赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜະ​ລິດ​ຕະ​ພັນ​ຂອງ​ລະ​ບົບ​ດາວ​ທຽມ​ເປີຍ​ໂຕໄດ້​ສົ່ງ​ອອກ​ໄປ​ສູ່ 120 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ

2020-08-03 15:02:52 cri

ຜະ​ລິດ​ຕະ​ພັນ​ຂອງ​ລະ​ບົບ​ດາວ​ທຽມ​ເປີຍ​ໂຕໄດ້​ສົ່ງ​ອອກ​ໄປ​ສູ່ 120 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ_fororder_83d34f763d2642e395d64bfe953f476d

ວັນ​ທີ 3 ສິງ​ຫານີ້ ທ່ານ​ຢັນ​ເສິງ​ຊີ ໂຄ​ສົກທັງ​ເປັນຫົວ​ໜ້າ​ຫ້​ອງ​ການ​ຄວບ​ຄຸມ​ລະ​ບົບ​ນຳ​ທາງ​ດ້ວຍ​ດາວ​ທຽມ​ຈີນ​ກ່າວ​ວ່າ, ປັດ​ຈຸ​ບັນ, ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ພັນ​ກັບ​ລະ​ບົບ​ດາວ​ທຽມ​ເປີຍ​ໂຕ​ໄດ້​ສົ່ງ​ອອກ​ໄປ​ສູ່ 120 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ແລ້ວ, ໂທ​ລະ​ສັບ​ມື​ຖື​ແບບ​ສະ​ມາດ​​ໂຟນ​ສ່ວນ​ຫຼາຍ​ນຳ​ໃຊ້​ລະ​ບົບ​ເ​ປີຍ​ໂຕ​ໄດ້.

ມື້​ດຽວ​ກັນ, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນ​ໄດ້​ໄຂ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ການ​ເປີດ​ນຳ​ໃຊ້​ລະ​ບົບ​ນຳ​ທາງ​ດ້ວຍ​ດາວ​ທຽມ​ເປີຍ​ໂຕ​ເລກ 3  ໂດຍ​ທ່ານ​ຢັນ​ເສິງ​ຊີ​ກ່າວ​ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ວ່າ, ລະ​ບົບ​ເປີຍ​ໂຕ​ໄດ້​ໃຫ້​ບໍ​ລິ​ການ​ຮອບ​ດ້ານ​ແກ່​ຂະ​ແໜງ​ການ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ຄວາມ​ປອດ​ໄພ​ສາ​ທາ​ລະ​ນະ, ການ​ກູ້​ໄພ​ແລະ​ຫຼຸດ​ຜ່ອນ​ໄພ, ຂະ​ແໜງ​ການ​ກະ​ສິ​ກຳ ປ່າ​ໄມ້​ແລະ​ປະ​ມົງ ,ຂະ​ແໜງ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ຕົວ​ເມືອງ, ແລະຍັງລົງ​ເລິກ​ເພື່ອ​ນຳ​ໃຊ້ເຂົ້າ​ໃນ​ການ​ກໍ່​ສ້າງພື້ນ​ຖານ​ໂຄງ​ລ່າງ​ສຳ​ຄັນ​ຕ່າງໆ​ເຊັ່ນ: ພະ​ລັງ​ງານ​ໄຟ​ຟ້າ, ການ​ທະ​ນາ​ຄານ ແລະ​ໂທ​ລະ​ຄົມ​ມະ​ນາ​ຄົມ.

ຕາມ​ຂ່າວ​ແຈ້ງ​ໃຫ້​ຮູ້​ອີກວ່າ, ຕະ​ຫຼອດ​ໄລ​ຍະ 10 ປີ​ມານີ້ ຂະ​ແໜງ​ການ​ນຳ​ທາງ​ແລະ​ກຳ​ນົດ​ທີ່​ຕັ້ງ​ດ້ວຍ​ດາວ​ທຽມ​ຂອງ​ຈີນ​ໄດ້​ມີ​ມູນ​ຄ່າ​ເພີ່ມ​ຂຶ້ນ 20% ຕໍ່​ປີ, ປີ 2019 ບັນ​ລຸ​ໄດ້ 345 ຕື້ຢວນ, ປີ 2020 ອາດ​ຈະ​ຫຼາຍກວ່າ 400 ຕື້ຢວນ.

ລະ​ບົບ​ດາວ​ທຽມ​ເປີຍ​ໂຕ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ 4 ລະ​ບົບ​ນຳ​ທາງ​ດ້ວຍ​ດາວ​ທຽມ​ຂະ​ຫນາດ​ໃຫຍ່​​ຂອງ​ໂລກ​ທີ່​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ອົງ​ການສະ​ຫະ​ປະ​ຊາ​ຊາດ, ແລະ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ລະ​ບົບ​ນຳ​ທາງ​ດ້ວຍ​ດາວ​ທຽມ​ຂອງ​ອາ​ເມ​ລິ​ກາ, ຣັດ​ເຊຍ​ແລະ​ສະ​ຫະ​ພາບ​ເອີ​ລົບ​ຢ່າງ​ເລິກ​ເຊິ່ງ​ໃນ​ດ້ານ​ການ​ຊົມ​ໃຊ້​ຂໍ້​ມູນ​ຮ່ວມກັນ​ແລະ​ດ້ານ​ລະ​ບົບ​ປະ​ຕິ​ບັດ​ງານ. ປະ​ຈຸ​ບັນ, ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ພັນ​ກັບ​ລະ​ບົບ​ເປີຍ​ໂຕ​ໄດ້​ຮັບ​ການ​ນຳ​ໃຊ້​ຢູ່​ອາ​ຊຽນ, ອາ​ຊີ​ໃຕ້, ເອີ​ລົບ​ຕາ​ເວັນ​ອອກ, ອາ​ຊີ​ຕາ​ເວັນ​ຕົກ​ແລະ​ອາ​ຝິຣກາ​ຢ່າງ​ສຳ​ເລັດ​ຜົນ.

ຄຳ​ເຫັນ

0