覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ດິນ​ດຳ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ເອົາ​ໃຈ​ໃສ່​ຢູ່​ສະ​ເໝີ​ຜືນ​ນີ້​ແມ່ນ​ດິນ​ແດນ​ທີ່​ສາ​ມາດ​ສ້າງ​ຜົນ​ງານ​ໄດ້​ຢ່າງ​ໃຫຍ່ຫຼວງ

2020-08-01 20:43:03 cri


 

ດິນ​ດຳ​ທີ່​ອຸ​ດົມ​ສົມ​ບູນ​ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຈີນ, ແມ່ນ​ແຫຼ່ງ​ຜະ​ລິດ​ສະ​ບຽງ​ອາຫານ​ເປັນ​ສິນ​ຄ້າ​ທີ່​ສຳ​ຄັນ​ຂອງ​ທົ່ວ​ປະ​ເທດ​ຈີນ, ພົວ​ພັນ​ເຖິງ ສະ​ພາບ​ການ​ລວມ​ຂອງ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຂອງ​ຈີນ.

ດິນ​ດຳ​ແມ່ນ​​ດິນ​ທີ່​ອຸ​ດົມ​ສົມ​ບູນ​ທີ່​ຮັບ​ຮູ້​ທົ່ວ​ໄປ​ໃນ​ໂລກ. ເຂດ​ດິນ​ດຳ​ໃນ​ໂລກ​ມີ​ແຕ່ 3 ແຫ່ງ, ທົ່ງ​ພຽງຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຈີນ​ກໍ​ແມ່ນ​ໜຶ່ງ​ໃນ 3 ​ແຫ່ງ​ນັ້ນ, ແລະ​ໄດ້​ມີ​ຢູ່​​ແລ້ວ​ເປັນ​ໝື່ນ​ປີ​. ແຕ່​ນັບ​ແຕ່​ການ​ບຸກ​ເບີກ​ເປັນ​ຕົ້ນ​ມາ, ​ຍ້ອນ​ການ​ນຳ​ໃຊ້ຫຼາຍ​ເກີນ​ໄປ, ຄວາມ​ໜາ​ຂອງດິນ​ດຳ​ຢູ່​ພາກ​ຕ​າ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຈີນ​ໄດ້​ຫຼຸດ​ລົງຈາກ 60 ຊັງ​ຕີ​ແມັດ​ຍັງ​ເຫຼືອ 20-30 ຊັງ​ຕີ​ແມັດ. ເມື່ອ​ຊັ້ນ​ດິນ​ດຳ​ຫາຍ​ໄປ​ໝົດ, ໃຕ້​ເງື່ອນ​ໄຂ​ດຽວ​ກັນ​​ຜົນ​ຜະ​ລິດ​ສາ​ລີອາດ​ຈະຫຼຸດ​ໜ້ອຍ​ລົງ 60%, ຜົນ​ການ​ຜະ​ລິດຖົ່ວ​ເຫຼືອງ​ຈະຫຼຸດ​ໜ້ອ​ຍ​ລົງ 30%.ຍິ່ງກວ່າ​ນັ້ນ​ຍັງ​ອາດ​ຈະ​ກໍ່​ໃຫ້​ເກີດ​ບັນ​ຫາ​ຮ້າຍ​ແຮງ ເຊັ່ນ: ນ້ຳ​ເຊາະ​ດິນ​ເຈື່ອນ ໄພ​ພາ​ຍຸ​ຊາຍ ແລະ​ອື່ນໆ.
 

图片默认标题_fororder_黑土地1
 

ວັນ​ທີ 22 ກໍ​ລະ​ກົດ​ປີ 2020, ໃນ​ເວ​ລາ​ໄປ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ແຂວງ​ຈີ​ລິນ,ທ່ານ​ສີ​ຈິ້ນຜິ​ງ​ໄດ້​ໄປ​ເຂດ​ສາທິດແກນກາງ​ຂອງ​ແຫຼ່ງຜະລິດ​ມາດຕະຖານເພື່ອ​ຜະລິດວັດຖຸດິບສຳ​ລັບ​ເຮັດ​ອາ​ຫານ​ປອດ​ສານ​ພິດ (ສາລີ) ຂະໜາດ​ລ້ານ​ມູ (​ປະ​ມານ66.667ເຮັກ​ຕາ) ຂອງ​ຊາດ ຢູ່​ເມືອງ​ລີ​ຊູ້ ​ນະຄອນ​ຊື້​ຜິ​ງ.

ກາ​ນ​ຮັກ​ສາ​ດິນ​ດຳ​ໃຫ້​ດີ ກໍ​ຄື​ການບັນ​ລຸ​ການ​ຫັນ​ເປັນ​ທັນ​ສະ​ໄໝ​​ດ້ານ​ກະ​ສິ​ກຳ, ເຮັດ​ໃຫ້​ປະ​ຊາ​ຊົນ​ຢູ່​ເຢັນ​ເປັນ​ສຸກ, ນີ້​ກໍ​ແມ່ນ​ຄວາມ​ມຸ່ງ​ຫວັງ ແລະ ຄວາມ​ປາ​ຖະ​ໜາ​ຂອງ​ທ່ານ​ສີ​ຈິ້ນ​ຜິງ. ປີ 2018, ໃນ​ເວ​ລາ​ໄປ​ສຳຫຼວດກວ​ດ​ກາ​ວຽກ​ງານ​ຢູ່​ແຂວງ​ເຫີ່ຍ​ໂລງ​ຈ່ຽງ, ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ຕ້ອງ​ເລັ່ງ​ລັດ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ແບບ​ສີ​ຂຽວ, ຍຶດ​ໝັ້ນ​ການ​ປະ​ສົມ​ປະ​ສານ​ການ​ນຳ​ໃຊ້​ກັບ​ການ​ປົວ​ແປງ, ໃຊ້​ນະ​ໂຍ​ບາຍ​ແບບ​ສັງ​ລວມ, ​ຕ້ອງຮັບ​ປະ​ກັນ​ວ່າ​ດິນ​ດຳ​ຈະ​ບໍ່ຫຼຸດ​ໜ້ອຍ​ລົງ, ທັງ​ບໍ່​ຊຸດ​ໂຊ​ມ​ລົງ. ວັນ​ທີ 22 ກໍ​ລະ​ກົດ​ປີ 2020, ໃນ​ເວ​ລາ​ໄປ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ແຂວງ​ຈີ​ລິນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ເນັ້ນ​ວ່າ, ຕ້ອງ​ຮັກ​ສາ​ດິນ​ດຳ​ໃຫ້​ດີ, ນີ້​ປຽບ​ເໝືອນ “ໝີ​ແພນ​ດ້າ​ໃນ​ດິນ​ປູກ​ຝັງ”.
 

​ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຕ້ອງ​ຮັກ​ສາ​ດິນ​ດຳ​ໃຫ້​ດີ, ນີ້​ແມ່ນ “ໝີ​ແພນ​ດ້າ​ໃນ​ດິນ​ປູກ​ຝັງ”. ​ດິນ​ແດນແຫ່ງ​ນີ້​ແມ່ນ “​ເຂດ​ສາ​ລີ​ຄຳ” ທັງ​ແມ່ນ “​ແດນ​ຖົ່ວ​ເຫຼືອງ”, ຕ້ອງ​ໃຊ້​ມາ​ດ​ຕະ​ການ​ທີ່​ເໝາະ​ສົມ​ຈຳ​ນວນ​​ໜຶ່ງ. ປະ​ຈຸ​ບັນ ພວກ​ເຈົ້າ​ເອົາ​ຕົ້ນ​ສາ​ລີ​ແຫ້ງ​ປົກ​ຫຸ້ມ​ໃສ່​ເນື້ອ​ທີ່​ສວນ​ຄືນ​ໃໝ່, ຄົ້ນ​ຄວ້າ​ຮູບ​ແບບ​ເມືອງ​ລີ​ຊູ້​ແບບ​ນີ້, ຄວນ​ສະຫຼຸບ​ເປັນ​ບົດ​ຮຽນ​ຄັກ​ແນ່, ​ຄວນ​ເຜີຍ​ແຜ່​ຕໍ່​ເພື່ອ​ເອົາ​ໄປ​ນຳ​ໃຊ້​ໃນ​ຂອບ​ເຂດ​ກວ້າງ​ຂວ​າງກວ່າ​ເກົ່າ.
 

图片默认标题_fororder_黑土地2农业合作社

ວັນ​ທີ 22 ກໍ​ລະ​ກົດ​ປີ​2020, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໄປ​ສຳຫຼວດກວດ​ກາ​ຢູ່​ແຂວງ​ຈີ​ລິນ​ໂດຍ​ໄດ້​ໄປ​ສຳຫຼວດກວດ​ເບິ່ງສະຫະກອນວິຊາການກົນຈັກກະສິກຳ ແລະ ຊາວ​ກະສິກອນ​ລູ​ເວີຍ.
 

ຮູບ​ແບບ​ເມືອ​ງ​ລີ​ຊູ້​ທີ່​ທ່ານ​ສີ​ຈິ້ນ​ຜິງ​ເວົ້າ​ເຖິງ​ນັ້ນ, ແມ່ນ​ເຕັກ​ນິກ​ປູກ​ຝັງ​ແບບ​ສີ​ຂຽວ​ທີ່ຮັກ​ສາ​ດິນ​ດຳ, ຄື ໃນ​ຂັ້ນ​ຕອນ​ຂອງ​ການ​ປູກ​ສາ​ລີ, ເອົາ​ຕົ້ນ​ສາ​ລີ​ແຫ້ງ​ປົກ​ຫຸ້ມ​ໃສ່​ເນື້ອ​ທີ່​ສວນ​ຄືນ​ໃໝ່, ຫຼຸດ​ປະ​ລິ​ມານ​ການ​ໄຖ​ນາ, ໃນ​ຂັ້ນ​ຕອນ​ຕົ້ນ​ຕໍ​ຂອງ​ການ​ຜະ​ລິດ​ໄດ້​ນຳ​ໃຊ້​​ກົນ​ຈັກ​ທັງ​ໝົດ. ຢູ່​ແຫຼ່ງ​ຜະ​ລິດ, ທ່ານຫຼີ​ປາວ​ກົວ ສາ​ສະ​ດາ​ຈານ​ຂອງ​ມະ​ຫາ​ວິ​ໄລ​ຍາ​ໄລ​ກະ​ສິ​ກຳ​ຈີນ​ໄດ້​ແນະ​ນຳ​ໃຫ້​ທ່ານ​ສີ​ຈິ້ນ​ຜິງ​ຮູ້​ວ່າ, ​ຮູບ​ແບບ​ການ​ຜະ​ລິດ​ແບບ​ນີ້ບໍ່​ພຽງ​ແຕ່​ສາ​ມາດ​ຄວາມ​ຊຸມ​ຂອງ​ດິນ ຍົກ​ສູງ​ທາດ​ບຳ​ລຸງ​ຂອງ​​ດິນໄດ້​ເທົ່າ​ນັ້ນ, ຍັງ​ໄດ້​ແກ້​ໄຂ​ບັນ​ຫາ​ເນື້ອ​ທີ່​ດິນ​ຊຸດ​ໂຊມ​ລົງ​ຍ້ອນ​ການ​ຈູດ​ເຜົາ​ຕົ້ນ​ສາ​ລີ​ແຫ້ງ ພ້ອມ​ດ້ວຍ​ບັນ​ຫາ​ສິ່ງ​ແວດ​ລ້ອມທີ່​ເກີດ​ຂຶ້ນ​ຕາມຫຼັງ, ເຊິ່ງ​ເປັນ​ການ​ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​​ດ້ານກະ​ສິ​ກຳ.

 

ໃນ​ສາງ​ມີ​ສະ​ບຽງ​ອາ​ຫານ​ພຽງ​ພໍ ປະ​ເທດ​ຈຶ່ງ​ມີ​ສະ​ຖຽນ​ລະ​ພາບ. ເວົ້າ​ສຳ​ລັບ​ປະ​ຊາ​ຊົນ​ສາ​ມັນ​ແລ້ວ, “ທຸກ​ສິ່ງ​ທຸກ​ຢ່າງ, ເລື່ອງ​ກິນ​ເຂົ້າ​ແມ່ນ​ສິ່ງ​ສຳ​ຄັນ​ກວ່າ​ໝູ່”; ເວົ້າ​ສຳ​ລັບ​ປະ​ເທດ​ໃຫຍ່​ດ້ານ​ປະ​ຊາ​ກອນ​ແລ້ວ, ບັນ​ຫາ​ສະ​ບຽງ​ອາ​ຫານ​ຂອງປະ​ຊາ​ຊົນ 1,4 ຕື້​ຄົນ​ສາ​ມາດຮັ​ບ​ປະ​ກັນ​ໄດ້​ເປັນ​ຢ່າງ​ດີຫຼື​ບໍ່, ໄດ້​ພົວ​ພັນ​ເຖິງ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ ແລະ ຄວາມ​ສຸກ​ຂອງ​ປະ​ຊ​າ​ຊົນ, ແມ່​ນ​ວຽກ​ງານ​ສຳ​ຄັນ​ອັນ​ດັບ​ໜຶ່ງ​ໃນ​ການ​ປົກ​ຄອງ​ປະ​ເທດ.


ການປະ​ຕິ​ບັດ​ວຽກ​ງານ​ສຳ​ຄັນ​ອັນ​ດັບ​ໜຶ່ງ​ນີ້​ໃຫ້​ດີ, ການ​ຫັນ​ເປັນ​ທັນ​ສະ​ໄໝ​​ດ້ານກະ​ສິ​ກຳ​ແມ່ນ​ທິດ​ທາງ​ຂອງ​ການ​ຂະ​ຫຍາຍ​ຕົວ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແລະ ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ແມ່ນ​ປັດ​ໄຈ​ສຳ​ຄັນ. ໃນ​ຫົກ​ເດືອນ​ຕົ້ນ​ປີ 2020, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ, ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ຜະ​ລິດ​ສະ​ບຽງ​ອາ​ຫານ ການ​ປຸງ​ແຕ່ງ ແລະ ການ​ຈໍ​ລະ​ຈອນ​ສິນ​ຄ້າ, ປັດ​ໄຈ​ພາຍ​ນອກ ເຊິ່ງ​ລວມ​ທັງ​ກາ​ນ​ປ່ຽນ​ແປງ​ຂອງ​ຕະ​ຫຼາດ​ສະ​ບຽງ​ອາ​ຫານ​ສາ​ກົນ ແລະ​ອື່ນໆ​ກໍ​ພາ​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ​ຕໍ່​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ. ໂດຍ​ຜ່ານ​ຄວາມ​ພະ​ຍາ​ຍາມ​ຂອງ​ຝ່າຍ​ຕ່າງໆ, ຈີນ​ໄດ້​ຮັບ​ຜົນ​ເກັບ​ກ່ຽວ​ລະ​ດູ​ຮ້ອນ​ຢ່າງ​ອຸ​ດົມ​ສົມ​ບູນ​ເປັນ 17 ປີ​ຕິດ​ຕໍ່​ກັນ, ເຊິ່ງ​ໄດ້​ເພີ່ມ​ຄວາມ​ໝັ້ນ​ໃຈ​ໃຫ້​ກັບ​ຄວາມ​ໝັ້ນ​ຄົງ​ດ້ານສະ​ບຽງ​ອາ​ຫານຂອງ​ຊາດ ແລະ ປະ​ຊາ​ຊົນ. ຢູ່​ເບື້ອງຫຼັງ​ຂອງ​ຜົນ​ເກັບ​ກ່ຽວ​ນີ້, ​ກໍແມ່ນ​ການ​ຄ້ຳ​ຊູ​ທີ່​ເຂັ້ມ​ແຂງ​ຂອງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ກະ​ສິ​ກຳ.

 

ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ເຮັດ​ໃຫ້​ຈີນ​ມີ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ທີ່​ໜັກ​ແໜ້ນກວ່າ​ເກົ່າ. ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ສິ່ງ​ສຳ​ຄັນ​ແມ່ນ​ຮັບ​ປະ​ກັ​ນ​ຄວາມ​ສາ​ມາດ​ການ​ຜະ​ລິດ​ສະ​ບຽງ​ອາ​ຫານ, ຕ້ອງ​ຮັບ​ປະ​ກັນ​ຄວາມ​ສາ​ມາດ​ໃນ​ການ​ຜະ​ລິດ​ໃຫ້​ໄດ້ ແລະ ສະ​ໜອງ​ໃຫ້​ພຽງ​ພໍ​ໃນ​ເວ​ລາ​ທີ່​ມີ​ຄວາມ​ຕ້ອງ​ການ. ໃນ​ອະ​ດີດ ປະ​ຊາ​ຊົນ​ປູກ​ຝັງ​ແມ່ນ​ອາ​ໄສ​ທຳ​ມະ​ຊາດ​ເປັນຫຼັກ, ຄວາ​ມ​ສາ​ມາດ​ປ້ອງ​ກັນ​ຄວາມ​ສ່ຽງ​ດ້ານ​ກະ​ສິ​ກຳ​ບໍ່​ສູງ​ປານ​ໃດ, ປະ​ຈຸ​ບັນ​ມີ​ການ​ຄ້ຳ​ຊູ​​ຈາກ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ຄວາມ​ສາ​ມາດ​ປ້ອງ​ກັນ​ຄວາມ​ສ່ຽງ​​ດ້ານກະ​ສິ​ກຳ​ໄດ້​ເພີ່ມ​ຂຶ້ນ​ຢ່າ​ງຫຼວງຫຼາຍ.

 

ໃນ​ກາງ​ເດືອນ​ພຶດ​ສະ​ພາ​ປີ​2020, ຢູ່​ບ້ານ​ນານ​ລິງ​ໂພ່​ຕາ​ແສງ​ຈ່າງ​ຈ່ວງ​ເມືອງ​ຊ່າງ​ສຸຍ​ແຂວງ​ເຫີ​ນານ, ເຂົ້າ​ເບຼໃນ​ເນື້ອ​ທີ່ 5 ໝື່ນ​ມູ(​ປະ​ມານ3333ເຮັກ​ຕາ)​ສຸກ​​ເຫຼືອງແລ້ວ. ທ່ານ​ລິວ​ທ່ຽນ​ຮ​ວາ ຫົວ​ໜ້າ​ສະ​ຫະ​ກອນ​ທີ່​ຮັບ​ຜິ​ດ​ຊອບ​ຄຸ້ມ​ຄອງ​ນາ​ເຂົ້າ​ເບຼ​ຜືນ​ນີ້​ໃຫ້​ຮູ້​ວ່າ, ເວົ້າ​ສຳ​ລັບ​ການ​ປູກ​ເຂົ້າ​ເບຼ​ແລ້ວ, ປີ​ນີ້​ບໍ່​ສົມ​ເປັນປີ​ທີ່​ມີ​ເງື່ອນ​ໄຂ​ທຳ​ມະ​ຊາດ​ທີ່​ເອື້ອ​ອຳ​ນວຍ. ກ່ອນ​ອື່ນ​ແມ່ນ​ການ​ແຜ່​ລະ​ບາດ​ຂອງ​ພ​ະ​ຍາດ​ໂຄວິດ-19​ທີ່​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນໄດ້​ກະ​ທົບ​ເຖິງ​ການ​ປູກ​ຝັງ​ໃນ​ລະ​ດູ​ໃບ​ໄມ້​ປົ່ງ, ຫຼັງ​ຈາກ​ນັ້ນ​ໄດ້​ຜະ​ເຊີນ​ໜ້າ​ກັບ​ໄພ​ສັດ​ຕູ​ພືດ, ໃນ​ຕົ້ນ​ເດືອນ​ພຶດ​ສະ​ພາ​ຍັງ​ໄດ້​ເກີດ​ໄພ​ແຫ້ງ​ແລ້ງ​ເປັນ​ໄລ​ຍະ​ສັ້ນ. ແຕ່​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີດ້ານ​ກະ​ສິ​ກຳ​ໄດ້​ມີ​ສ່ວນ​ຊ່ວຍ​ຫຼາຍ, ໃນ​ໄລ​ຍະ​ທີ່​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ສະ​ຫະ​ກອນ​ໄດ້​ນຳ​ໃຊ້​​ເຄື່ອງ​ຈັກ​ພົ່ນ​ຢາ​ອັດ​ຕະ​ໂນ​ມັດທີ່​ຄວບ​ຄຸມ​ດ້ວຍ​ໂທ​ລະ​ສັບ​ມື​ຖື, ໃຊ້​ເວ​ລາ 10 ມື້​ກໍ​ສາ​ມາດ​ພົ່ນຢາ​ຂ້າ​ສັດ​ຕູ​ພືດ​ໄດ້​ສຳ​ເລັດ; ໃນ​ເວ​ລາ​ເກີດ​ໄພ​ແຫ້ງ​ແລ້ງ, ພຽງ​​ແຕ່​ຄວບ​ຄຸມ​ຜ່ານ​ໂທ​ລະ​ສັບ​ມື​ຖື, ລະ​ບົບ​ຫົດ​ນ້ຳ​ກໍ​ສາ​ມາດ​ເລືອກ​ໃຊ້​ຮູບ​ແບບ​ຫົດ​ນ້ຳ​ທີ່​ແຕກ​ຕ່າງ​ກັນ​ອີງ​ຕາມ​ເງື່ອນ​ໄຂ​ຕ່າງໆ​ຂອງ​ເນື້ອ​ທີ່​ດິນ, ສາ​ມາດ​ຫົດ​ນ້ຳ​ຢ່າງ​ມີ​ປະ​ສິດ​ທິ​​ພາບ​ສູງ​ ທັງ​ສາ​ມາດ​ປະ​ຢັດ​ນ້ຳ. ທ່ານ​ລິວ​ທ່ຽນ​ຮ​ວາ​ກ່າວ​ວ່າ: “​ຄາດ​ວ່າ ຜົນ​ຜະ​ລິດ​ເຂົ້າ​ເບຼຢູ່​ແຫ່ງ​ນີ້ຈະ​ຫຼາຍກວ່າ 9000 ກິ​ໂລ​ຕໍ່ເຮັກ​ຕາ, ຈະ​ເປັນ​ອີກ​ປີ​ໜຶ່ງ​ທີ່​ມີ​ຜົນ​ເກັບ​ກ່ຽວ​ຢ່າງ​ອຸ​ດົມ​ສົມ​ບູນ.”

 

ກໍ​ເປັນ​ແບບ​ນີ້​ແຫຼະ, ການ​​ເຜີຍ​ແຜ່ ແລະ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ເຮັດ​ໃຫ້​​ຊາວ​ກະ​ສິ​ກອນພຽງ​ແຕ່​ມີ​ໂທ​ລະ​ສັບ​ມື​ຖື ໜ່ວຍ​ໜຶ່ງ, ເຖິງ​ຈະ​ຢູ່​ບ່ອນ​ໄກ​ແສນ​ໄກ, ກໍ​ສາ​ມາດ​ກວດ​ເບິ່ງ​ສະ​ພາບ​ການ​ເຕີບ​ໃຫຍ່​ຂອງ​ສິ່ງ​ປູກ​ຝັງ​ໄດ້, ທັງ​​ສາ​ມາດຄວບ​ຄຸມ​ການ​ຫົດ​ນ້ຳ ໃສ່​ປຸຍ​ແລະ​ອື່ນໆ, ເຮັດ​ໃຫ້​ທີ່​ດິນ​ກາຍ​ເປັນ “ຖ້ວຍ​ຄຳ”ທີ່​ຮັບ​ປະ​ກັນ​ຜົນ​ເກັບ​ກ່ຽວ​ຂອງ​ຊາວ​ກະ​ສິ​ກອນ​ໄດ້​ຢ່າງ​ແທ້​ຈິງ.

 

ນອກ​ຈາກ​ນີ້​ແລ້ວ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຍັງ​ເຮັດ​ໃຫ້ “ຖ້ວຍ​ເຂົ້າ​ຂອງ​ຈີນ” ເຕັມ​ໄປ​ດ້ວຍ​ສະ​ບຽງ​ອາ​ຫານ​ທີ່​ມີ​ຄຸນ​ນະ​ພາບ​ສູງ. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ຖື​ເອົາ​ການ​ເພີ່ມ​ການ​ສະ​ໜອງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​​ປອດ​ສານ​ພິດ ແລະ ຄຸນ​ນະ​ພາບ​ສູງ​ໄວ້​ຢູ່​ຖາ​ນະ​ພົ້ນ​ເດັ່ນ, ສະ​ບຽງ​ອາ​ຫານ​ໃນ “ຖ້ວຍ​ເຂົ້າ​ຂອງ​ຈີນ” ພວມ​ບັນ​ລຸ​ການ​ຫັນ​ປ່ຽນ​ຈາກ “ປະ​ລິ​ມານຫຼາຍ” ໄປ​ສູ່ “ຄຸນ​ນະ​ພາບ​ສູງ”.

 

 “ການ​ຫັນ​ເປັນ​ທັນ​ສະ​ໄໝດ້ານ​ກະ​ສິ​ກຳ, ສິ່ງ​ສຳ​ຄັນ​ຂຶ້ນ​ຢູ່​ກັບ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ດ້ານ​ກະ​ສິ​ກຳ​ຫັນ​ເປັນ​ທັນ​ສະ​ໄໝ. ຕ້ອງ​ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ​ລະ​ຫວ່າງ​ກະ​ສິ​ກຳ​ກັບ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ເພີ່ມ​ທະ​ວີ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ກະ​ສິ​ກຳ, ນັກ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຕ້ອງ​ຂຽນ​ບົດ​ນິ​ພົນຕາມ​ພື້ນ​ທີ່, ເຮັດ​ໃຫ້​ຊາວ​ກະ​ສິ​ກອນ​ໃຊ້​ເຕັກ​ນິກ​ທີ່​ດີ​ສຸດ​ເພື່ອ​ຜະ​ລິດ​ສະ​ບຽງ​ອາ​ຫານ​ທີ່​ດີ​ທີ່​ສຸດ.” ນີ້​ຄື​ຄວາມ​ເຫັນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໃນ​ເວ​ລາ​ທີ່​ໄປ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ແຂວງ​ຈີ​ລິນ, ​ເປັນ​ທິດ​ທາງ​ພື້ນ​ຖານ​ທີ່​ຈີນ​ພັດ​ທະ​ນາ​ກະ​ສິ​ກຳ​ແບບ​ທັນ​ສະ​ໄໝ ແລະ ​ການຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ, ​ທັງ​ແມ່ນ​ທິດ​ທາງ​​ທີ່​ເປັນຮູບ​ປະ​ທຳ​ໃນ​ການ “ຈັດ​ຕັ້ງ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການຮັກ​ສາ​ສະ​ບຽງ​ອາ​ຫານ​ໄວ້​ໂດຍ​ອາ​ໄສ​ທີ່​ດິນ ແລະ ເຕັກ​ໂນ​ໂລ​ຊີ ຢ່າງ​ແທ້​ຈິງ”.

 

ຄຳ​ເຫັນ

0