黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຮັດວຽກ​ດຽວ​ກັນ​ພັດ​ມີຜົນ​ຕ່າງ​ກັນ

2020-08-13 21:53:50 cri

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຊັນ​​ລັດ​ຖະດຳ​ລັດ​ປະ​ທານ​ປະ​ເທດ, ຕົກ​ລົງ​ມອບ “ຫຼຽນ​ໄຊ​ສາ​ທາ​ລະ​ນະ​ລັດ” ໃຫ້​ທ່ານ​ຈົ່ງ​ນານ​ສ່ານ ແລະ ມອບ​ນາມ​ມະ​ຍົດ​ແຫ່ງ​ຊາດ “ວິ​ລະ​ຊົນ​ຂອງ​ປະ​ຊາ​ຊົນ” ໃຫ້​ທ່ານ​ຈ່າງ​ໂປຫຼີ, ທ່ານ​ຈ່າງ​ຕິ້ງ​ຢ​ວີ ແລະ ທ່ານ​ນາງ​ເສີນ​ເວີຍ, ພວກ​ເພິ່ນ​ເປັນ “ສັນຫຼັງ​” ຂອງ​ຊົນ​ຊາດ​ຈີນ ແລະ ເປັນ “ດາວ​ເດັ່ນ” ໃນ​ໃຈ​ປະ​ຊາ​ຊົນ​ຈີນ.

ໃນ​ຂະ​ນະ​ທີ່​ຍ້ອງ​ຍໍ​ຊົມ​ເຊີຍ​ວິ​ລະ​ຊົນ​ທ່ານ​ຕ່າງໆ​ຂອງ​ຈີນ, ພວກ​ເຮົາ​ກໍ​ຢາກ​ໄປ​ຕິດ​ຕາມ​ສະ​ພາບ​ການ​ຢູ່​ອາ​ເມ​ຣິ​ກາ​ເຊັ່ນ​ກັນ, ໄປ​ຕິດ​ຕາມ​ສະ​ພາບ​ການ​ຂອງ​ທ່ານ​ອັນ​ໂທ​ນີ ຟາວ​ຊີ ຜູ້​ຊ່ຽວ​ຊານ​ພະ​ຍາດ​ຕິດ​ແປດ​ລະ​ດັບ​ສຸດຍອດ​ຂອງ​ອາ​ເມ​ຣິ​ກາ ທີ່​ໄດ້​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ຂອງ​ຕົນ ເພື່ອ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ. ເພາະ​ວ່າ, ໃນ​​ການ​ລາຍ​ງານ​ຂ່າວ​​ຂອງ​ສື່ມວນ​ຊົນກ່ຽວ​ກັບວຽກ​ງານ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ຈະ​ເຫັນ​ຊື່​ຂອງ​ທ່ານ​ຈົ່ງ​ນານ​ສ່ານ ແລະ ທ່ານ​ອັນ​ໂທ​ນີ ຟາວ​ຊີ ເລື້ອຍໆ.

ແຕ່​ໜ້າ​ເສຍ​ດາຍ​ນັ້ນ​ກໍ​ຄື: ໃນ​ຂະ​ນະ​ທີ່​ທ່ານ​ຈົ່ງ​ນານ​ສ່ານ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ຊອບ​ຈາກ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຈີນ, ທ່ານ​ອັນ​ໂທ​ນີ ຟາວ​ຊີ ​ຜູ້ທີ່​ໄດ້​ອຸ​ທິດ​​ເຫື່ອ​ແຮງ​ແລະ​ສະ​ຕິ​ປັນ​ຍາ​ຂອງ​ຕົນ​ເພື່ອ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຢູ່​ອາ​ເມ​ຣິ​ກາ​ນັ້ນ, ພັດ​ປະ​ສົບ​ກັບ “​ໄພ​ຂົ່ມ​ຂູ່​​ຊີ​ວິດ”. ຜູ້​ຊ່ຽວ​ຊານ​ສອງ​ທ່ານ​ດັ່ງ​ກ່າວ​ລ້ວນ​ແຕ່​ໄດ້​ອຸ​ທິດ​​ເຫື່ອ​ແຮງ​ແລະ​ສະ​ຕິ​ປັນ​ຍາຂອງ​ຕົນ ເພື່​ອ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ແຕ່​​ຖາ​ນະ​ຊື່​ສຽງ​ຂອງ​ສອງ​ທ່ານ ຄື​ທ່ານ​ຈົ່ງ​ນານ​ສ່ານ​ຢູ່​ຈີນ ແລະ ທ່ານ​ອັນ​ໂທ​ນີ ຟາວ​ຊີ ຢູ່​ອາ​ເມ​ຣິ​ກາ ພັດ​ແຕກ​ຕ່າງ​ກັນຫຼາຍ​ແທ້ໆ!

ນີ້​ກໍ​ຍ້ອນ​ວ່າ: ລັດ​ຖະ​ບານ​ຈີນ​​ໄດ້​ຖື​ເອົາສຸ​ຂະ​ພາບ​ທາງ​ຮ່າງ​ກາຍ​ແລະຄວາມ​ປອດ​ໄພ​​ດ້ານ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຢູ່​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ, ແຕ່​ກົງ​ກັນ​ຂ້າມ, ທຳ​ນຽບ​ຂາວ​ອາ​ເມ​ຣິ​ກາ​ພັດ​ໄດ້​ຫັນ​ບັນ​ຫາ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ເປັນ​ບັນ​ຫາ​ການ​ເມືອງ, ບໍ່​ພຽງ​ແຕ່​​ມີ​ຄວາມ​​ລະ​ແວງ​ສົງ​ໄສ​ຊ້ຳ​ແລ້ວ​ຊ້ຳ​ອີກ​ຕໍ່​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ດ້ານ​ວິ​ທະ​ຍາ​ສາດ, ຍັງ​ໄດ້​ກ່າວ​ຕຳ​ໜິວຽກ​ງານ​ຂອງ​ທ່ານ​ອັນ​ໂທ​ນີ ຟາວ​ຊີ ແລະ ຜູ້​ຊ່ຽວ​ຊານ​ທ່ານ​ອື່ນໆ. ທ່າ​ທີ​ຝືນ​ວິ​ທະ​ຍາ​ສາດ​ຂອງ​ທຳ​ນຽບ​ຂາວ, ກໍ​ແມ່ນ​ຕົ້ນ​ກຳ​ເນີດ​ຂອງ​ປາ​ກົດ​ການ​ທີ່​ແປກ​ປະຫຼາດ​ດັ່ງ​ກ່າວ. ສິ່ງ​ທີ່​ເປັນ​ໜ້າ​ຊົມ​ເຊີຍ​ນັ້ນ​ແມ່ນ, ຍັງ​ມີ​ຊາວ​ເນັດ​ອາ​ເມ​ຣິ​ກາ​ທີ່​ມີ​ສະ​ຕິ​ສຳ​ປະ​ຊັນ​ຍະ​ຈຳ​ນວນ​ໜຶ່ງໄດ້​ສະ​ໜັບ​ສະ​ໜູນ​ທ່ານ​ອັນ​ໂທ​ນີ ຟາວ​ຊີ ໂດຍ​ກ່າວ​ວ່າ: ທ່ານ​ອັນ​ໂທ​ນີ ຟາວ​ຊີ ເປັນ “ວິ​ລະ​ຊົນ​ພຽງ​ຜູ້​ດຽວ” ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່ອາ​ເມ​ຣິ​ກາ​ໃນ​ຄັ້ງ​ນີ້, ພວກ​ເຮົາ​ກໍ​ຫວັງ​ວ່າ, ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ຈະ​ສາ​ມາດ​ຈົດ​ຈຳ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ອັນ​ໂທ​ນີ ຟາວ​ຊີ​ໄວ້​ຕະຫຼອດ​ໄປ!

 

ຄຳ​ເຫັນ

0