吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບຸກຄົນ​ສຳຄັນ​ຫຼາຍ​ປະ​ເທດ​ເຫັນ​ວ່າ ການ​ເລື່ອນ​ເວລາ​ຈັດການ​ເລືອກ​ຕັ້ງ​ສະພາ​ນິຕິ​ບັນຍັດຂອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​​ເປັນທາງ​ເລືອກທີ່ມີ​ຄວາມ​ຮັບຜິດຊອບ​ຢ່າງ​ສູງ

2020-08-02 17:14:06 cri

​ເນື່ອງ​ຈາກ​ສະພາບ​ພະຍາດ​ໂຄ​ວິດ-19 ຢູ່​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ໃນ​ປັດຈຸ​ບັນ​ນີ້​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ຮ້າຍ​ແຮງ​ຕໍ່​ການ​ເລືອກ​ຕັ້ງ, ວັນ​ທີ 31 ກໍລະກົດ​ແລ້ວ​ນີ້ ທ່ານນາງ​ລຳ​​ແຊງ​ເຢັດ​ງໍ ຜູ້​ວ່າການເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງປະກາດ​ວ່າ: ອີງຕາມ “ກົດ​ລະບຽບວ່າ​ດ້ວຍສະພາບ​​ສຸກ​ເສີນ​” ຕັດສິນ​ເລື່ອນ​ເວລາ 1 ປີ​ໃນ​ການ​ຈັດການ​ເລືອກ​ຕັ້ງ​ສະພາ​ນິຕິບັນຍັດ​ສະ​ໄໝ​ທີ 7 ຂອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ. ບຸ​ກຄົນ​ສຳຄັນ​ຂອງ​ຫຼາຍ​ປະ​ເທດ​ຊີ້​ໃຫ້​ເຫັນ​ວ່າ: ຂໍ້​ຕົກລົງ​ດັ່ງກ່າວ​ມີ​ຜົນ​ດີ​ຕໍ່​ການ​ສະກັດ​ກັ້ນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ປົກ​ປ້ອງ​ຄວາມ​ປອດ​ໄພດ້ານ​ຊີວິດ​ຂອງ​ປະຊາຊົນ​ຮົງ​ກົງ, ​​ເປັນ​ທາງ​ເລືອກ​ທີ່​ຈຳ​ເປັນ ​ແລະ​ມີ​ຄວາມ​ຮັບຜິດຊອບ, ​ເຊິ່ງ​ເປັນການ​ກະທຳຄື​ທີ່​ຫຼາຍ​ປະ​ເທດ ​ແລະ​​ເຂດ​​ແຄວ້ນ​ໄດ້​ປະຕິບັດ​ຜ່ານ​ມາ.

ທ່ານ​ສີຄູນ ບູນວິ​ໄລ ​ເລຂາທິການ​ໃຫຍ່​ສະມາຄົມມິດ​ຕະພາບ​ລາວ​-ຈີນ​​ເຫັນ​ວ່າ: ການທີ່​ເລື່ອນ​ເວລາ​ຈັດການ​ເລືອກ​ຕັ້ງ​ສະພາ​ນິຕິບັນຍັດ​ຂອງ​ເຂດ​ບໍລິຫານ​ພິ​ເສດ​ຮົງກົງ​ມີ​ຜົນ​ດີ​ຕໍ່​ການ​ສະກັດ​ກັ້ນ​ການ​ແຜ່​ລະບາດ​ຂອງ​ພະຍາດ ​ແລະ​ເປັນ​ມາດ​ຕະການ​ທີ່​ຈຳ​ເປັນ, ​ສົມ​ເຫດ​ສົມ​ຜົນ ​ແລະ​ຖືກ​ຕ້ອງຕາ​ມກົດໝາຍ. ​ເຊື່ອ​ໝັ້ນ​ວ່າ​ພາຍ​ໃຕ້​ການ​ສະໜັບສະໜູນ ​ແລະ​ການ​ຊ່ວຍ​ເຫຼືອ​ຂອງ​ລັດຖະບານ​ກາງ​ຈີນ, ຮົງ​ກົງຈະສາມາດ​ຜ່ານ​ຜ່າ​ຜົນ​ກະທົບຂອງ​ພະຍາດ​ໂຄ​ວິດ​-19 ​​ໄດ້​ໂດຍ​ໄວຢ່າງ​ແນ່ນອນ.

ທ່ານ​ນາງ​​ໂຊ​ເນຍ ບ​ຣຼສ​ໄລ ຜູ້​ຊ່ຽງຊານ​ບັນຫາ​ຈີນ​ຂອງຝຣັ່ງກ່າວ​ວ່າ: ການ​ເລື່ອນ​ເວລາ​ຈັດການ​ເລືອກ​ຕັງ​ສະພາ​ນິຕິ​ບັນຍັດຂອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ໄດ້​ສະ​ແດງ​​ໃຫ້​ເຫັນນ້ຳ​ໃຈຕິດ​ແທດ​ຕົວ​ຈິງ​ຂອງ​ອົງກາ​ນປົກຄອງ​ເຂດບໍລິ​ຫານ​ພິ​ເສດ​ຮົງ​ກົງ​ໃນ​ການຮັບ​ມື​ກັບ​ພະຍາດ ຄື: ​ຖື​ການ​ຮັບປະກັນ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ​ເປັນ​ໜ້າ​ທີ່ສຳຄັນ​ອັນ​ດັບ​ໜຶ່ງ, ຫຼີກ​ເວັ້ນ​ບໍ່ໃຫ້​ປະຊາຊົນ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ດ້ວຍ​ການ​ສ່ຽງ​ໄພ​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19.

ຄຳ​ເຫັນ

0