曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບົດລາຍງານປະຈຳປີຂອງສະພາການຄ້າອາເມຣິກາ-ຈີນກ່າວວ່າ: ການພົວພັນເສດຖະກິດການຄ້າອາເມລິກາ-ຈີນຍັງມີທ່ວງທ່າທີ່ດີເຖິງວ່າມີຄວາມກົດດັນຈາກສະພາບພະຍາດແລະການເມືອງ

2020-08-12 17:28:12 cri

ວັນ​ທີ 11 ສິງ​ຫາ​ນີ້, ສ​ະ​ພາ​ການ​ຄ້າ​ອາ​ເມ​​ຣິ​ກາ-​ຈີນໄດ້​ປະ​ກາດ​ບົດ​ລາຍ​ງານ “ ຜົນການ​ສຳ​ຫຼວດ​ສະ​ພາບ​ແວດ​ລ້ອມ​​ດ້ານການ​ຄ້າ​ຈີນ” ປີ 2020. ບົດ​ລາຍ​ງານ​ໄດ້​ລະ​ບຸ​ວ່າ, ເຖິງວ່າ​ການ​ພົວ​ພັນ​ອາ​ເມ​ລິ​ກາ-​ຈີນ​ມີອຸ​ປະ​ສັກ, ແຕ່​ວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາ​ທີ່​ເຄື່ອ​ນ​ໄຫວ​ຢູ່​ຈີນ​ບໍ່​ໄດ້​ໜີ​ອອກ​ຈາກ​ຕະ​ຫຼາດ​ຈີນ, ພວກ​ເຂົາ​ເຈົ້າ​ຍັງ​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ການ​ຄາດ​ຄະ​ເນ​​ດ້ານການ​ຄ້າ​ພາຍ​ໃນ​ຈີນ​ໃນ 5 ປີ​ຂ້າງ​ໜ້າ. ພາຍ​ໃຕ້​ຄວາມ​ກົດ​ດັນ​ຈາກສະ​ພາບ​ພະ​ຍາດ​ແລະ​​ບັນ​ຫາການ​ເມືອງ, ​ແຕ່ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ອາ​ເມ​ລິ​ກາ-​ຈີນ​ຍັງມີ​ທ່ວງ​ທ່າ​ທີ່​ດີ.

ບົດ​ລາຍ​ງານ​ດັ່ງ​ກ່າວ​ຍັງ​​ໄດ້​ລະ​ບຸ​ຕື່ມ​ວ່າ, ວິ​ສາ​ຫະ​ກິດ​ 86% ທີ່​ໄດ້​ໃຫ້​ສຳ​ພາດ​ເຫັນ​ວ່າ, ການ​ພົວ​ພັນ​ດ້​ານການ​ຄ້າ​ສອງ​ຝ່າຍ​ທີ່ເຄັ່ງ​ຕຶງ​ໄດ້​ກະ​ທົບ​​ຕໍ່​ການ​ດຳ​ເນີນທຸ​ລະ​ກິດ​ຢູ່​ຈີນ. ໂດຍ​ສະ​ເພາະ​ແມ່ນ​ນັບ​ແຕ່​ອາ​ເມ​​ຣິ​ກາ​ໄດ້​ອອກ​ນະ​ໂຍ​ບາຍ​ຈຳ​ກັດວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ​ໃນ​ການ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ແລະ​ການ​ບໍ​ລິ​ການ​ທີ່​ກ່ຽວ​ຂ້ອງ​ໃຫ້​ບາງ​ວິ​ສາ​ຫະ​ກິດ​ຈີນໃນ​ຫວ່າງ​ມໍ່ໆ​ນີ້, ​ໄດ້​ມີ​ຜົນ​ກະ​ທົບ​ຕໍ່​ວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາ​​ໃນ​ການເປີດກວ້າງ​ການ​​ແລກ​ປ່ຽນ​ດ້ານການ​ຄ້າ​ກັບ​ວິ​ສາ​ຫະ​ກິດ​ຈີນ.

ຄຳ​ເຫັນ

0