覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

Fitch ປັບຫຼຸດການ​ຄາດ​ຄະ​ເນລະດັບ​ຄວາມ​ໜ້າ​ເຊື່ອ​ຖື​ທາງພາກ​ລັດ​ຂອງ​ອາ​ເມ​ຣິ​ກາ​ລົງ​ເປັນ “ຕົວເລກ​ລົບ”

2020-08-02 16:53:42 ​cri

ບໍ​ລິ​ສັດFitchເຊິ່ງ​ເປັນ​ສະ​ຖາ​ບັນ​ປະ​ເມີນລະດັບ​ຄວາມ​ໜ້າ​ເຊື່ອ​ຖື​ສາ​ກົນ ໄດ້​ປະ​ກາດ​ໃນ​ວັນ​ທີ 31 ກໍ​ລະ​ກົດ​ແລ້ວ​ນີ້​ວ່າ: ຈະ​ປັບຫຼຸດ​​ການ​ຄາດ​ຄະ​ເນ​ການ​ປະ​ເມີນ​ລະດັບຄວາມ​ໜ້າ​ເຊື່ອ​ຖື​ທາງພາກ​ລັດ​ຂອງ​ອາ​ເມ​ຣິ​ກາ​ລົງ​ເປັນ “ຕົວເລກລົບ”, ແຕ່ໃນ​ຂະ​ນະ​ດຽວ​ກັນກໍ​ຍັງຈະ​ຮັກ​ສາ​ລະ​ດັບ​ຄວາມ​ໜ້າ​ເຊື່ອ​ຖື​ທາງ​ພາກ​ລັດໃນ​ໄລ​ຍະ​ຍາວ​ຂອງ​ອາ​ເມ​ຣິ​ກາ​ເປັນລະ​ດັບ “AAA”ຄື​ເກົ່າ.
 

ບໍ​ລິ​ສັດFitchໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ສະ​ບັບ​ໜຶ່ງ​ໃນ​ວັນ​ທີ 31 ກໍ​ລະ​ກົດ​ແລ້ວ​ນີ້​ໂດຍ​ລະ​ບຸ​ວ່າ: ການ​ຂາດ​ດຸນ​ທາງ​ງົບ​ປະ​ມານ​ແລະ​ໜິ້ນ​ສິນ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໄດ້​ເພີ່ມ​ຂຶ້ນ​ຢ່າ​ງວ່ອງ​ໄວທັງ​ບໍ່​ມີ​ແຜນ​ການ​ປັບ​ປຸງ​ການ​ເງິນ​ທີ່​ໜ້າ​ເຊື່ອ​ຖື​ໄດ້. ຫຼັງ​ຈາກການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ສິ້ນ​ສຸດ​ລົງ​ແລ້ວ, ຖ້າ​ວ່າລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຍັງ​ບໍ່​ສາ​ມາດ​ປັບ​ປຸງ​ນະ​ໂຍ​ບາຍ​ການ​ເງິນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ຮັກ​ສາ​ລະ​ດັບ​ໜີ້​ສິນ​ໃຫ້​ໝັ້ນ​ທ່ຽງ​, ມັນ​ກໍ​ອາດ​ຈະ​ພາ​ໃຫ້​ເກີດ​ມີ​ຄວາມ​ສ່ຽງຫຼາຍກວ່າ​ເກົ່າ. ບໍ​ລິ​ສັດFitchຢືນ​ຢັນ​ວ່າ:ກ່ອນ​ທີ່ສະ​ພາບ​ພະ​ຍາດ​ໂຄວິດ-19 ​ຈະສົ່ງ​ຜົນ​ກະ​ທົບ​ໃຫ້​ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​ແບບ​ຢຸດ​ສະ​ງັກ​ຊົ່ວ​ຄາວ​ນັ້ນ, ການ​ຂາດ​ດຸນ​ທາງ​ງົບ​ປະ​ມານ​ແລະໜີ້​ສິນ​ສາ​ທາ​ລະ​ນະ​ທີ່​ຢູ່​ໃນ​ລະ​ດັບ​ສູງ​ຢ່າງ​ຍາວ​ນານ​ນັ້ນ​ກໍ​ໄດ້​ເລີ່ມ​ເຮັດ​ໃຫ້​ອາ​ເມ​ຣິ​ກາ​ເສຍ​ຄວາມ​ໜ້າ​ເຊື່ອ​ຖື​ທາງພາກ​ລັດ​ແລ້ວ.
 

ບົດ​ລາຍ​ງານ​ສະ​ບັບ​ນີ້​ຄາດ​ຄະ​ເນ​ວ່າ: ເມື່ອ​ຮອດ​ປີ 2021, ໜີ້​ສິນ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ອາດຈະ​ກວມເອົາ​ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນຫຼື GDP ຫຼາຍກວ່າ130%.
 

ນັກ​ວິ​ເຄາະ​ຢືນ​ຢັນ​ວ່າ: ການ​ຄາດ​ຄະ​ເນ​ຂອງ​ອົງ​ການ​ປະ​ເມີນ​ລະດັບຄວາມ​ໜ້າ​ເຊື່ອ​ຖື​ອາດ​ຈະ​ສົ່ງ​ຜົນ​ສະ​ທ້ອນ​ຕໍ່​ການ​ຕັດ​ສິນ​ຕໍ່​ການ​ປະ​ເມີນ​ຜົນ​ຂອງ​ບໍລິສັດໃນ​ໄລ​ຍະຕໍ່​ໄປ, ແຕ່​ມັນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ, ອາ​ເມ​ຣິ​ກາ​ຈະ​ຜະ​ເຊີນ​ກັບ​ຄວາມ​ສ່ຽງ​ທີ່​ຈະ​ຖືກ​ປັບ​ລະ​ດັບ​ຄວາມ​ໜ້າ​ເຊື່ອ​ຖື​ໃຫ້​ຕ່ຳ​ລົງ​ພາຍ​ໃນ​ໄລ​ຍະ​ສັ້ນ.

ຄຳ​ເຫັນ

0