曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຈົ້າໜ້າທີ່ອົງການຈັດຕັ້ງສາກົນ: ການພົວພັນຄູ່ຮ່ວມຈີນ-ອາຟຣິກາແມ່ນການຮັບປະກັນອັນສຳຄັນເພື່ອເອົາຊະນະສະພາບພະຍາດໂຄວີດ 19

2020-08-12 17:27:35 cri

ວັນ​ທີ 11 ສິງ​ຫາ​ນີ້, ຄະ​ນະ​ທູດ​ຈີນ​ປະ​ຈຳ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ແລະ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ​ອາ​ຟ​ຣິ​ກາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຈັດ​ກອງ​ປະ​ຊຸມ​​ທາງ​ໄກ​ຜ່ານວີ​ດີ​ໂອ​​, ເພື່ອແລກ​ປ່ຽນ​ບົດ​ຮຽນ​ໃນ​ການ​ຕ້ານ​ກັບ​ພະ​ຍາດ. ເຈົ້າ​ໜ້າ​ທີ່​ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ເຫັນ​ເປັນ​ເອ​ກະພາບ​ກັນ​ວ່າ, ​ການ​ຮ່ວມ​ມື​ແລະ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ຈີນ​ແລະ​ອາ​ຟ​ຣິ​ກາແມ່ນ​ການ​ຮັບ​ປະ​ກັນ​ອັນ​ສຳ​ຄັນ​ທີ່​ອາຟ​ຣິ​ກາ​ຈະ​ເອົາ​ຊະ​ນະ​ສະ​ພາບ​ພະ​ຍາດ​ໂຄວີດ 19.

ທ່ານ​ນາງ​ເວ​ຣາ ຊົງ​ເ​ວ ເລ​ຂາ​​ບໍ​ລິ​ຫານ​ງານ​ຂອງ​ຄະ​ນະ​ກຳ​ມ​ນາ​ທິການ​ເສດ​ຖະ​ກິດ​ອາ​ຟ​ຣິ​ກາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຕໍ່​ຈີນ​ທີ່​ໃຫ້​ການສະ​ໜັບ​ສະ​ໜູນ​ເພື່ອ​ຕ້ານ​ກັບ​ສະ​ພາບ​ພະ​ຍາດ​ຢູ່ອາ​ຟ​ຣິ​ກາ. ​ນາງ​​ຍັງ​ໄດ້ກ່າວ​ວ່າ, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ​ຈີນ -​ອາ​ຟ​ຣິ​ກາ​ເຮັດ​ໃຫ້​ອາ​ຟ​ຣິ​ກາ​ສາ​ມາດ​ຮັບ​ມື​ກັບ​ສະ​ພາບ​ພະ​ຍາດ​ໂຄວີດ 19 ໄດ້ດີກວ່າ​ເກົ່າ.

ທ່ານ​​ໂທ​ມັ​ສ ກວາ​ເຕ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ກ່າວ​ວ່າ, ​ຄວາມສາ​ມັກ​ຄີ​ລະ​ຫວ່າງ​ຈີນ​​ແລະອາ​ຟ​ຣິ​ກາ​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ຕ້ານ​ກັບ​ສ​ະ​ພາບ​ພະ​ຍາດ​ໂຄວີດ 19, ການ​ສະ​ໜັບ​ສະ​ໜູນ​ຂອງ​ລັດ​ຖະ​ບານ​ແລະ​ວິ​ສາ​ຫະ​ກິດ​ຈີນ​ໄດ້​ຊ່ວຍ​ເຫຼືອ​ອາ​ຟ​ຣິ​ກາ​ຕ້ານ​ກັບ​ສະ​ພາບ​ພະ​ຍາດ. ທ່ານ​ກ່າວ​ຕື່ມ​ວ່າ, ​ການ​ທີ່ຈີ​ນ​ຊ່ວຍ​ເຫຼືອ​ສ້າງ​ສຳ​ນັກ​ງານ​ໃຫຍ່​ຂອງ​ສູນ​ຄວບ​ຄຸມ​ພະ​ຍາດ​ອາ​ຟ​ຣິ​ກາ​ໄດ້​ສະ​ແດງ​ໃຫ້​ເຫັນ​ອີກ​ເທື່ອ​ວ່າ, ຈີນ​ກັບ​ອາ​ຟ​ຣິ​ກາ​ໄດ້​ສ້າງ​ສາຍ​ພົວ​ພັນຄູ່​​ຮ່ວມ​ແລະ​ມິດ​ຕະ​ພາບ​ອັນ​ໝັ້ນ​ແກ່ນ​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ.

ຄຳ​ເຫັນ

0