蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລົດ​ໄຟ​ໂດຍ​ສານ​ອັງ​ກິດ​ຕົກ​ລາງ ຢ່າງ​ໜ້ອຍ​ມີ​ຜູ້​ເສຍ​ຊີ​ວິດ 3 ຄົນ

2020-08-13 16:27:17 CRI

ວັນ​ທີ 12 ສິງ​ຫາ​ນີ້, ​ຢູ່ສະ​ກັອດ​ແລນ​ຂອ​ງ​ອັງ​ກິດ​ໄດ້​ເກີດ​ອຸ​ບັດ​ເຫດ​ລົດ​ໄຟ​​ໂດຍ​ສານຕົກ​ລາງ, ເປັນ​ເຫດ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ມີ​ຜູ້​ເສຍ​ຊີ​ວິດ 3 ຄົນ ແລະ ຫຼາຍ​ຄົນ​​ໄດ້​ຮັບບາດ​ເຈັບ.

ເຈົ້າ​ໜ້າ​ທີ່​ຕຳຫຼວດ​ທາງ​ລົດ​ໄຟ​ອັງ​ກິດ​ຢືນ​ຢັນ​ວ່າ, 3 ຄົນ​ທີ່​ເສຍ​ຊີ​ວິດລວມ​ທັງ​ຜູ້​ຂັບ​ລົດ​ໄຟ, ຜູ້​ບາດ​ເຈັບ 6 ຄົນ​​ລ້ວນ​ແຕ່ໄດ້​ຖືກ​ສົ່ງ​ໂຕ​ໄປ​ປິ່ນ​ປົວ​ຢູ່​ໂຮງ​ໝໍ.

ອຸ​ບັດ​ເຫດ​ດັ່ງ​ກ່າວ​ເກີດ​ຂຶ້ນ​ຢູ່​ໃກ້​ກັບ​ຕາ​ແສງ​ສະ​​ໂຕນ​ແຮບ​ເວນ ລັດ​ອາ​ເບີ​ດີນ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ສະ​ກັອດ​ແລນ. ທ່ານ​ນິ​ໂຄ​ລາ​ ສະ​ເຕີ​​ເຈິນ ລັດ​ຖະ​ມົນ​ຕີ​ຜູ້​ທີ​ໜຶ່ງ​ຂອງ​ອົງ​ການ​ປົກ​ຄອງ​ສະ​ກັອດ​ແລນກ່າວ​ວ່າ: ນີ້​ເປັນ​ “ອຸ​ບັດ​ເຫດ​ຄັ້ງ​ຮ້າຍ​ແຮງ​ທີ່​ສຸດ” ຄັ້ງ​ໜຶ່ງ, ເຮັດ​ໃຫ້ຫຼາຍ​ຄົນ “ເສຍ​ຊີ​ວິດ​ແລະ​ບາດ​ເຈັບ​ສາ​ຫັດ”. ທ່ານ​ກ່າວ​ຕື່ມ​ວ່າ: ອຸ​ບັດ​ເຫດ​ເກີດ​ຂຶ້ນ​ຢູ່​ເຂດ​ທີ່ “ເຂົ້າ​ໄປຊ່ວຍ​ເຫຼືອ​ຍາກ”, ແຕ່​ເຈົ້າ​ໜ້າ​ທີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ: ຈະ “ກອບ​ກູ້​ຊີ​ວິດ ແລະ ຊ່ວຍ​ເຫຼືອ​ຢ່າງ​ສຸດ​ຂີດ”.

ຄຳ​ເຫັນ

0