何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ທັບ​ຈີນ​ຕັ້ງ​ໜ້າ​ປະ​ຕິ​ບັດ​ຕາມ​ພັນ​ທະ​ສາ​ກົນ​ໃນ​ຖາ​ນະ​ເປັນ​ກອງ​ທັບ​ປະ​ເທດ​ໃຫຍ່, ຈະ​ປະ​ກອບ​ສ່ວນ​ໃໝ່​ໃຫຍ່ຫຼວງກວ່າ​ເກົ່າ​ເພື່ອ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ

2020-08-01 14:58:00 CRI

ວັນ​ທີ 1 ສິງ​ຫາ​ແມ່ນ​ວັນ​ລະ​ນຶກ​ການ​ສ້າງ​ຕັ້ງ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ. ກອງ​ທັບ​ຈີນ​ພວມ​ປະ​ຕິ​ບັດ​ຕາມ​ທັດ​ສະ​ນະ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ, ​ຕັ້ງ​ໜ້າ​ປະ​ຕິ​ບັດ​ຕາມ​ພັນ​ທະ​ສາ​ກົນ​ໃນ​ຖາ​ນະ​ເປັນ​ກອງ​ທັບ​ປະ​ເທດ​ໃຫຍ່, ຊຸກ​ຍູ້​ການ​ຮ່ວ​ມ​ມື​ສາ​ກົນ​ທາງ​ດ້ານການ​ທະ​ຫານ​ໃນ​ຍຸກ​ໃໝ່​ຢ່າງ​ຮອບ​ດ້ານ, ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ໂລກ​ແຫ່ງ​ສວຍ​ງາມ​ທີ່​ມີ​ສັນ​ຕິ​ພາບ​ຖາ​ວອນ ແລະ​ມີ​ຄວາມ​ໝັ້ນ​ຄົງທົ່ວ​ໄປ.

 

ແຕ່​ຕົ້ນ​ປີ​ນີ້​ມາ,ພະ​ຍາດ​ໂຄວິດ-19ໄດ້​ແຜ່​ລະ​ບາດ​ໃນບໍ​ລິ​ເວນ​ທົ່ວ​ໂລກ, ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ ໄດ້​ຕັ້ງ​ໜ້າ​ຮ່ວມ​ມື​ກັບ​ພາກ​ສ່ວນ​ປ້ອງ​ກັນປະ​ເທດ ​ກໍ​ຄື ກອງ​ທັບ​ຂອງຫຼາຍ​ປະ​ເທ​ດ​ເພື່ອ​ຕ້ານ​ກັບ​ພະ​ຍາດ, ໄດ້​ຈັດ​ສົ່ງ​ໜ່ວຍ​ຊ່ຽວ​ຊານ​ຕ້ານ​ພະ​ຍາດ​ຂອງກອງ​ທັບ​ໄປ​ລາວ ກຳ​ປູ​ເຈຍ ແລະ ປະ​ເທດ​ອື່ນໆ, ສະ​ໜອງ​ການ​ຊ່ວຍ​ເຫຼືອ​ດ້ານ​ວັດ​ຖຸ​ຕ້ານ​ພະ​ຍາດ​ໃຫ້​ກອງ​ທັບຫຼາຍ​ປະ​ເທດ​ດ້ວຍ​ຍົນຂອງ​ກອງ​ທັບ​ອາ​ກາດ​ ແລະ​ຮູບ​ການ​ອື່ນໆ, ທັງ​ໄດ້​ຈັດ​ກອງ​ປະ​ຊຸມ​ທາງວີ​ດີ​ໂອ​ເພື່ອ​ແນະ​ນຳ​ບົດ​ຮຽນ​ປ້ອງ​ກັນ ແລະ ຄ​ວບ​ຄຸມ​ພະ​ຍາດ​ໂຄວິດ-19.

 

ເລີ່ມ​ແຕ່​ປີ 1990 ຈີນ​ໄດ້​ສົ່ງ​ຜູ້​ສັງ​ເກດ​ການ​ທາງ​ການ​ທະ​ຫານໄປ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ອົງ​ການ​ຕິດ​ຕາມ​ການ​ຢຸດ​ຍິງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເປັນ​ຄັ້ງ​ທຳ​ອິດ​ເປັນ​ຕົ້ນ​ມາ, ກອງ​ທັບ​ຈີນ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ 20 ກວ່າ​ໂຄງ​ການ, ໄດ້​ສົ່ງ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພ​າບໄປ​ປະ​ຕິ​ບັດ​ໜ້າ​ທີ່ 4 ໝື່ນກວ່າ​ເທື່ອ​ຄົນ,​ເຊິ່ງ​ເປັນ​ການ​ເພື່ອ​ປະ​ຕິ​ບັດ​ຕາມ​ທັດ​ສະ​ນະ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ.

 

ທ່ານ​ເຢິນ​ໂກ​ຊຽງ ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ, ໃນ​ຕໍ່​ໜ້າ​ນີ້, ຈີນ​ຈະ​ສືບ​ຕໍ່​ປະ​ກອບ​ສ່ວນໃຫຍ່ຫຼວງກວ່າ​ເກົ່າ​ເພື່ອ​ພາ​ລະ​ກິດ​ການ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ ກໍ​ຄື​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ຄຳ​ເຫັນ

0