蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜົນ​ການກວດ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19 ຂອງ​ຮອງ​ນາ​ຍົກ​ຣັດ​ເຊຍ​ເປັນ​​ຜົນບວກ

2020-08-13 16:27:59 CRI

ສື່ມວນ​ຊົນ​ຣັດ​ເຊຍ​ລາຍ​ງານ​ໃນ​ວັນ​ທີ 12 ສິງ​ຫາ​ນີ້​ວ່າ: ຜົນ​ການກວດ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19 ຂອງ​ທ່ານ​ຢູ​ຣີ ຕ​ຣູດ​ເນັ​ຟ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັ​ງ​ເປັນ​ຜູ້​ຕາງ​ໜ້າ​ປະ​ທານ​ທິ​ບໍ​ດີ​​ຜູ້​ມີ​ອຳ​ນາດ​ເຕັມປະ​ຈຳ​ເຂດ​ສະ​ຫະ​ພັນ​ຕ​າ​ເວັນ​ອອກ​ໄກຂອງ​ຣັດ​ເຊຍ ເປັນ​ຜົນ​ບວກ.

ສື່ມວນ​ຊົນ​ຣັດ​ເຊຍ​ໄດ້​ນຳ​ເອົາ​ຄຳ​ເວົ້າ​ຂອງ​ຜູ້​ຊ່ວຍ​ຂອງ​ທ່ານ​ຢູ​ຣີ ຕ​ຣູດ​ເນັ​ຟ​ມາ​ລາຍ​ງານ​ວ່າ: ການ​ກວດ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19 ຂອງ​ທ່ານ​ຢູ​ຣີ ຕ​ຣູດ​ເນັ​ຟ​ໃນ​ຄັ້ງ​ທຳ​ອິດ​ເປັນ​ຜົນ​ບວກ, ທ່ານ​ຈະ​ກັກ​ບໍ​ລິ​ເວນ​ຕົນ​ເອງ​ເພື່ອ​ສັງ​ເກດ​​ອາ​ການ​ຂອງ​ຕົນ ແລະ ​ຈະ​ໄປ​ກວດ​ຫາ​ເຊື້ອ​ເປັນ​ຄັ້ງ​ທີ 2 ໃນ​ໄວໆ​ນີ້. ຖ້າ​ຍັງ​ເປັນ​ຜົນ​ບວກ, ທ່ານ​ຈະ​ປະ​ຕິ​ບັດ​ໜ້າ​ທີ່​ຜ່ານ​ທາງ​ອິນ​ເຕີ​ເນັດ.

ຄຳ​ເຫັນ

0