刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​: “ຊົນ​ຊາດ​ທີ່​ມີ​ຄວາມ​ຫວັງ​ຂາດ​ວິ​ລະ​ຊົນ​ບໍ່​ໄດ້, ປະ​ເທດ​ທີ່​ມີ​ອະ​ນາ​ຄົດ​ຂາດຜູ້​ນຳ​ໜ້າ​ພາ​ທາງບໍ່​ໄດ້.”

2020-09-03 17:29:48 cri

ວັນ​ທີ 3 ກັນ​ຍານີ້​ແມ່ນ​ວັນ​ລະ​ນຶກໄຊ​ຊະ​ນະ​ຂອງສົງ​ຄາມ​ປະ​ຊາ​ຊົນ​ຈີນ​ຕໍ່​ຕ້ານ​ຟາ​ຊິດ​ຍີ່​ປຸ່ນ ກໍ່​ຄື ສົງ​ຄາມ​ຕ້ານ​ຟາ​ຊິດ​ໂລກ​ໄດ້​ຮັບ​ໄຊ​ຊະ​ນະ​ຄົບ​ຮອບ 75 ປີ. ຕອນ​ເຊົ້າ​ມື້​ດຽວ​ກັນ, ທ່ານ​ສີ​ຈິ້ນ​ຜິງ ພ້ອມ​ກັບ​ຜູ້​ນຳ​ພັກ​ແລະ​ລັດ​ທ່ານ​ອື່ນໆ​ໄດ້​ເດີນ​ທາງ​ໄປ​ເຖິງ​ຫໍ​ລະ​ນຶກ​ສົງ​ຄາມ​ປະ​ຊາ​ຊົນ​ຈີນ​ຕໍ່​ຕ້ານ​ຟາ​ຊິດ​ຍີ່​ປຸ່ນ​ທີ່​ແຄມ​ຂົວ​ລູ​ໂ​ກ່ວ​ ທີ່​ຕັ້ງ​ຢູ່ຊານ​ເມືອງ​ເບື້ອງ​ຕາ​ເວັນ​ຕົກ​ຂອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ, ​ໂດຍ​ໄດ້​ຮ່ວມ​ກັບ​ຜູ້​ຕາງ​ໜ້າ​ວົງ​ການ​ຕ່າງໆ​ຂອງ​ນະ​ຄອນຫຼວງ​ປັກ​ກິ່ງວາງ​ກະ​ຕ່າ​ດອກ​ໄມ້ ​​ເພື່ອ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ແລະ​ຈາ​ລຶກ​​ເຖິງຄຸນ​ງາມ​ຄວາມ​ດີ​ຂອງວິ​ລະ​ຊົນ​ຜູ້​ເສຍ​ສະ​ຫຼະ​ຊີ​ວິດໃນ​ການ​ຕໍ່​ຕ້ານ​ຟາ​ຊິດ​ຍີ່​ປຸ່ນ.

ຢູ່​ໃນ​ຈຸດ​ເວ​ລາ​ຂອງປະ​ຫວັດ​ສາດ​ນີ້, ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກິດ​ຈະ​ກຳ​ລະ​ນຶກ​ເຖິງ​ເຫດ​ການ​ດັ່ງ​ກ່າວ​ຢ່າງ​ເຄັ່ງ​ຂຶມ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນວ່າ: ຈີນ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ມີ​ຄວາມເດັດ​ດ່ຽວ​ໜຽວ​ແໜ້ນ​ເພື່ອ​​ຈື່​ຈຳ​ເຫດ​ການປະ​ຫວັດ​ສາດ​ແລະ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ. ແຕ່​ການ​ທີ່​ຈື່​ຈຳ​ປະ​ຫວັດ​ສາດບໍ່​ແມ່ນ​ເພື່ອ​ສືບ​ຕໍ່​ສ້າງ​ຄວາມອາ​ຄາດ​ບາດ​ໝາງ​ກັນ ​ແຕ່​ຫາກແມ່ນ​ເປັນ​ການ​ເຕືອນ​ສະ​ຕິ​ໃຫ້​ກັບ​ລຸ້ນ​ຫຼັງ ເພື່ອ​​ຂຽນ​ປະ​ຫວັດ​ສາດ​ໜ້າ​ໃໝ່ ແລະ​ສືບ​ທອດ​ພາ​ລະ​ກິດ​ສ້າງສັນ​ຕິ​ພາບ​ໃຫ້​ກັບ​ທຸກ​ເຊັ່ນ​ຄົນ. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: “ຊົນ​ຊາດ​ທີ່​ມີ​ຄວາມ​ຫວັງ​ຂາດ​ວິ​ລະ​ຊົນ​ບໍ່​ໄດ້, ປະ​ເທດ​ທີ່​ມີ​ອະ​ນາ​ຄົດ​ຂາດຜູ້​ນຳ​ໜ້າ​ພາ​ທາງບໍ່​ໄດ້.” ໃນຫຼາຍ​ປີ​ມາ​ນີ້, ຈີນ​ໄດ້​ກຳ​ນົດ​ວັນ​ສຳ​ຄັນ​ຕ່າງໆໃຫ້​ເປັນ​ກົດ​ໝາຍ ເຊັ່ນ: ວັນ​ລະ​ນຶກ​ສົງ​ຄາມ​ປະ​ຊາ​ຊົນ​ຈີນ​ຕໍ່​ຕ້ານ​​ຟາ​ຊິດຍີ່​ປຸ່ນ, ວັນ​ລະນຶກ​ເຖິງວິ​ລະ​ຊົນ​ຂອງ​ຊາດ​ແລະ​ວັນ​ລະ​ນຶກ​​ເຖິງຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ການສັງ​ຫານ​ໂຫດ​ໝູ່​ນານ​ກິ່ງ, ​ທັງ​ໄດ້ຈັດ​ກິ​ດ​ຈະ​ກຳລະ​ນຶກ​ຂະ​ໜາດ​ໃຫຍ່ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ອາ​ໄລ​ອາ​ວອນ​ຕໍ່​ຜູ້ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ ແລະ​​ສະ​ແດງຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ວິ​ລະ​ຊົນ​ຂອງ​ປະ​ເທດ​ຊາດ, ທັ​ງ​ເປັນ​ການປຸກ​ລະ​ດົມ​ຂົນ​ຂວາຍ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ໃຫ້​ຜ່ານ​ຜ່າ​ຟ້າ​ຝົນ​ລົມ​ແດງ​ດ້ວຍ​ຄວາມ​ສາ​ມັກ​ຄີ​​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ ແລະ​​ເຕົ້າ​ໂຮມກຳ​ລັງ​ແຮງ​ອັນ​ໃຫຍ່ຫຼວງ​ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ​ປະ​ເທດ​ຊາດກ້າວ​ເດີນ​ໄປ​ສູ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ.

ສົງ​ຄາມ​ເໝືອນ​ດັ່ງ​ແວ່ນ​ແຍງ​ອັນ​ໜຶ່ງ ທີ່​ສາ​ມາດ​ເຮັດ​ໃຫ້​ທຸກ​ຄົນ​ຮັບ​ຮູ້​ເຖິງ​ຄຸນຄ່າ​​ອັນ​ປະ​ເສີດຂອງ​ສັນ​ຕິ​ພາບ​ຢ່າງ​ຈະ​ແຈ້ງ. ກິດ​ຈະ​ກຳ​ລະ​ນຶກ​ດັ່ງ​ກ່າວກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມໝັ້ນ​ໃຈ​ທີ່​ເດັດ​ດ່ຽວ​ຂອງ​ຈີນ​ເພື່ອ​ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ​​ຊຸກ​ຍູ້​​ພາ​ລະ​ກິດ​ອັນ​ສູງ​ສົ່ງ​ແຫ່ງສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ.

图片默认标题_fororder_微信图片_20200903170234_副本

 

ຄຳ​ເຫັນ

0