曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານເຕໂດຣສກ່າວວ່າ, ການສະກັດກັ້ນການແຜ່ລະບາດຂອງພະຍາດແຜ່ລະບາດ ຊາວໜຸ່ມມີບົດບາດສຳຄັນຫຼາຍ

2020-08-13 17:20:44 cri

ວັນ​ທີ 12 ສິງ​ຫາ​ນີ້, ທ່ານ​ເຕ​ໂດ​ຣ​ສ ​ເກ​ເບ​ຣ​ເຢ​ຊຸ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WHO ກ່າວ​ວ່າ, ເຖິງວ່າ​ຊາວ​ໜຸ່ມ​ສ່ວນ​ຫຼາຍ​ບໍ່​ແມ່ນ​ຝູ​ງ​​ຊົນ​ທີ່​ມີ​ຄວາມ​ສ່ຽງ​ສູງ​ທີ່​ມີ​ອາ​ການ​ໜັກ​ໃນ​​ການ​ຕິດ​ແປດ​ເຊື້ອ​ໄວ​ຣັດໂຄວິດ-19​ ກໍ​ຕາມ, ແຕ່​ພວກ​ເຂົາ​ເຈົ້າ​​ມີ​ບົດ​ບາດ​ອັນ​ສຳ​ຄັນ​ໃນ​ການ​ສະ​ກັດ​ກັ້ນ​​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​, ​ທັງ​ມີ​ຄວາມຮັບ​ຜິດ​ຊອບ​ຮ່ວມ​ກັນ.

ມື້​ດຽວ​ກັນ, ທ່ານ​ເຕ​ໂດ​ຣ​ສ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ເວ​ທີ​ປຶກ​ສາ​ຫາ​ລື​ທາງ​ອິນ​ເຕີ​ເນັດ​ໃນ​ໂອ​ກາດ “ວັນ​ຊາວ​ໜຸ່ມ​ສາ​ກົນ” ທີ່​ຈັດ​ໂດຍ​ອົງ​ການ​ອະ​ນາ​ໄມ​ໂລກ​ແລະ​ອຸຍ​ເນ​ສ​ໂກ, ເຊິ່ງ​ທ່ານ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ການ​ເຄື່ອນ​ໄຫວ​ຮ່ວມ​ກັນ​ຂອງ​ຊາວ​ໜຸ່ມ, ອົງ​ການ​ຈັດ​ຕັ້ງ​ຊາວ​ໜຸ່ມ, ແລະ​ເຄືອ​ຂ່າຍຊາວ​ໜຸ່ມ​ໂລກ​ໃນ​ໄລ​ຍະທີ່​ສະ​ພາບ​ພະ​ຍາດໂຄວິດ-19 ແຜ່​ລະ​ບາດ.

ທ່ານ​ເຕ​ໂດ​ຣ​ສ​ໄດ້​ຮຽກ​ຮ້ອງ​ໃຫ້​ຊາວ​ໜຸ່ມ​ເຂົ້າ​ໃຈ​ສະ​ພາບ​ພະ​ຍາດ​ຢ່າງ​ເຕັມ​ທີ່, ​ຕັດ​ສິນ​ໃຈ​ເລືອກ​ໃນ​ສິ່ງ​ທີ່​ມີ​ຜົນ​ດີ​ຕໍ່​ສຸ​ຂະ​ພາບ, ເພື່ອ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ຍືນ​ຍາວແລະ​ມີ​ສຸ​ຂະ​ພາບ​ແຂງ​ແຮງ.

ວັນ​ທີ 12 ສິງ​ຫາ​ແມ່ນ “ວັນ​ຊາວ​ໜຸ່ມ​ສາ​ກົນ”, ປີ​ນີ້, ພາຍ​ໃຕ້​​ສະ​ພາບ​ທີ່​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ໃນ​ທົ່ວ​ໂລກ, ຫົວ​ຂໍ້​ຫຼັກ​ແມ່ນ “ຊາວ​ໜຸ່ມ​ຄວນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທົ່ວ​ໂລກ”.

ຄຳ​ເຫັນ

0