吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ກ່າວ​ວ່າ, ລັດ​ຖະ​ບານ​ໃຫ້​ຄຳ​ໝັ້ນ​ສັນ​ຍ​າ​ຕໍ່​ປະ​ຊາ​ຊົນ​ ວ່າ​ຈະ​ບໍ່ຍອມ​ຕໍ່​ການ​ຂວ້ຳ​ບາດ​ຂອງ​ອາ​ເມ​ຣິ​ກາ

2020-08-13 11:42:30 cri

    ວັນ​ທີ 12 ສິງ​ຫາ​ນີ້, ຂ່າວ​ສານ​ອີ​ຣານ ເຊິ່ງ​ເປັນ​ຂ່າວ​ສານ​ຝ່າຍ​ທາງ​ການ​ຂອງ​ອີ​ຣານ​ໄດ້​ລາຍ​ງານ​ວ່າ, ມື້​ດຽວ​ກັນ ໃນ​ກອງ​ປະ​ຊຸມ​ຄະ​ນະ​ລັດ​ຖ​ະ​ບານ, ທ່ານ​​ຮູ​ສ​ແຊນ ຣູ​ຮາ​ນີ ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ໄດ້​ແຈ້ງ​ໃຫ້​ຮູ້​​ກ່ຽວ​ກັບ​ສະ​ພາບ​ການ​ດ້ານເສດ​ຖະ​ກິດ​ອີ​ຣານ​ໃນ​ປັດ​ຈຸ​ບັນ​ນີ້.
    ທ່ານ​ຣູ​ຮາ​ນີ​ກ່າວ​ວ່າ, ບາງປະ​ເທດ​ທີ່​ເປັນຄູ່​ປໍ​ລະ​ປັກ​​ຕັ້ງ​ໃຈ​ເວົ້າ​ໂຍກ​ເກີນ​ໄປ​ຕໍ່​ບັນ​ຫາ​ເສດ​ຖະ​ກິດ​ຂອງ​ອີ​ຣານ​ໃນ​ປັດ​ຈຸ​ບັນ​ນີ້ ເພື່ອ​ໃຫ້​ປະ​ຊາ​ຊົນ​ອີ​ຣານ​ລືມ​ບັນ​ຫາ​ໃຫຍ່​ທີ່​ສຸດ​ທີ່​ເສ​ດ​ຖະ​ກິດ​ອີ​ຣານ​ຜະ​ເຊີນ​ໜ້າ​​ຢູ່​ນັ້ນ​ແມ່ນ​ການ​ຂວ້ຳ​ບາດ​ຮ້າຍ​ແຮງ​ຂອງ​ອາ​ເມ​ຣິ​ກາ. ​ຍ້ອນ​ຜົນ​ກະ​ທົບ​ຈາກ​ການ​ຂວ້ຳ​ບາດ,ຊີ​ວິດ​ການ​ເປັນ​ຢູ່​ຂອງປະ​ຊາ​ຊົນ​ອີ​ຣານ​ພົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ, ແຕ່​ເຂົາ​ເຈົ້າ​ຮູ້​​ດີ​ເຖິງເປົ້າ​ໝາຍ​ຂອງ​ສັດ​ຕູ ແລະ ດຳ​ເນີນ​ການ​ຕໍ່​ຕ້​ານ.
    ທ່ານ​ຣູ​ຮາ​ນີ​ກ່າວ​ວ່າ, ລັດ​ຖະ​ບານ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຕໍ່​ປະ​ຊາ​ຊົນວ່າ, ຍ່ອມ​ຈະ​ບໍ່​ຍອມ​ຕໍ່​ການ​​ຂວ້ຳ​ບາດ​ຂອງ​ອາ​ເມ​ຣິ​ກາ, ການ​​ຂວ້ຳ​ບາດ​ຂອງ​ອາ​ເມ​ຣິ​ກາຈະ​ບໍ່​​ສາ​ມາດ​ເຮັດໃຫ້​ເສ​ດ​ຖະ​ກິດ​ອີ​ຣານ​ຢຸດ​ນີ້ງ​ໄດ້.

ຄຳ​ເຫັນ

0