黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​ບໍ່​ໄດ້ບັນ​ລຸ​ຄວ​າມ​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບຮັກ​ສາ​ການຜູ້​ອຳ​ນວຍ​ການ​ໃຫຍ່​ຂອງ​ອົງ​ການ​ການ​ຄ້າ​ໂລກ

2020-08-01 11:34:26 cri

ວັນ​ທີ 31 ພຶດ​ສະ​ພາ​ແລ້ວ​ນີ້, ສະ​ພາ​ມົນ​ຕີໃຫຍ່​ອົງ​ການ​ການ​ຄ້າ​ໂລກ​ຫຼື WTO ໄດ້​ຈັດ​ກອງ​ປະ​ຊຸມ, 164 ສະ​ມາ​ຊິກ​ຂອງ WTO ບໍ່​ໄດ້​​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບຮັກ​ສາ​ການ​ຜູ້​ອຳ​ນວຍ​ການ​ໃຫຍ່ຂອງ WTO, ແຕ່​ວ່າບັນ​ດາ​ສະ​ມາ​ຊິກ​ເຫັນ​ດີ​ແກ່​ຍາວ​ອາ​ຍຸ​ຕຳ​ແໜ່ງ​ຂອງ​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ WTO ຄົນປັດ​ຈຸ​ບັນ, ຈົນ​ຮອດ​ຜູ້​ອຳ​ນວຍ​ການ​ໃຫຍ່ WTO ​ຄົນ​ໃໝ່​ດຳ​ລົງ​ຕຳ​ແໜ່ງ.

ທ່​ານ​ກິ​ສ ​ຣອກ​ເວວ ໂຄ​ສົກ WTO ກ່າວ​ໃນ​​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 31 ກໍ​ລະ​ກົດ​ແລ້ວ​ນີ້​ວ່າ: ການ​ທີ່​ຂາດ​ຮັກ​ສາ​ການຜູ້​ອຳ​ນວຍ​ການ​ໃຫຍ່​ WTO ຈະ​ບໍ່​ໄດ້​ສ້າງ “ວິ​ກິດ​ການ​ທີ່​ແທ້​ຈິງ” ​ໃດໆຕໍ່​ອົງ​ການ​ການ​ຄ້າ​ໂລກ, “ນີ້​ບໍ່​ແມ່ນ​ບັນ​ຫາ​ໃຫຍ່​ສຳ​ລັບ​ການ​ເຄື່ອນ​ໄຫວ​ໂດຍ​ລວມຂອງ​ອົງ​ການ​ການ​ຄ້າ​ໂລກ, ທັງ​ຈະ​ບໍ່​ມີ​ຜົນ​ສະ​ທ້ອນ​ຕໍ່​ລະ​ບຽບ​ການ​ຄັດ​ເລືອກ​ຜູ້​ອຳ​ນວຍ​ການ​ໃຫຍ່​ຊຸດ​ໃໝ່​ຂອງ WTO”

ທ່ານ​ໂຣ​ເບີ​ໂຕ ອາ​ເຊ​ເວ​ໂດ ຜູ້​ອຳ​ນວຍ​ການ​ໃຫຍ່ WTO ຄົນ​ປັດ​ຈຸ​ບັນ​ຈະ​ລາ​ອອກ​ຈາກ​ຕຳ​ແໜ່ງ​ໃນ​ວັນ​ທີ 31 ສິງ​ຫາ​ນີ້​, ​ເຊິ່ງ​ຈະ​ໝົດ​ອາ​ຍຸ​ຕຳ​ແໜ່ງ​ຂອງ​ຕົນ​ກ່ອນ​ເວ​ລາ​ກຳ​ນົດ​ໜຶ່ງ​ປີ. ລະ​ບຽບ​ການ​ຄັດ​ເລືອກ​ຜູ້​ອຳ​ນວຍ​ການ​ໃຫຍ່​ຄົນ​ໃໝ່​ໄດ້​ເລີ່ມ​ປະ​ຕິ​ບັດ​ໃນ​ວັນ​ທີ 8 ມິ​ຖຸ​ນາ​ປີ​ນີ້, ແຕ່​ຕາມ​ແຜນ​ການ, WTO ຈະ​ໄດ້​ກຳ​ນົດ​ຜູ້​ອຳ​ນວຍ​ການ​ໃຫຍ່​ຈົນ​ຮອດ​ຄົນ​ໃໝ່​ກ່ອນ​ວັນ​ທີ 7 ພະ​ຈິກ​ປີ​ນີ້.

ຄຳ​ເຫັນ

0