覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ​ອະ​ນ​າ​ໄມໂລກ​ຢືນ​ຢັ​ນ​ວ່າ ​ມັນບໍ່​ແນ່​ນອນວ່າ ອູ​ຮັ້ນ​ຈະ​ເປັນ​ສະ​ຖານ​ທີ່​ແຜ່​ເຊື້ອ​ພະ​ຍາດ​ໂຄວິດ- 19 ​ຈາກ​ສັດ​ສູ່​ຄົນ

2020-08-04 10:41:27 cri

ອົງ​ການ​ອະ​ນ​າ​ໄມໂລກ​ຢືນ​ຢັ​ນ​ວ່າ ​ມັນບໍ່​ແນ່​ນອນວ່າ ອູ​ຮັ້ນ​ຈະ​ເປັນ​ສະ​ຖານ​ທີ່​ແຜ່​ເຊື້ອ​ພະ​ຍາດ​ໂຄວິດ- 19 ​ຈາກ​ສັດ​ສູ່​ຄົນ_fororder_wufhlshsafse1
 

ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​​ປະ​ຈຳກ່ຽວ​ກັບ​ພະ​ຍາດ​ໂຄວິດ-19ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ທີ່​ຈັດ​ຂຶ້​ນ ​ໃນ​ວັນ​ທີ 3 ສິງ​ຫາ​ນີ້, ທ່ານ​ໄມ​ເຄີນ ​ໄຣ​ອັນ ຜູ້​ຮັບ​ຜິດ​ຊອບ​ໂຄງ​ການ​ສຸກ​ເສີນ​ດ້ານ​ສາ​ທາ​ລະ​ນະ​ສຸກ​ອົງ​ການ​ອະ​ນາ​ໄມ​ໂລກ​ຢືນ​ຢັນ​ວ່າ: ​ນະ​ຄອນອູ​ຮັ້ນ​ຂອງ​ຈີນ​ມີ​ລະ​ບົບ​ຕິດ​ຕາມ​ວັດ​ແທກ​ພະ​ຍາດ​ຊາ​ສ​ເປັນ​ການ​ສະ​ເພາະ ໂດຍ​ໄດ້​ອອກ​ຄຳ​ເຕືອນ​ໄພ​ລ່ວງ​ໜ້າ, ​ສະ​ນັ້ນ​ຈິ່ງບໍ່​ໄດ້​ໝາຍ​ຄວາມ​ວ່າ ອູ​ຮັ້ນ​ຈະ​ເປັນ​ສະ​ຖານ​ທີ່​ເກີດ​ການ​ແຜ່​ເຊື້ອ​ພະ​ຍາດ​ໂຄວິດ-19​ຈາກ​ສັດ​ສູ່​ຄົນ. ຊ່ຽວ​ຊານ​ຈີນ​ໄດ້​ສະ​ໜອງ​ຂໍ້​ມູນ​ຂ່າວ​ສານ​ການ​ສືບ​ສວນ​ເບື້ອງ​ຕົ້ນ​ກໍ​ຄື​ຂໍ້​ມູນ​ການກວດ​ກາ​, ໂດຍ​ໄດ້​ເຮັດ​ວຽກ​ຢ່າງຫວງຫຼາຍ​​ແລະ​ມີ​ປະ​ສິດ​ທິ​ຜົນ​ອັນ​ໂດດ​ເດັ່ນ​ໃນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ແລະ​ການ​ຕິດ​ຕາມ​ວັດ​ແທກ.
 

 ທ່ານ​ເທ​ໂດ​ຣ​ສ ​ຜູ້​ອຳ​ນວຍ​ການ​ໃຫຍ່​ ​ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ: ຫຼາຍ​ປະ​ເທດ​ໄດ້​ຢັ້ງ​ຢືນ​ແລ້ວ​ວ່າສາ​ມາດ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19ໄວ້​ໄດ້​ແລະ​ສາ​ມາດ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາ​ດ​ຂອງ​ເຊື້ອ​ພະ​ຍາດ​ໄດ້, ຕົວ​ຢ່າງ​ເຊັ່ນ: ຈີນ, ສ ເກົາຫຼີ, ອີ​ຕາ​ລີ ເປັນ​ຕົ້ນ. ຖ້າ​ວ່າ​ລັດ​ຖະ​ບານ​ແລະ​ເຂດ​ຊຸມ​ຊົນ​ລ້ວນ​ແຕ່ປະ​ຕິ​ບັດໜ້າ​ວຽກ​ຂອງ​ຕົນ​ຕາມສົມ​ຄວນໃຫ້​ສຳ​ເລັດ​ແລ້ວ, ກໍ​ຈະ​ສາ​ມາດຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້ຫຼາຍ​ເທົ່າ​ທີ່​ຈະຫຼາຍໄດ້.

ຄຳ​ເຫັນ

0