徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວາງສະແດງຜົນງານສີລະປະກຳກ່ຽວກັບການຕ້ານກັບພະຍາດຢູ່ຫໍພິພິທະພັນແຫ່ງຊາດ

2020-08-03 17:17:55 cri

ວາງສະແດງຜົນງານສີລະປະກຳກ່ຽວກັບການຕ້ານກັບພະຍາດຢູ່ຫໍພິພິທະພັນແຫ່ງຊາດ_fororder_0803_1

ຫວ່າງມໍ່ໆມານີ້, “ງານວາງສະແດງ​ຜົນ​ງານສີລະປະກຳພາຍ​ໃຕ້ຫົວຂໍ້ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຕ້ານ​ກັບພະຍາດໂຄວິດ-19” ທີ່ຫໍພິພິທະພັນແຫ່ງຊາດຈີນ, ສະມາຄົມສີລະປະກອນຈີນແລະສະມາຄົມນັກປະ​ພັນຈີນເປັນ​ເຈົ້າ​ພາບ​ຮ່ວມ​ກັນ​ໄດ້​ຈັດ​ຂຶ້ນຢູ່ຫໍພິພິທະພັນແຫ່ງຊາດ.

ງານວາງສະແດງຄັ້ງນີ້ໄດ້ວາງສະແດງ​ເຄື່ອງສີລະປະກຳເກືອບ 200 ອັນທີ່ຖືກເຮັດ​ຂຶ້ນ​ຕາມ​ສະ​ພາບ​ການ​ຂອງ​ການ​ຕ້ານ​ກັບພະຍາດໂຄວິດ-19 , ເຊິ່ງເນື້ອໃນຂອງ​ງານ​ວາງ​ສະ​ແດງ​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ເຖິງສະຖານທີ່ການປິ່ນປົວຜູ້ເປັນພະຍາດແລະວຽກງານການປ້ອງກັນແລະຄວບຄຸມພະຍາດເປັນຫຼັກ, ທັງໄດ້ສະແດງໃຫ້​ເຫັນ​ເຖິງການຮັບປະກັນດ້ານຊີວິດການເປັນຢູ່ຂອງປະຊາຊົນໃນເຂດແຜ່ລະບາດພະຍາດ, ການຟື້ນຟູການຜະລິດ,ການເຮັດວຽກແລະການຊ່ວຍເຫຼືອ ຕ່າງປະເທດໃນ​ດ້ານ​ການ​ແພດ​ແລະອື່ນໆ,​ນອກ​ນີ້​ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນຂະບວນການຢ່າງລຳບາກໃນການຕໍ່ຕ້ານພະຍາດຂອງປະຊາຊົນຈີນແລະນ້ຳໃຈສູ້​ຊົນຕ້ານກັບພະຍາດຂະ​ໜາດໃຫຍ່ໃນຂະບວນການດັ່ງກ່າວ.

ຄຳ​ເຫັນ

0