徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການເງິນສູນກາງຈີນ​ໃຫ້ເງິນອຸດໜູນແກ່ນັກຮຽນເປັນຈຳນວນເງິນ 55 ຕື້ 3 ຮ້ອຍລ້ານຢວນ

2020-08-03 17:13:36 cri

ຕາມຂ່າວCRI: ວັນທີ 3 ສິງຫານີ້, ກະຊວງການເງິນຈີນປະກາດວ່າ, ຫວ່າງມໍ່ໆນີ້ໄດ້​ເບີກ​ຈ່າຍເງິນອຸດໜູນແກ່ນັກຮຽນໃນປີ 2020 ຈຳນວນ 55 ຕື້ 3​ ຮ້ອຍລ້ານຢວນ, ໄດ້ເພີ່ມຂຶ້ນ 4 ຕື້ 8 ຮ້ອຍລ້ານ 4 ແສນຢວນຖ້າທຽບກັບປີ 2019,​ ເພີ່ມຂຶ້ນ 9,6%. ສະໜັບສະໜູນໃຫ້ແຫ່ງ ຕ່າງໆປະຕິບັດນະໂຍບາຍໃຫ້ເງິນອຸດໜູນການສຶກສາສຳ​ລັບໂຮງຮຽນມັດທະຍົມທົ່ວ​ໄປ, ໂຮງ​ຮຽນ​ວິ​ຊາອາຊີບຊັ້ນກາງ, ໃຫ້ເງິນຊ່ວຍເຫຼືອແລະທຶນການ​ສຶກ​ສາທີ່ກ່ຽວຂ້ອງສຳ​ລັບ​ໂຮງ​ຮຽນ​ຊັ້ນສູງ, ການຍົກເວັ້ນຄ່າຮຽນຄ່າສຳຮອງແລະອື່ນໆ, ຄາດວ່າຈະໃຫ້​ການຊ່ວຍເຫຼືອນັກຮຽນຂອງໂຮງຮຽນມັດທະຍົມທົ່ວ​ໄປ 6 ລ້ານ 8 ແສນ​ 1 ໝື່ນ 8 ພັນເທື່ອຄົນ, ນັກຮຽນໂຮງ​ຮຽນ​ອາ​ຊີ​ວະ​ສາ​ຊັ້ນ​ກາງ 14 ລ້ານ 9 ແສນ 4 ໝື່ນເທືື່ອຄົນ, ນັກສຶກສາ​ຂອງ​ໂຮງ​ຮຽນ​ຊັ້ນ 8 ລ້ານ 4 ແສນ 8 ໝື່ນ 6 ພັນເທື່ອຄົນ.

 

ກະຊວງການເງິນ​ໃຫ້​ຮູ້​ວ່າ, ໃນປີ 2020 ນີ້ຈະສືບຕໍ່ປັບປຸງນະໂຍບາຍການໃຫ້ເງິນອຸດໜູນແກ່ນັກຮຽນໃຫ້ສົມບູນກວ່າເກົ່າ, ແລະ​ໃຫ້​ບູ​ລິ​ມະ​ສິດ​ແກ່​ເຂດ​ທຸກ​ຍາກ​ແລະ​ຂົງ​ເຂດ​ທີ່​ມີ​ຄວາມ​ຕ້ອງ​ການກວ່າ​ຕື່ມ​ອີກ.

 

ໃນໄລຍະດຳເນີນ “ແຜນການພັດທະນາ 5 ປີຄັ້ງທີ 13”,​ກະຊວງການເງິນໄດ້ປັບປຸງລະບົບການໃຫ້ເງິນອຸດໜູນແກ່ນັກຮຽນຢ່າງຍໍ່ຢຸດຢັ້ງ, ນັບລວມແລ້ວໄດ້​ເບີກ​ຈ່າຍເງິນອຸດໜູນແກ່ນັກຮຽນຈຳນວນ 224 ຕື້ 3 ຮ້ອຍລ້ານຢວນ, ເພີ່ມຂຶ້ນ 8,7% ໂດຍສະເລ່ຍຕໍ່ປີ,​ ມີຜົນດີຕໍ່ນັກຮຽນຂອງໂຮງຮຽນມັດທະຍົມທົ່ວ​ໄປປະມານ 33 ລ້ານ 5 ແສນ 9 ໝື່ນເທື່ອຄົນ, ນັກຮຽນ​ໂຮງ​ຮຽນ​ອາ​ຊີ​ວະ​ສຶກ​ສາ​ຊັ້ນກາງ 68 ລ້ານ 3 ແສນ 8 ໝື່ນເທື່ອຄົນ, ນັກສຶກສາຂອງໂຮງ​ຮຽນ​ຊັ້ນສູງ 34 ລ້ານ 3 ແສນ 7 ໝື່ນເທື່ອຄົນ. ໃນບາດກ້າວຕໍ່ໄປ, ກະຊວງການເງິນຈະສືບຕໍ່ປັບປຸງລະບຽບການໃຫ້ເງິນອຸດໜູນແກ່ນັກຮຽນໃຫ້ສົມບູນກວ່າເກົ່າ, ປະຕິບັດນະໂຍບາຍການໃຫ້ເງິນອຸດໜູນແກ່ໂຄງການຕ່າງໆໃຫ້ດີ, ເຮັດໃຫ້ນັກຮຽນທີ່ມີຄວາມຕ້ອງການນັ້ນໄດ້ຮັບເງິນອຸດໜູນ, ສະ​ໜອງການຮັບປະກັນຂັ້ນ​ພື້ນ​ຖານ​ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຢ່າງໝັ້ນຄົງ, ຊຸກຍູ້ໃຫ້ການສຶືກສາໃຫ້ມີຄວາມຍຸດ​ຕິ​ທຳ​ກວ່າ​ເກົ່າ.

ຄຳ​ເຫັນ

0