尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ໂລກ​ຍັງຈະ​ເປັນ​ໜ້າ​ທີ່ສຳ​ຄັນ​ໃນ​ໄລ​ຍະ​ຍາວນານ

2020-08-13 16:01:41 cri

ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ໂລກ​ຍັງຈະ​ເປັນ​ໜ້າ​ທີ່ສຳ​ຄັນ​ໃນ​ໄລ​ຍະ​ຍາວນານ_fororder_下载

ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WTO ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ໃນ​ວັນ​ທີ 12 ສິງ​ຫາ​ນີ້​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ໃນ​ໂລກ​ລວມ​​ທັງ​ໝົດມີ​ຫຼາຍກວ່າ 20 ລ້ານ​ຄົນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ລວມ​ທັງ​ໝົດ​ມີ​ຫຼາຍກວ່າ 7,3 ແສນ​ຄົນ. ທ່ານ ເຕ​ໂດ​ຣ​ສ໌ ອັດ​ຮາ​ໂນມ ເກ​​ຣ​ເບ​ຣ​ເຢ​ຊຸ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ WTO ເຄີຍ​ໄດ້​ກ່າວ​ໃນ​ໄລ​ຍະ​ຜ່ານ​ມາ​ນີ້​ວ່າ: ພາຍ​ໃຕ້​ວິ​ວັດ​ທະ​ນາ​ການ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ປັດ​ຈຸ​ບັນ, ໃນ​ອະ​ນາ​ຄົດ​ທີ່​ສາ​ມາດ​ຢັ່ງ​ເຫັນ​ໄດ້, ທົ່ວ​ໂລກ​ຈະ​ບໍ່​ສາ​ມາດ​ຟື້ນ​ຟູ​ສູ່ “ສະ​ພາບ​ປົກ​ກະ​ຕິ​​ຄື​ເກົ່າ​” ​ໄດ້ເຊິ່ງຊາວ​ໂລກ​ກໍ​ຮັບ​ຮູ້​ມາ​​ໂດຍ​ຕະ​ຫຼອດ.

 

ຫວ່າງ​ມໍ່ໆ​ມາ​ນີ້, ຫຼາຍ​ປະ​ເທດ​ໃນ​ໂລກ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃນ​ການ​ຄົ້ນ​ຄວ້າ​ຢາ​ວັກ​ແຊັງ​ພະ​ຍາດ​ໂຄວິດ-19, ຕາມ​ສະ​ຖິ​ຕິ​ຈາກ WTO​ ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ມາ​ຮອດ​ວັນ​ທີ 10 ສິງ​ຫາ​ນີ້, ຢາ​ວັກ​ແຊັງ​ພະ​ຍາດ​ໂຄວິດ-19 ທີ່​ພວມ​ພັດ​ທະ​ນາ​ທີ່ໄດ້​ລາຍ​ງານ​ຕໍ່ WTO ແລະ​ຢູ່​ໃນ​ໄລ​ຍະ​ການ​ທົດ​ລອງ​ປິ່ນ​ປົວ​ນັ້ນ​ລວມ​ມີ 28 ຊະ​ນິດ; ຢາ​ວັກ​ແຊັງ​ທີ່​​ເຂົ້າ​ສູ່​ຂັ້ນ​ຕອນການ​ລອງ​ປິ່ນ​ປົວ​ໄລ​ຍະ 3 ມີ 6 ຊະ​ນິດ, ໃນ​ນັ້ນ​ມີ 3 ຊະ​ນິດ​ແມ່ນ​ຂອງຈີນ, 1 ຊະ​ນິດ​​ແມ່ນ​ຂອງອາ​ເມ​ຣິ​ກາ, 1 ຊະ​ນິດ​ແມ່ນ​ຂອງ​ອັງ​ກິດ, ໃນ​ນັ້ນ​ຍັງ​ບໍ່​ທັນ​ໄດ້​ລວມ​ທັງ​ຢາ​ວັກ​ແຊັງ​ພະ​ຍາດ​ໂຄວິດ-19 ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຣັດ​ເຊຍ​ໄດ້​ເປີດ​ເຜີຍ​ກ່ອນ​ໜ້າ​ນີ້.
 

ສຳ​ລັບ​ທ່ວງ​ທ່າ​ທີ່​ຕັ້ງ​ໜ້າ​ໃນ​ການ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ວັກ​ແຊັງ, ທ່ານ ໄມ​ເຄິນ ໄຣ​ອັນ ຜູ້​ຮັບ​ຜິດ​ຊອບ​ໂຄງ​ການ​ສຸກ​ເສີນ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ WTO ກ່າວ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ: ເວ​ລາ​ຂອງການ​ຈຳ​ໜ່າຍຢາ​ວັກ​ແຊັງ​ພະ​ຍາດ​ໂຄວິດ-19 ​ຍັງ​ບໍ່​ທັນ​ກຳ​ນົດ​ເວ​ລາ​ໄດ້ເທື່ອ, ຈົນ​ຮອດ​ປັດ​ຈຸ​ບັນ​ຍັງ​ບໍ່​ສາ​ມາດ​ຄາດ​ຄະ​ເນ​​ໄດ້​ວ່າ:​ຢາ​ວັກ​ແຊັງ​ຊະ​ນິດ​ໃດ​ມີ​ປະ​ສິດ​ທິ​ຜົນ​ດ້ານ​ການ​ປິ່ນ​ປົວ​ທີ່​ແທ້​ຈິງ. ຫຼື​ວ່າ​ໃນ​ທ້າຍ​ປີ​ນີ້​ອາດ​ຈະ​ມີ​ຢາ​ວັກ​ແຊັງ​ພະ​ຍາດ​ໂຄວິດ-19 ​ທີ່ຖືກ​ຮັບ​ຮອງວ່າ​ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ແຕ່​ບັນ​ຫາ​ທີ່​ແທ້​ຈິງ​ແມ່ນ​ຄວາມ​ສາ​ມາດດ້ານ​ການ​ຜະ​ລິດ​ຢາ​ວັກ​ແຊັງ​ໃນ​ປີ 2021 ຈະ​ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ອັນ​ມະ​ຫ​າ​ສານ​ຂອງ​ຊາວ​ໂລກ​ໄດ້​ຫຼື​ບໍ່.
 

​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ບໍ່​ພຽງ​ແຕ່​ກ່ຽວ​ຂ້ອງ​ກັບ​ຊີ​ວິດ​ເທົ່າ​ນັ້ນ,ຫາກ​ຍັງ​ກ່ຽວ​ຂ້ອງ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ອີກ​ດ້ວຍ,ພ້ອມ​ທັງ​ຈະ​ກະ​ທົບ​ເຖິງ​ສັງ​ຄົມ,ເສດ​ຖະ​ກິດ,ການ​ເມືອງ​ແລະ​ດ້ານ​ອື່ນໆ​ທີ່​ບໍ່​ແມ່ນຂົງ​ເຂດ​ສຸ​ຂະ​ພາບ​ແລະ​ຈະ​ມີ​ຜົນ​ກະ​ທົບ​ຕໍ່ທົ່​ວ​ໂລກໃນ​ຫຼາຍ​ສິບ​ປີ​ຕໍ່​ໜ້າ. ໂດຍ​ປະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​​ດ້ານສຸ​ຂະ​ພາບ​ຍ້ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ທີ່ 100 ປີມີ​ເທື່ອ​ໜຶ່ງ, ການ​ຕ້ານ​ກັບ​​ພະ​ຍາດ​ໂຄວິດ-19 ຢູ່​ໃນ​ໂລກ​ຍັງ​ຈະ​ເປັນ​ໜ້າ​ທີ່​ໜັກ​ໜາ​ແລະ​ເສັ້ນ​ທາງ​ເດີນ​ຍັງ​ຍາວ​ໄກ.

ຄຳ​ເຫັນ

0