蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ໂດຍ​ສານ​​ຂີ່​ເຮືອ​ບິນ​ຈາກ​ໄທ​​ໄປຈີນ​ຕ້ອງ​ມີ​ໃບ​ຢັ້ງ​ຢືນ​ຜົນ​ການກວດ​ຫາ​​ນິວ​ຄະ​ເລ​ອິກເຊື້ອ​ພະ​ຍາດ​ໂຄວິດ-19 ເປັນ​ລົບ

2020-08-01 15:31:59 CRI

ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ສຸ​ຂະ​ພາບ​ໃນ​ການ​ໂດຍ​ສານ​ສາ​ກົນ ແລະ ຫຼຸດ​ຄວາມ​ສ່ຽງ​ໃນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂ້າມ​ຊາຍ​ແດນ, ວັນ​ທີ 20 ກໍ​ລະ​ກົດ​ຜ່ານ​ມາ​ນີ້, ອົງ​ການ​ການ​ບິນ​ພົນ​ລະ​ເຮືອນ, ອົງ​ການ​​ພາ​ສີ​ແຫ່ງ​ຊາດ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຜີຍ​ແຜ່ “ແຈ້ງ​ການ​ກ່ຽວ​ກັບ​ຜູ້​ໂດຍ​ສານ​ຂີ່​ເຮືອ​ບິນ​​ໄປ​ຈີນ​ຕ້ອງ​ມີ​ໃບ​ຢັ້ງ​ຢືນ​ຜົນ​ການ​ຫວດ​ຫາ​ນິວ​ຄະ​ເລ​ອິກ​ເຊື້ອ​ພະ​ຍາດ​ໂຄວິດ-19 ເປັນ​ລົບ”. ວັນ​ທີ 31 ກໍ​ລະ​ກົດ​ນີ້, ສະ​ຖານ​ທູດ​ຈີນ​ປະ​ຈຳ​ໄທ ໄດ້​ແນະ​ນຳວິ​ທີ​ປະ​ຕິ​ບັດ​​ທີ່ລະ​ອຽດ​ກ່ຽວ​ກັບ​ແຈ້ງ​ການ​ດັ່ງ​ກ່າ​ວ​ໃນ​ເວັບ​ໄຊ​ຂອງ​ຕົນ.

ແຈ້ງ​ການ​ລະ​ບຸ​ວ່າ: ນັບ​ແຕ່​ວັນ​ທີ 10 ສິງ​ຫາ​ນີ້​ເປັນ​ຕົ້ນ​ໄປ, ຜູ້​ໂດຍ​ສານ​ຈີນ ແລະ ຕ່າງ​ປະ​ເທດ​ທີ່​ຂີ່​ເຮືອ​ບິນ​ຈາກ​ໄທ​ໄປ​ຈີນ ຫຼື​ແວ່​ໄທ​ໄປ​ຈີນ​ນັ້ນ, ລ້ວນ​ແຕ່ຕ້ອງ​ການ​ດຳ​ເນີນ​ການກວດ​ຫາ​ນິວ​ຄະ​ເລ​ອິກ​ເຊື້ອ​ພະ​ຍາດ​ໂຄວິດ-19 ພາຍ​ໃນ​ເວ​ລາ 5 ວັນ ແລະ ຮ້ອງ​ຂໍ QR-Code ສຸ​ຂະ​ພາບ​ສີ​ຂຽວ ຫຼື​ໃບ​ແຈ້ງ​ສຸ​ຂະ​ພາບ ທີ່​ມີ​ກາ​ໝາຍ “HS” ດ້ວຍ​ຜົນ​ລົບ​ຂອງ​ການ​ກວດ​ຫາ​ນິວ​ຄະ​ເລ​ອິກ. ບໍ​ລິ​ສັດ​ການ​ບິນ​ຕ້ອງກວດ​​ກາ​ຢ່າງ​ລະ​ອຽດກ່ອນ​ຜູ້​ໂດຍ​ສານ​ຂຶ້ນ​ເຮືອ​ບິນ.

ການກວດ​ຫາ​ນິວ​ຄະ​ເລ​ອິກ​ຕ້ອງ​ດຳ​ເນີນ​ຢູ່​ຕາມ​ອົງ​ການກວດ​ກາ​ທີ່​ສະ​ຖານ​ທູດ​ຈີນ​ປະ​ຈຳ​ໄທ​ຮັບ​ເຫັນ​ດີ​ນຳ.

ຄຳ​ເຫັນ

0