何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນ​ໄຕ​ມາດ​ທີ 2 ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​ຫຼຸດ​ລົງ 32,9%

2020-08-01 14:27:36 CRI

ວັນ​ທີ 30 ກໍ​ລະ​ກົດ​ແລ້ວ​ນີ້, ກະ​ຊວງ​ການ​ຄ້າ​ອາ​ເມ​ຣິ​ກາ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ຄາດ​ຄະ​ເນ​​ຄັ້ງ​ທຳ​ອິດ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, GDP ຕົວ​ຈິງ​ຂອງ​ອາ​ເມ​ຣິ​ກາ​ໃນ​ໄຕ​ມາດ​ທີ 2 ປີ​ນີ້ ໄດ້ຫຼຸດ​ລົງ 32.9%, ເຊິ່ງ​ເປັນ​ຈັງ​ຫວະຫຼຸດ​ລົງຫຼາຍ​ທີ່​ສຸດ​ນັບ​ຕັ້ງແຕ່​ເລີ່ມ​ເກັບ​ກຳສະ​ຖິ​ຕິ​ເມື່ອ​ປີ 1947​ເປັນ​ຕົ້ນ​ມາ.

 

ຕົວ​ເລກຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ໄຕ​ມາດ​ທີ 2 ປີ​ນີ້, ລາຍ​ຈ່າຍ​ດ້ານ​ການ​ບໍ​ລິ​ໂພກ​ຂອງ​ສ່ວນ​​ຕົວບຸກ​ຄົນ​ທີ່ກວມ​ປະ​ມານ 70% ຂອງຍອດ​ປະ​ລິ​ມານ​ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​ໄດ້ຫຼຸດ​ລົງ 34,6%, ເຊິ່ງ​ເປັນ​ການ​ຊຸດ​ໂຊມ​ທີ່​ໜັກ​ໜ່ວງ​ທີ່​ສຸດ​ນັບ​​ຕັ້ງແຕ່​ເລີ່ມ​ເກັບ​ກຳສະ​ຖິ​ຕິ​ເປັນ​ຕົ້ນ​ມາ. ໃນ​ນັ້ນ, ລາຍ​ຈ່າຍ​ໃນ​ຂະ​ແໜງ​ການ​ບໍ​ລິ​ການ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້ຫຼຸດ​ລົງ 43,5%; ການ​ລົງ​ທຶນ​ດ້ານ​ຊັບ​ສິນ​ຄົງ​ທີ່​ປະ​ເພດ​ບໍ່​ແມ່ນ​ເຮືອນ​ຢູ່ ທີ່​ສ່ອງ​ແສງ​ເຖິງ​ສະ​ພາບ​ການ​ລົງ​ທຶນ​ຂອງວິ​ສາ​ຫະ​ກິດ​ໄດ້​ຫຼຸດ​ລົງ 27%. ຍ້ອນ​ວ່າ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໄດ້​ເພີ່ມ​​ລາຍ​ຈ່າຍງົບ​ປະ​ມານ​ເພື່ອ​ສະ​ໜັບ​ສະ​ໜູນການ​ພັດ​ທະ​ນາ​ເສດ​ຖະ​ກິດ, ລາຍ​ຈ່າຍ​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ໄດ້​ເພີ່ມ​ຂຶ້ນ 17,4%.

 

ນັກ​ວິ​ເຄາະ​ເຫັນ​ວ່າ, ຍ້ອນ​ວ່າ​ພະ​ຍາດ​ໂຄວິດ-19ໄດ້​ແຜ່​ລະ​ບາດ​ຮ້າຍ​ແຮງ​ຂຶ້ນ​ອີກຢູ່ຫຼາຍ​ທ້ອງ​ຖິ່ນ​ຂອງ​ອາ​ເມ​ຣິ​ກາ, ຫຼາຍ​ລັດ​ໄດ້​ໃຊ້​ມາດ​ຕະ​ການ​ປິດ​ເມືອງ​ອີກ, ເຊິ່ງ​ໄດ້​ສ້າງ​ຜົນ​ກະ​ທົບ​ຕໍ່​ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​ທີ່​ຫາ​ກໍ​ມີ​ວີ​ແວວ​ຟື້ນ​ຕົວ​ຄືນ​ໃໝ່. ກ່ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ສິ້ນ​ສຸດ​ລົງ ແລະ ການ​ຄ້າ​ສາ​ກົນ​ຟື້ນ​ຕົວ​ຄືນ​ໃໝ່​ນັ້ນ, ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​ອາດ​ຈະ​ຍາກ​ທີ່​ມີ​ການ​ຟື້ນ​ຕົວ​ຄືນ​ໃໝ່​ຢ່າງວ່ອງ​ໄວ​ໄດ້.

ຄຳ​ເຫັນ

0