何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ຕ້ອງ​ສ້າງ​ຄວາມ​ສາມາດ​ໃຫ້​ເຂັ້ມ​ແຂງ​ໃນ​ການ​ປ້ອງ​ກັນ​ໄພ​ທຳ​ມະ​ຊາດ

2020-08-19 15:11:10 CRI

ຕອນ​ບ່າຍ​ວັນ​ທີ 18 ສິງຫາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ທີ່​ພວມ​ສຳ​ຫຼວດກວດ​ເບິ່ງ​ວຽກ​ງານ​ຢູ່​ແຂວງ​ອ່ານ​ຮຸ່ຍ ​ໄດ້​ໄປ​ກວດ​ເບິ່ງ​ເຂດ​ໂພນ​ສູງ​ຊີ່​ທຽນ​ໂພ​ບ້ານ​ລີ້​ມິນ​ຕາ​ແສງ​ຊາວ​ຈີ​ທີ່ຢູ່​ໃນ​ເຂດ​ອ່າງ​ເກັບ​ກັກ​ນໍ້າ​ເມີງ​ວາ ຂອງ​ນະຄອນ​ຟູ​ຢາງ​ແຂວງ​ອ່ານ​ຮຸ່ຍ, ທ່ານ​ຍ່າງ​ຕາກ​ແດດ​ກ້າ ລົງ​ພື້ນ​ທີ່​ການ​ຜະລິດ​ກະສິກຳ, ​ໄປ​ຢ້ຽມຢາມ​ປະຊາຊົນ​ຜູ້​ປະສົບ​ໄພ​ທັງຫຼາຍ.

 

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ຕ້ອງ​ສ້າງ​ຄວາມ​ສາມາດ​ໃຫ້​ເຂັ້ມ​ແຂງ​ໃນ​ການ​ປ້ອງ​ກັນ​ໄພ​ທຳ​ມະ​ຊາດ_fororder_08191

 

ພວກ​ຊາວບ້ານ​ບອກ​ກັບ​ທ່ານ​ສີ​ຈິ້ນຜິ​ງວ່າ: “​ໃນ​ໄລຍະ​ເກັບ​ກັກ​ນໍ້າ​ໃນ​ຍາມ​ນໍ້າ​ຂຶ້ນ, ຄົນ​ທັງຫຼາຍ​ກໍ​ອາ​ໄສ​ຢູ່​ນີ້, ​ໄຟຟ້າ​ມີ​ບໍ່​ຂາດ,ນໍ້າ​ມີ​ສະໜອງ​ໃຫ້​ຄື​ເກົ່າ, ​ເຄື່ອງ​ໃຊ້​ປະຈຳ​ວັນ​ກໍ​ໄດ້​ມີ​ຄົນ​ເອົາ​ມາ​ສົ່ງ​ໃຫ້. ປະຈຸ​ບັນ, ​ເຂດ​ນໍ້າ​ຖ້ວມ​ໄດ້​ບົກ​ລົງ​ແລ້ວ, ດຽວ​ນີ້​ພວມ​ຂຸ້ນຂ້ຽວ​ປູກ​ພືດ​ຄືນ​ໃໝ່, ນໍ້າ​ບົກ​ລົງ​ໄປ​ຮອດ​ບ່ອນ​ໃດ, ການ​ປູກ​ພືດ​ຄືນ​ໃໝ່​ໄປ​ເຖິງ​ບ່ອນ​ນັ້ນ. ຂໍ​ໃຫ້​ທ່ານ​ເຊື່ອ​ໃຈ​ເດີ!”ທ່ານ​ສີ​ຈິ້ນ​ຜິ​ງ​ເວົ້າ​ດ້ວຍ​ຄວາມ​ດີ​ໃຈ​ວ່າ: “ຂ້າ​ພະ​ເຈົ້າ​ໄດ້​ເອົາ​ໃຈ​ໃສ່​ປະຊາຊົນ​ຢູ່​ເຂດ​ປະສົບ​ໄພ​ມາ​ໂດຍ​ຕະຫຼອດ, ​ເພື່ອ​ເຫັນ​ວ່າ: ການ​ຜະລິດ ​ແລະ ການ​ດຳລົງ​ຊີວິດ​ຂອງ​ພີ່ນ້ອງ​ປະຊາຊົນ​ມີ​ການ​ຮັບປະກັນ ​ແລະ ມີ​ຄວາມ​ຫວັງ​ໃໝ່, ຂ້າພະ​ເຈົ້າ​ກໍ​ຮູ້ສຶກ​ໂລ່ງ​ໃຈ​ແລ້ວ.”

 

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ຕ້ອງ​ສ້າງ​ຄວາມ​ສາມາດ​ໃຫ້​ເຂັ້ມ​ແຂງ​ໃນ​ການ​ປ້ອງ​ກັນ​ໄພ​ທຳ​ມະ​ຊາດ_fororder_08192

 

​ເມື່ອ​ເຫັນ​ວ່າ​ຖະໜົນ​ຢູ່​ທ້ອງ​ຖິ່ນ​ແຫ່ງ​ນັ້ນ​ມີ​ຄວາມ​ສະອາດ, ການ​ດຳລົງ​ຊີວິດ​ຂອງ​ຊາວບ້ານ​ໄດ້​ຟື້ນ​ຟູ​ຄືນ​ຢ່າງ​ເປັນ​ລະບຽບ​ຮຽບຮ້ອຍ, ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: “ປະຊາ​ຊາດ​ພວກ​ເຮົາ​ສາມາດ​ຕ້ານ​ກັບ​ໄພ​ທຳ​ມະ​ຊາດ​ມາ​ເປັນ​ເວລາ​ຫຼາຍ​ພັນ​ປີ​ແລ້ວ, ອີ​ກົ່ງ​ຍ້າຍ​ພູຜາ, ຕ້າ​ອີ​ດັດ​ແປງ​ບັນຫານໍ້າ​ຖ້ວມ, ​ແຕ່​ພວກ​ເຮົາ​ຍັງ​ຕ້ອງ​ສູ້​ຊົນ​ຕໍ່​ໄປ​ອີກ. ການ​ສູ້​ຊົນ​ນີ້​ບໍ່​ແມ່ນ​ເປັນ​ປໍ​ລະ​ປັກ​ກັນ​ກັບ​ທຳ​ມະ​ຊາດ, ​ແຕ່​ຫາກ​ແມ່ນ​ຄົນ​ກັບ​ທຳ​ມະ​ຊາດ​ຢູ່​ຮ່ວມ​ກັນ​ຢ່າງ​ກົມກຽວ​ຫຼາຍ​ກວ່າ​ເກົ່າ, ຕ້ອງ​ສອດຄ່ອງ​ກັບ​ກົດ​ເກນ​ທຳ​ມະ​ຊາດ, ຈຶ່ງ​ຈະ​ສາມາດ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ກົດ​ເກນ​ທຳ​ມະ​ຊາດ​ໄດ້​ດີ​ຂຶ້ນ. ພ້ອມ​ກັນ​ນັ້ນ, ພວກ​ເຮົາ​ຍັງ​ຕ້ອງ​ສ້າງ​ຄວາມ​ສາມາດ​ໃຫ້​ເຂັ້ມ​ແຂງກວ່າເກົ່າໃນການປ້ອງກັນໄພທຳມະຊາດ.”

ຄຳ​ເຫັນ

0