吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຜູ້​ຕາງ​ໜ້າ​ຈີນກ່າວ​ວ່າ,ຄວາ​ມ​ສາ​ມັກ​ຄີ ແລະ ການ​ຮ່ວມ​ມື​ເປັນ​ອາ​ວຸດ​ອັນ​ເຂັ້ມ​ແຂງ​ທີ່​ສຸດ​ຂອງ​ປະ​ຊາ​ຄົມ​ໂລກ​ເພື່ອ​ເອົາ​ຊະ​ນະ​ພະ​ຍາດ COVID19

2020-08-13 11:37:41 CRI

    ວັນ​ທີ 12 ສິງ​ຫາ​ນີ້, ໃນ​ງານ​ອະ​ພິ​ປາຍ​ລະ​ດັບ​ສູງ​ກ່ຽວ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢ່າງ​ໃຫຍ່ ແລະ ສິ່ງ​ທ້າ​ທ້າຍ​ທີ່​ມີ​ຕໍ່​ສັນ​ຕິ​ພາບ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ, ທ່ານ​ຈ່ຽງ​ຈຸ່ນ ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້

ກ່າວ​ຄຳ​ປາ​ໄສ​ໂດຍ​ກ່າວ​ເນັ້ນ​ວ່າ: ຄວາມ​ສາ​ມັກ​ຄີ ແລະ ການ​ຮ່ວມ​ມື​ເປັນ​ອາ​ວຸດ​ອັນ​ເຂັ້ມ​ແຂງ​ທີ່​ສຸດ​ຂອງ​ປະ​ຊາ​ຄົມ​ໂລກ​ເພື່ອ​ເອົາ​ຊະ​ນະ​​ພະ​ຍາດ COVID-19. ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ປະ​ທະ​ກັນ​ມີ​ຄວາມ​ອ່ອນ​ແອ​ໃນ​ການ​ຕໍ່​ສູ້​ກັບ​ພະ​ຍາດ​ຂອງ​ທົ່ວ​ໂລກ. ສະ​ນັ້ນ, ການ​ຊ່ວຍ​ເຫຼືອ​ປະ​ເທດ​ເຫຼົ່າ​ນີ້​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ COVID-19 ແມ່ນ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ​ເພື່ອ​ຮັບ​ປະ​ກັນ​ໄຊ​ຊະ​ນະ ແລະ ໝາກ​ຜົນ​ຂອງ​ສັນ​ຕິ​ພາບ.
    ທ່ານ​ຈ່ຽງ​ຈຸ່ນ​ຊີ້​ໃຫ້​ເຫັນ​ວ່າ, ນັບ​ແຕ່​ພະ​ຍາດ COVID-19 ແຜ່​ລະ​ບາດ​ຢູ່​ໃນ​ຂອບ​ເຂດ​ທົ່ວ​ໂລກ​ເປັນ​ຕົ້ນ​ມາ, ຈີນ​ໄດ້​ເອົາ​ໃຈ​ໃສ່​ດຳ​ເນີນ​ການ​ຮ່ວມ​ມື​ຕ້ານ​ກັບ​ພະ​ຍາດ​ຂອງ​ໂລກ, ສຸມ​ຄວາມ​ພະ​ຍາ​ຍາມ​ຢ່າງ​ສຸດ​ຂີດ​ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜູນ ແລະ ການ​ຊ່ວຍ​ເຫຼືອ​ແກ່​ປະ​ເທດ​ຕ່າງໆ​ທີ່​ມີ​ຄວາມ​ຕ້ອງ​ການ. ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ປະ​ທານ​ສີ​ຈີ້ນ​ຜິງ​ໄດ້​ເປັນ​ປະ​ທານ​ໄຂ​ກອງ​ປະ​ຊຸມ​ສຸດຍອດ​ຈີນ-ອາ​ຟ​ຣິ​ກາ​ເພື່ອ​ສາ​ມັກ​ຄີ​ກັນ​ຕ້ານ​ກັບ​ພະ​ຍາດ COVID-19, ກອງ​ປະ​ຊຸມ​ດັງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດ​ສິນ​ຂອງ​ຈີນ ແລະ ອາ​ຟ​ຣິ​ກາ​ທີ່​ສາ​ມັກ​ຄີ​ກັນ​ຕໍ່​ສູ້​ກັບ​​ພະ​ຍາດ COVID-19. ທ່ານ​ຈ່ຽງ​ຈຸ່ນ​ຍັງ​ຮຽກ​ຮ້ອງ​ໃຫ້​ຍຶດ​ໝັ້ນ​ໃນ​ລັດ​ທິ​ຫຼາຍ​ຝ່າຍ​ເພື່ອ​ຕ້ານ​ກັບ​ພະ​ຍາດ COVID-19 ທັງ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ໂດຍ​ຜ່ານ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ ແລະ ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ຮ່ວມ​ກັນ.

ຄຳ​ເຫັນ

0