赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໜ່ວຍກວດຫາ​ເຊື້ອ​ພະ​ຍາດ​ຂອງ​ແຜ່ນ​ດິນ​ໃຫຍ່​ຈີນ​ໜ່ວຍ​ທຳ​ອິດ​ໄດ້​ເດີນ​ທາງ​ໄປ​ຮອດ​ຮົງ​ກົງ​ແລ້ວ

2020-08-03 10:16:10 cri

 

ໃນ​ໄລ​ຍະ​ມໍ່ໆ​ມານີ້ ສະ​ພາບ​ພະ​ຍາດ​ໂຄວິດ-19 ​ຢູ່ຮົງ​ກົງ​ມີ​ຄວາມ​ຮ້າຍ​ແຮງ​ຂຶ້ນ. ນັບ​ມາ​ຮອດ​ເວ​ລາ 0 ໂມງ​ຂອງວັນ​ທີ 2 ສິງ​ຫານີ້, ກໍ​ລະ​ນີ​ຕິດ​ເຊື້ອ​ພະ​ຍາດ​ເພີ່ມ​ໃໝ່ຢູ່ຮົງ​ກົງ​ມີ​ເຖິງ 115 ຄົນ, ເປັນ​ຕົວ​ເລກ​ທີ່​ເກີນ 100 ​ຄົນຕໍ່​ມື້ເປັນ 12 ມື້​ລຽນ​ຕິດ. ໂດຍ​ຕອບ​ສະ​ໜອງ​ກັບ​ຄຳ​ຮ້ອງ​ຂໍ​ຂອງ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ, ໜ່ວຍກວດ​ເຊື້ອ​ຫາ​ພະ​ຍາດ​ຂອງ​ແຜ່ນ​ດິນ​ໃຫຍ່​ຈີນ​ທີ່​ປະ​ກອບ​ດ້ວຍ​ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແລະ​ສຸກ​ຂະ​ພາບ​ແຫ່ງ​ຊາດ​ຈີນ​ໜ່ວຍ​ທຳ​ອິດ​ໄດ້​ເດີນ​ທາງ​ໄປ​ຮອດ​ຮົງ​ກົງ​ໃນ​ວັນ​ທີ 2 ສິງ​ຫານີ້ ເຊິ່ງວົງ​ການ​ຕ່າງໆ​ຂອງ​ສັງ​ຄົມ​ຮົງ​ກົງ​ເຫັນ​ວ່າ, ພະ​ນັກ​ງານ​ແພດ​ໝໍ​ຂອງ​ແຜ່ນ​ດິນ​ໃຫຍ່​ມີ​ບົດ​ຮຽນ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ຢ່າງ​ອຸ​ດົມ​ສົມ​ບູນ, ຈະ​ສາ​ມາດ​ຊ່ວຍ​ຮົງ​ກົງ​​ປ້ອງ​ກັນ​ແລະຄວບ​ຄຸມ ​ພະ​ຍາດໄດ້​ຢ່າງ​ບັງ​ເກີດ​ຜົນ.

ໜ່ວຍກວດຫາ​ເຊື້ອ​ພະ​ຍາດ​ຂອງ​ແຜ່ນ​ດິນ​ໃຫຍ່​ຈີນ​ໜ່ວຍ​ທຳ​ອິດ​ໄດ້​ເດີນ​ທາງ​ໄປ​ຮອດ​ຮົງ​ກົງ​ແລ້ວ_fororder_微信图片_20200803101506

ທ່ານ​ອູ​ຈື້​ປິ່ນ ທີຶ່​ປຶກ​ສາ​ຄະ​ນະ​ອຳ​ນວຍ​ການ​ໂຮງ​ໝໍ​ເຢີນ​ຈີ​ຮົງ​ກົງ​ເຫັນ​ວ່າ: ອາດ​ເວົ້າ​ໄດ້​ວ່າ ນັບ​ແຕ່​ປີນີ້​​ເປັນ​ຕົ້ນມາ ປະ​ເທດ​ຊາດ​ພວກ​ເຮົາ​ໄດ້​ສະ​ສົມ​ບົດ​ຮຽນ​ຢ່າງ​ອຸ​ດົມ​ສົມ​ບຸນ​ໃນ​ດ້ານ​ການ​ຕ້ານ​ແລະ​ປິ່ນ​ປົວ​ພະ​ຍາດ. ຄວາມ​ສາ​ມາດກວດ​ພະ​ຍາດ​ຂອງ​ຮົງ​ກົງ​ໃນ​ປະ​ຈຸ​ບັນ​ພຽງ​ແຕ່ກວດ​ໄດ້ 8 ພັນ -9 ພັນ​ຄົນ​ຕໍ່​ມື້​ເທົ່າ​ນັ້ນ ແຕ່​ບໍ່​ສາ​ມາດ​ຕອບ​ສະ​ໜອງ​​ກັບຄວາມ​ຕ້ອງ​ການ​ຂອງ​ຮົງ​ກົງ​ໃນ​ປະ​ຈຸ​ບັນ​ໄດ້, ສະ​ນັ້ນ, ໜ່ວຍ​ປິ່ນ​ປົວ​ຂອງ​ແຜ່ນ​ດິນ​ໃຫຍ່​ຈີນ​ຈິ່ງ​ເດີນ​ທາງ​​ໄປ​ຊ່ວຍ​ເຫຼືອ​ຮົງ​ກົງ ອາດ​ເວົ້າ​ໄດ້​ວ່າ​ເປັນ​ການ​ຊ່ວຍ​ເຫຼືອ​ຂະ​ໜາດໃຫຍ່​ຕໍ່​ລະ​ບົບ​ປິ່ນ​ປົວ​ພະ​ຍາດ​ຢູ່​ຮົງ​ກົງ.

ໜ່ວຍກວດຫາ​ເຊື້ອ​ພະ​ຍາດ​ຂອງ​ແຜ່ນ​ດິນ​ໃຫຍ່​ຈີນ​ໜ່ວຍ​ທຳ​ອິດ​ໄດ້​ເດີນ​ທາງ​ໄປ​ຮອດ​ຮົງ​ກົງ​ແລ້ວ_fororder_微信图片_20200803101523

ທ່ານ​ກວນ​ຊ່ຽວ​ຈົ່ງ ປະ​ທານ​ບໍ​ລິ​ສັດ​ເຕັກ​ນິກ​ຊີ​ວະ​ພາບ​ໄຄ​ບ​ຈຳ​ກັດ​ກ່າວ​ວ່າ, ປັດ​ຈຸ​ບັນ, ຄວາມ​ສາ​ມາດກວດນິວ​ຄະເລ​ອິກຂອງ​ແຜ່ນ​ດິນ​ໃຫຍ່​ຈີນ​ແມ່ນ​ເປັນ​ອັນ​ດັບ​ໜຶ່ງ​ໃນ​ໂລກ​ກໍ່​ວ່າ​ໄດ້, ຍ້ອນ​ມີ​ເງື່ອນ​ໄຂ​ດ້ານ​ເຕັກ​ນິກ​ແລະ​ພື້ນ​ຖານ​ດ້ານ​ວັດ​ຖຸ ຈິ່ງ​ເຮັດ​ໃຫ້​ສະ​ພາບ​ຕ້ານ​ກັບ​ພະ​ຍາ​ດ​ຂອງ​ແຜ່ນ​ດິນ​ໃຫຍ່​ຈີນ​ໄດ້​ຮັບ​ໝາກ​ຜົນ​ທີ່​ດີ. ​ດັ່ງ​ນັ້ນ ເມື່ອ​ຮົງ​ກົງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ການກວດ​​ຫາເຊື້ອ​ພະ​ຍາດ​ຈາກ​ທາງ​ສູນ​ກາງ​ແລ້ວ, ບວກ​ກັບ​ແນວ​ຄິດ​ແລະ​ວິ​ທີ​ປິ່ນປົວ​ທີ່​ກ້າວ​ໜ້າ, ກໍ່​ຈະ​ເຮັດ​ໃຫ້​ແພດ​ໝໍ​ຮົງ​ກົງ ​ສາ​ມາດ​ຖອດ​ຖອນ​ບົດ​ຮຽນ​ອັນ​ໃໝ່​ໄດ້.

ຄຳ​ເຫັນ

0