢູ່​ທີ່​ອັນ​ຕະ​ລາຍ​ທີ່​ສຸດທີ່​ປະ​ເທດເຊຍ​ຣາ​​ເລ​ອອນ

 

ເຊື້ອ​ພະ​ຍາດ​ອີ​ໂບ​ລາເປັນ​ເຊື້ອ​ພະ​ຍາດ​ທີ່​ມີ​ຄວາມ​ອັນ​ຕະ​ລາຍ​ຮ້າຍ​ແຮງ​ທີ່​ສຸດ​ຕໍ່​ຊີ​ວິດ​ມະ​ນຸດ​ໃນ​ປະ​ຫວັດ​ສາດ​ຂອງມວນ​ມະ​ນຸດ, ຫຼັງ​ຈາກ​ຕິດ​ເຊື້ອ​ແລ້ວ​ອັດ​ຕາ​ເສຍ​ຊີ​ວິດ​​ແມ່ນສູງ​ທີ່​ສຸດ.  ປີ 2014, ເຊື້ອ​ພະ​ຍາດ​ອີ​ໂບ​ລາ​ໄດ້​ແຜ່​ລະ​ບາດ​ຢູ່​ອາ​ຟ​ຣິ​ກາ. ປະ​ເທດ​ລີ​ເບ​ເຣຍ​ຢູ່​ພາກ​ຕາ​ເວັນ​ຕົກ​ອາ​ຟ​ຣິ​ກາ​ແມ່ນ​ປະ​ເທດ​ໜຶ່ງ​ທີ່​ມີ​ການ​ແຜ່​ລະ​ບາດ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ. ໃນ​ໄລ​ຍະ​ທີ່​ອັນ​ຕະ​ລາຍ, ກອງ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ຈີນ​ໄດ້​ຍຶດ​ໝັ້ນ​ເຝົ້າ​ປະ​ຈຳ​ການ, ກອງ​ທະ​ຫານ​ຊ່າງ​ແສງ​ໄດ້​ສືບ​ຕໍ່​​ເຮັດ​ວຽກ​ຢ່າງ​ເປັນ​ປົກ​ກະ​ຕິຕາມ​ເສັ້ນ​ທາງ​ສາຍຫຼັກ 3 ສາຍ​ຢູ່​ແຫ່ງ​ນັ້ນ; ໃນ​ທ້າຍ​ປີ 2018, ເຊື້ອ​ພະ​ຍາດ​ອີ​ໂບ​ລາ​ໄດ້​ແຜ່​ລະ​ບາດ​ອີກ​ເທື່ອ​ໜຶ່ງ. ໜ່ວຍ​ແພດ​ໝໍ​ຂອງກອງ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ຈີນ​ຢູ່​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ກົງ​ໂກໄດ້​ປະ​ຕິ​ບັດ​ຕາມ​ແນວ​ຄວາມ​ຄິດ​ທີ່ “ຍ້າຍ​ປ້ອມ​ປ້ອງ​ກັນ​ໄປ​​ແນວ​ໜ້າ, ຖື​​ເອົາການ​ປ້ອງ​ກັນ​ເປັນ​ຕົ້ນ​ຕໍ, ໄດ້​ເດີນ​ທາງ 2 ໝື່ນກວ່າ​ກິ​ໂລ​ແມັດ ເພື່ອ​ດຳ​ເນີນ​ການກວດ​ພະ​ຍາດ ແລະ ປິ່ນ​ປົວ​ຄົນ​ເຈັບ​ແບບ​ສັນຈອນ, ​ເຊິ່ງໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ຢ່າງ​ສູງ​ຈາ​ກອງ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ກົງ​ໂກ ກໍ​ຄື​ນາຍ ແລະ ພົນ​ທະ​ຫານ​ປະ​ຈຳ​ຄ້າຍ​ທະ​ຫານ.

 

 

ໃນ 30 ປີ​ຜ່ານ​ມາ, ກອງ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ຈີນ​ໄດ້ສ້ອມ​ແປງ​ ​ແລະ ສ້າງເສັ້ນ​ທາງ​ໃໝ່ປະ​ມ​ານ 15000 ກິ​ໂລ​ແມັດ, ແລະ ຂົວ 300ກວ່າ​ແຫ່ງ; ໄດ້ກູ້ມິນ ແລະ ເຄື່ອງ​ລະ​ເບີດ​ທີ່​ບໍ່​ທັນ​ແຕກ​ຊະ​ນິດ​ຕ່າງໆ 10000 ກວ່າ​ລູກ; ໄດ້​ຂົນ​ສົ່ງ​ອຸ​ປະ​ກອນ​ປະ​ເພດ​ຕ່າງໆຫຼາຍກວ່າ 1,3 ລ້ານ​ໂຕນ, ລວມ​ໄລ​ຍະ​ທາງ 13 ລ້ານກວ່າ​ກິ​ໂລ​ແມັດ; ຮັບ​ປິ່ນ​ປົວ​ຄົນ​ເຈັບ 2 ແສນກວ່າ​ເທື່ອ​ຄົນ; ສຳ​ເລັດ​ການ​ລາດ​ຕະ​ເວນ​ໄລ​ຍະ​ໄກ ໄລ​ຍະ​ສັ້ນ, ການ​ປ້ອງ​ກັນ​ດ້ວຍ​ກຳ​ລັງ​ອາ​ວຸດ, ການກວດ​ຄົ້ນ​ຄ້າຍ​ຊາວ​ອົບ​ພະ​ຍົບ, ການ​ຕິດ​ຕາມ ​ແລະ ການ​ຕິດ​ຕໍ່​ພົວ​ພັນ, ການ​ສຳ​ຫຼວດ​ເພື່ອ​ການ​ເຈລະຈາຢ່າງ​ນັບ​ບໍ່​ຖ້ວນ. “ຄຸນ​ນະ​ພາບ​ຈີນ”  ​“ມາດ​ຕະ​ຖານ​ຈີນ” ແລະ “ຄວາມ​ໄວ​ຈີນ” ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ ແລະ ປະ​ຊາ​ຄົມ​ໂລກ. ທ່ານ​ຢັນ ປີ​ເອວ ລາກ​ລູ​ວາ ຮອງເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ຮັບ​ຜິ​ດ​ຊອບ​ວຽກ​ງານ​ຮັກ​ສາ​ສັນ​ຕິ​ພາບ​ກ່າວ​ວ່າ: “ໃນ​ໄລຍະ 30 ປີ​ຜ່ານ​ມາ​ນີ້, ​ເຈົ້າ​ໜ້າ​ທີ່ຮັກ​ສາ​ສັນ​ຕິ​ພາບ​ຂອງ​ຈີນ ເຊິ່ງ​ລວມ​ທັງ​ທະຫານ​ເສນາ ທະ​ຫານ ແລະ ຕຳຫຼວດ, ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ຍິ່ງ​ໃນການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຫຼາຍ​ຄັ້ງຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.” ສະ​ຖາ​ບັນ​ຄົ້ນ​ຄວ້າ​ສັນ​ຕິ​ພາບ​ສາ​ກົນ​ສະ​ໂຕກ​ໂຣມ​ປະ​ເທດ​ຊູ​ແອັດ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ການ​ຄົ້ນ​ຄວ້າ​ໂດຍ​ຕີ​ລາ​ຄາ​ວ່າ, ກອງ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ຈີນ​ແມ່ນ “ກອງ​ທະ​ຫານ​ທີ່​ມີ​ລັກ​ສະ​ນະ​ມື​ອາ​ຊີບ​ທີ່​ສຸດ ມີ​ປະ​ສິດ​ທິ​ພາບ​ສູງ​ສຸດ ຝຶກ​ຊ້ອມ​ໄດ້​ມາດ​ຕະ​ຖານ​ທີ່​ສຸດ ແລະ ເຄົາ​ລົບ​ລະ​ບຽບ​ວິ​ໄນ​ທີ່​ສຸດ” ໃນຈຳນວນ​ກອງ​ທະ​ຫານ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ສະ​ຫະ​ປະ​ຊາ​ຊາດ.

 

ໂສມໜ້າ​ຂອງ​ເຂົາ​ເຈົ້າ_fororder_无标题8

ວັນ​ທີ 29 ພຶດ​ສະ​ພາ​ປີ 2014, ທ່ານແຈນ ເອ​ລີ​ອາ​ຊັນ ຮອງ​ເລ​ຂາ​ທິ​ການ​ໃຫຍ່​ຜູ້ປະ​ຈຳ​ການ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ເວ​ລາ​ນັ້ນ​ປະ​ດັບຫຼຽນ​ໄຊ​ໃຫ້​ແກ່​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ຈີນ​ໃນ​ກິດ​ຈະ​ກຳ​ລະນຶກວັນ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ​ສາ​ກົນ​ທີ່​ຈັດ​ຂຶ້ນ​ຢູ່​ສຳ​ນັກ​ງານ​ໃຫຍ່​ອົງການສະ​ຫະ​ປະ​ຊາ​ຊາດ​ຢູ່​ທີ່​ນະ​ຄອ​ນ​ນິວຢອກ.

 

 

"ຈີນ​ແມ່ນ​ຜູ້​ເສີມ​ສ້າງ​ສັນ​ຕິ​ພາບ​ຂອງ​ໂລກ ຜູ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ໂລກ ແລະ ຜູ້​ຮັກ​ສາ​ລະ​ບຽບ​ການ​ສາ​ກົນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ກອງ​ທັບ​ຈີນ​ແມ່ນ​ກຳ​ລັງທີ່​ເດັດດ່ຽວ​ເຂັ້ມ​ແຂງ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ກອງ​ທັບ​ຈີນ​ຈະ​ດຳ​ເນີນ​ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ສາ​ກົນ​ທາງ​ການ​ທະ​ຫານ​ຄື​ທີ່​​ເຄີຍເຮັດ​ຜ່ານ​ມາ, ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ປອດ​ໄພ​ຂອງ​ໂລກ, ຕັ້ງ​ໜ້າ​ປະ​ຕິ​ບັດ​ຕາມ​ຄວາມ​ຮັບ​ຜິດ​ຊອບ ແລະ ພັນ​ທະ​ທີ່​ສົມ​ກັບ​ຖາ​ນະ​ສາ​ກົນ​ຂອງ​ຈີນ, ປະ​ກອບສ່ວນ​ກຳ​ລັງ​ແຮງ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ. "  ——ທ່ານສີຈິ້ນຜິງ ປະທານປະເທດຈີນ

ຄຳ​ເຫັນ

0