郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວັກ​ແຊງ​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19 ຊະ​ນິດ​ທຳ​ອິດ​ຂອງ​ຈີນ​ໄດ້​ຮັບ​ລິ​ຂະ​ສິດ

2020-08-12 16:29:20 cri

 

ວັນ​ທີ 11 ສິງ​ຫານີ້ ກົມ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ແຫ່ງ​ຊາດ​ຈີນ​ໄດ້​ມອບ​ລິ​ຂະ​ສິດ​ໃຫ້​ແກ່​ວັກ​ແຊງ​ຕ້ານ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່​ຫຼື ໂຄວິດ-19 ທີ່​ຮ້ອງ​ຂໍ​ໂດຍ​ທິມ​ງານ​ຄົ້ນ​ຄວ້າ​ຂອງ​ທ່ານ​ນາງ​ເສີນ​ເວີຍ ບັນ​ດິດ​ສະ​ພາ​ບັນ​ດິດ​ຄົ້ນ​ຄວ້າ​ແພດ​ສາດ​ການ​ທະ​ຫານ​ຂອງ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ການ​ທະ​ຫານ​ແລະ​ບໍ​ລິ​ສັດ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ຊີ​ວະ​ພາບ​ກາງ​ຊີ, ເຊິ່ງ​ໄດ້​ກາຍ​ເປັນ​ລິ​ຂະ​ສິດ​ອັນ​ທຳ​ອິດ​ສຳ​ລັບ​ໃຫ້​ວັກ​ແຂງ​ຕ້ານ​ພະ​ຍາດ​ໂຄວິດ-19.

ຕາມ​ແນະ​ນຳ​ໃຫ້​ຮູ້​ວ່າ, ທ່ານ​ນາງ​ເສີນ​ເວີຍ​ໄດ້​​ນຳ​ພາ​ໜ່ວຍ​ງານ​ແພດ​ສາດ​ທາງ​ການ​ທະ​ຫານເດີນ​ທາງ​ໄປ​ນະ​ຄອນ​ອູ​ຮັ້ນໃນ​ວັນ​ທີ 26 ມັງ​ກອນນີ້ ເພື່ອ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ດ້ານ​ຕ່າງໆ​ກ່ຽວ​ກັບ​ເຊື້ອ​ພະ​ຍາດ​ໂຄວິດ-19. ວັນ​ທີ 16 ມີ​ນານີ້ ທິມ​ງານ​ຂອງ​ທ່ານ​ນາງ​ເສີນ​ເວີຍ​ໄດ້​ຄົ້ນ​ຄວ້າ​ຜະ​ລິດ​ອອກວັກ​ແຊງ​ຕ້ານ​ພະ​ຍາດ​ໂຄວິດ-19 ແລະ​ໄດ້​ຮັບ​ອ​ະ​ນຸ​ຍາດ​ໃນ​ການ​ທົດ​ລອງ​ນຳ​ໃຊ້​ໃນ​ຕົວ​ຈິງ, ມີ​ຜູ້​ອາ​ສາ​ສະ​ໝັກ 108 ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ທົດ​ລອງ​ສັກ​ຢາ​ວັກ​ແຂງ​ດັ່ງ​ກ່າວ, ເຊິ່ງ​ມາ​ຮອດ​ວັນ​ທີ 10 ເມ​ສາ ໄດ້​ສຳ​ເລັດ​ການ​ສັງ​ເກດ​ທາງ​ແພດ​ສາດ​ແລ້ວ, ເຫັນ​ວ່າ, ໝົດ​ທຸກ​ຄົນ​ມີ​ສຸ​ຂະ​ພາບ​ເປັນ​ຢ່າງ​ດີ.

ວັນ​ທີ 12 ເມ​ສານີ້ ວັກ​ແຊງ​ດັ່ງ​ກ່າວ​ໄດ້​ຖືກ​ນຳ​ໃຊ້​ໃນ​ການ​ທົດ​ລອງ​ປິ່ນ​ປົວ​ໄລ​ຍະ​ທີ 2, ມີ​ຜູ້​ອາ​ສາ​ສະ​ໝັກຈຳ​ນວນ 508 ຄົນ​ເຂົ້າ​ຮ່ວມ, ກາຍ​ເປັນ​ວັກ​ແຊງ​ພຽງ​ຊະ​ນິດ​ດຽວໃນ​ໂລກ​ທີ່ໄດ້​ເຂົ້າ​ສູ່​ໄລ​ຍະ​ການ​ທົດ​ລອງ​ປິ່ນ​ປົວ​ຕົວ​ຈິງ​ໄລ​ຍະ​ທີ 2.

ຄຳ​ເຫັນ

0