吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຄ້າ​ໄທ-ຈີນ​​ໄດ້ຮັກສາ​ທ່ວງທ່າ​ເພີ່ມ​ຂຶ້ນ​ໃນ​ 6 ​ເດືອນ​ຕົ້ນ​ປີ​ນີ້

2020-08-02 17:13:29 cri

​ພາຍ​ໃຕ້ສະພາບ​ການ​ພະຍາດ​​ໂຄ​ວິ​ດ-19 ​ແຜ່​ລະບາດ​ໃນ​ທົ່ວ​ໂລກ, ​ເສດຖະກິດ​ຈີນ​​ໄດ້​ຟື້ນ​ຟູ​ຢ່າງ​ໝັ້ນ​ທ່ຽງ ​ເຊິ່ງ​ໄດ້​ເພີ່ມ​ກຳລັງ​ຊຸກ​ດັນ​ໃຫ້​ຟື້ນ​ຟູ​ເສດຖະກິດ​ໂລກ. ຫວ່າງມໍ່ໆ​ນີ້, ທ່ານ​ວິສິດ ລິ້ມ​ເລີ​ຊາ ຮອງ​ປະທານ​ສະ​ມາ​ຄົມການ​ຂົນ​ສົ່ງທາງ​ເຮືອ​ໄທກ່າວ​ວ່າ: ​ເນື່ອງຈາກ​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກການ​ຟື້ນ​ຟູ​ຄືນ​ໃໝ່​ຢ່າງ​ວ່ອງ​ໄວ​ຂອງ​ເສດຖະກິດ​ຈີນ, ​ເຮັດ​ໃຫ້​ການ​ຄ້າ​​ໄທ-ຈີນສືບ​ຕໍ່​ຮັກສາທ່ວງທ່າເພີ່ມ​ຂຶ້ນ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້.

ທ່ານ​ກ່າວ​ຕື່ມ​ວ່າ: ການ​ແຜ່​ລະບາດຂອງ​ພະຍາດ​ໂຄ​ວິດ-19 ​ໃນ​ທົ່ວ​ໂລກ​​ເຮັດ​ໃຫ້​ການ​ຜະລິດ​ຂອງຫຼາຍ​ປະ​ເທດ​​ໄດ້ຢຸດສະ​ງັກ, ຈີນ​ແມ່ນ​ປະ​ເທດ​ທີ່ສາມາດ​ຟື້ນ​ຟູ​ຄືນ​ໃໝ່ຈາກ​ສະພາບ​ພະຍາດ​ໄດ້​ໄວ​ທີ່​ສຸດ, ​ເມື່ອ​ເບິ່ງ​ຈາກ​ດັດຊະນີ​ຂອງ​ PMI ຫຼືຜູ້​ຈັດການ​ຝ່າຍ​ຊື້​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ, ການ​ຟື້ນ​ຟູ​ຂອງ​ເສດຖະກິດ​ຈີນ​ໄວ​ກວ່າ​ປະ​ເທດ​ອື່ນໆ​ຢ່າງ​ຈະ​ແຈ້ງ, ຈີນ​ມີ​ຜະລິດ​ຕະພັນ​ຢ່າງ​ພຽງພໍ​ສາມາດ​ສົ່ງ​ອອກ​ເພື່ອ​ຕອບ​ສະໜອງ​ກັບການ​ຂາດ​​ເຂີນສິນຄ້າ​ຂອງ​ປະ​ເທດ​ອື່ນໆ, ​​ເປັນ​ການ​ຄ້ຳ​​ຊູ​ໃຫ້ຕ່ອງ​ໂສ້​ອຸດສາຫະກຳ ​ແລະ​ຕ່ອງ​ໂສ້​ການ​ສະໜອງ​ຂອງ​ທົ່ວ​ໂລກສາມາດ​ປະຕິບັດ​ງານ​ຢ່າງ​ໝັ້ນ​ທ່ຽງ.

ທ່ານ​ເຫັນ​ວ່າ: ການ​ຜະລິດ​ຂອງປະ​ເທ​ດ​ໄທ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພະຍາດ​ໂຄ​ວິດ-19 ບໍ່​ຫຼາຍ​ປານ​ໃດ, ​ແຕ່​ການ​ສົ່ງ​ອອກ​ໄດ້​ຮັບ​ຜົນ​ກະທົບຫຼາຍ​ເນື່ອງ​ຈາກ​ມາດ​ຕະການ​ຈຳກັດ​ຂອງ​ປະ​ເທດ​ອື່ນໆ​. ​ແຕ່​ເນື່ອງ​ຈາກ​ຈີນ​ໄດ້​ມີ​ວິ​ໄສ​ທັດ​ໃນ​ການວາງ​ແຜນ​ນຳ​ເຂົ້າ​ຜະລິດ​ຕະພັນ​ກະສິກຳ​​ແບບ​ລ່ວງ​ໜ້າ, ​ເມື່ອ​ເກີດການ​ແຜ່​ລະບາດ​ພະຍາດ​ໂຄ​ວິດ-19 ຢ່າງ​ກະທັນຫັນ, ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ຈຶ່ງ​ບໍ່​​ໄດ້​ຮັບ​ຜົນ​ກະທົບ​ຫຼາຍ​ປານ​ໃດ.

ຄຳ​ເຫັນ

0