覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍານ​ສຳຫຼວດ​ດາວ​ອັງ​ຄານ​ຂອງ​ຈີນ​ໄດ້​ສຳ​ເລັດ​ໜ້າ​ທີ່​ປັບ​​ວົງໂຄ​ຈອນເທື່ອທຳ​ອິດ​ໃນ​ລະຫວ່າງການເດີນທາງ​ໄປ​ສູ່​ດາວ​ອັງ​ຄານ

2020-08-02 16:51:26 cri

ອົງ​ການ​ການ​ບິນ​ອະ​ວະ​ກາດ​ແຫ່ງຊາດຈີນ​ແຈ້ງ​ໃຫ້​ຊາບ​ວ່າ: ເວ​ລາ 7 ໂມງ​ພໍດີ​ຂອງວັນ​ທີ 2 ສິງ​ຫາ​ນີ້,  ຍານ​ສຳຫຼວດ​ດາວ​ອັງ​ຄານ “ທຽນ​ເວີ້ນ 1”ເຊິ່ງໄດ້​ປະ​ຕິ​ບັດ​ໜ້າ​ທີ່​ໃນການສຳຫຼວດ​ດາວ​ອັງ​ຄານ​ເປັນຄັ້ງ​ທຳ​ອິດ​ຂອງ​ຈີນ​ນັ້ນ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ປັບ​ວົງ​ໂຄ​ຈອນ​ໃນ​ລະຫວ່າງການເດີນທາງ​ເປັນ​​ເທື່ອ​ທຳ​ອິດ ແລະ ສືບ​ຕໍ່​ໂຄ​ຈອນ​ບິນ​ໄປ​ສູ່​ດາວ​ອັງ​ຄານ.
 

ນັບ​ມາ​ຮອດ​ເວ​ລາ​ກ່ອນ​ປັບ​ວົງ​ໂຄ​ຈອນ​ເທື່ອ​ທຳ​ອິດ,  ຍານ​ສຳຫຼວດ​ດາວ​ອັງ​ຄານ “ທຽນ​ເວີ້ນ 1” ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ການ​ບິນ​ເປັນ​ເວ​ລາ 9 ວັນກັບ 17 ຊົ່ວ​ໂມງ​ແລ້ວເຊິ່ງ​ມີໄລຍະຫ່າງ​ຈາກ​ໜ່ວຍ​ໂລກຫຼາຍກວ່າ 3 ລ້ານ​ກິ​ໂລ​ແມັດ, ລະ​ບົບ​ຕ່າງໆ​ຂອງ​ຍານ​ສຳຫຼວດ​ຢູ່​ໃນ​ສະ​ພາບ​ເຮັດ​ວຽກ​ໄດ້ເປັນ​ຢ່າງ​ດີ.
 

ຫຼັງ​ຈາກ​ນັ້ນ, ຍານ​ສຳຫຼວດ​ດາວ​ອັງ​ຄານ “ທຽນ​ເວີ້ນ 1” ຍັງ​ຈະ​ຜ່ານ​ການປັບ​ວົງ​ໂຄ​ຈອນ​ໃນ​ສ່ວນ​ເລິກຂອງ​ອະ​ວະ​ກາດ ແລະ​ປັບ​ວົງ​ໂຄ​ຈອນ​ໃນລະຫວ່າງການເດີນ​ທາງ​ຫຼາຍ​ເທື່ອໂດຍ​ຈະໃຊ້ເວລາ​ບິນ​ເປັນ​ເວ​ລາ 6 ເດືອນ​ປາຍຈິ່ງ​ຈະ​ໄປ​ເຖິງ​ຈຸດ​ໃກ້​ຄຽງ​ດາວ​ອັງ​ຄານເພື່ອ​ກະ​ກຽມ​ລົງ​ຈອດ​ຢູ່​ເທິງ​ດາວ​ອັງ​ຄານ​ແລະ ຈະ​ປະ​ຕິ​ບັດ​ໜ້າ​ທີ່​ສຳຫຼວດ​ວັດ​ແທກ​ທາງວິ​ທະ​ຍາ​ສາດກໍ​ຄື​ໜ້າ​ວຽກ​ອື່ນໆ.

 

 

ຄຳ​ເຫັນ

0