何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈາກ “5 ຕ້ອງຍຶດໝັ້ນ” ຮອດ “5 ເດັດ​ຂາດ​ບໍ່​ຍອມ​ຮັບ”ຄວາມ​ເວົ້າ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ມີ​ຄວາມ​ເຂັ້ມ​ແຂງແລະໜັກ​ແໜ້ນ​ພິ​ເສດ!

2020-09-05 15:32:11 CRI

图片默认标题_fororder_09051

 

ວັນ​ທີ 3 ກັນ​ຍາ​ນີ້, ໃນກອງປະຊຸມ​ສຳ​ມະ​ນາ ເພື່ອ​ລະ​ນຶກ​ເຖິງໄຊ​ຊະ​ນະ​ຂອງ​ສົງ​ຄາມ​ຕໍ່​ຕ້ານ​ຟາ​ດຊິດ​ຍີ່​ປຸ່ນ​ແລະ ​ໄຊ​ຊະ​ນ​ະ​ຂອງ​ສົງ​ຄາມ​ຕໍ່​ຕ້ານ​ຟາ​ຊິດ​ໂລກ​​ຄົ​ບ​ຮອບ 75ປີ, ທ່ານ​ສີ​ຈິ້ນ​ຜິງ​ໄດ້ປະ​ກອບຄຳ​ເຫັນ​ທີ່​ສຳ​ຄັນ, ໂດຍ​ກ່າວ​ເນັ້ນ​ວ່າ​ຕ້ອງ​ສືບ​ທອດແລະເຊີດ​ຊູ້ຈິດ​ໃຈ​ອັນ​ຍິ່ງ​ໃຫຍ່ໃນ​ການ​ຕໍ່​ຕ້​ານ​ຟາ​ດ​ຊິດ​ຍີ່​ປຸ່ນ, ບຸກບືນສູ້​ຊົນ​ເພື່ອ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ທີ່ຈະ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ, ຕ້ອງ​ຍຶດ​ໝັ້ນ​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ຕ້ອງ​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ຕ້ອງ​ຍຶດ​ໝັ້ນ​ໂດຍຖື​ເອົາປະ​ຊາ​ຊົນ​ເປັນ​ໃຈ​ກາງ, ຕ້ອງ​ຍຶດ​ໝັ້ນ​ຈິດ​ໃຈ​ຕໍ່​ສູ້,ຕ້ອງ​ຍຶດ​ໝັ້ນການ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ.

 

图片默认标题_fororder_09052

 

ພັກ​ການ​ເມືອງໃດ​ໜຶ່ງ​ຈະ​ມີ​ຄຳ​ຕອບ​ແນວ​ໃດ​ຕໍ່​ຄຳ​ຖາມ​ທີ່​ວ່າ “ພວກເຮົາແມ່ນ​ໃຜ, ເພື່ອໃຜແລະອາ​ໄສ​ໃຜ”, ເຊິ່ງໄດ້ພົວ​ພັນ​ເຖິງ​ທາດ​ແທ້ຂອງ​ພັກ​ການ​ເມືອງນັ້ນ​, ເປັນການ​ຕັດ​ສິນ​ຊາ​ຕາ​ກຳ​, ຄວາມ​ຈະ​ເລີນຮຸ່ງເຮືອງຫຼືລົ້ມເຫຼວ​ຂອງ​ພັກ​ການ​ເມືອງ​ນັ້ນ. ການ​ຍຶດ​ໝັ້ນ​ໃນການຖື​ເອົາປະ​ຊາ​ຊົນ​ເປັນ​ໃຈ​ກາງ, ກໍ​ແມ່ນ​ຄຳ​ຕອບ​ທີ່​ໜັກ​ແໜ້ນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຕໍ່​ບັນ​ຫາ​ພື້ນ​ຖານ​ດັ່ງ​ກ່າວ.

 

ຈາກ “5 ຕ້ອງຍຶດໝັ້ນ” ຮອດ “5 ເດັດ​ຂາດ​ບໍ່​ຍອມ​ຮັບ”ຄວາມ​ເວົ້າ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ມີ​ຄວາມ​ເຂັ້ມ​ແຂງແລະໜັກ​ແໜ້ນ​ພິ​ເສດ!_fororder_09053

 

ວັນ​ທີ 3 ກັນ​ຍາ​ນີ້, ໃນ​ເວ​ລາ​ປະ​ກອບ​ຄຳ​ເຫັນ​ໃນກອງປະຊຸມ​ສຳ​ມະ​ນາ ເພື່ອ​ລະ​ນຶກ​ເຖິງໄຊ​ຊະ​ນະ​ຂອງ​ສົງ​ຄາມ​ຕໍ່​ຕ້ານ​ຟາ​ດຊິດ​ຍີ່​ປຸ່ນ​ແລະ ​ໄຊ​ຊະ​ນ​ະ​ຂອງ​ສົງ​ຄາມ​ຕໍ່​ຕ້ານ​ຟາ​ຊິດ​ໂລກ​​ຄົ​ບ​ຮອບ 75ປີ. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ​ພັກ​ກອມ​ມູ​ນິດ​ຈີນ​ແລະ​ປະ​ຊາ​ຊົນ​ຈີນ​ໄດ້​ເຕີບ​ໃຫຍ່​ແລະ​ຂະ​ຫຍາຍ​ຕົວ​​ໃນ​ຂະ​ບວນ​ການ​ຕໍ່​ສູ້, ຈິດ​ໃຈ​ຕໍ່​ສູ້​ໄດ້​ສອດ​ຫ້ອຍຢູ່​ທຸກ​ໄລ​ຍະ​ຂອງ​ການ​ປະ​ຕິ​ວັດ​,ການ​ສ້າງ​ສາ ແລະ​ການ​ປະ​ຕິ​ຮູບ​ຂອງ​ຈີນ.ການ​ຕໍ່​ສູ້​ຂອງ​ຊາວ​ພັກ​ກອມ​ມູ​ນິດ​ຈີນ​ແມ່ນ​ມີ​ແນວ​ທາງ,ມີຫຼັກ​ໝັ້ນ​ແລະ​ມີຫຼັກ​ການ, ທິດ​ທາງ​ລວມ​ກໍ​ແມ່ນ​ການຍຶດ​ໝັ້ນ​ການ​ນຳ​ພາ​ຂອງ​ພັກ​ກ​ອມ​ມູ​ນິດ​ຈີນ​ແລະ​ລະ​ບອບ​ສັງ​ຄົມ​ນິ​ຍົມຈີນ​ຢ່າງ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ.ບໍ່​ວ່າ​ຈະ​ເປັນ​ບຸກ​ຄົນ​ໃດ,ອິດ​ທິ​ກຳ​ລັງ​ໃດ​ກໍ​ຕາມ​ທີ່​ມີເຈດ​ຕະ​ນາ​ຢາກ​ບິດ​ເບືອນ​ປະ​ຫວັດ​ສາດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ໃສ່​ຮ້າຍ​ປ້າຍ​ສີທາດ​ແທ້​ແລະ​ຈຸດ​ປະ​ສົງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ຊາ​ຊົນ​ຈີນຈະ​ບໍ່​ຍອມ​ຮັບ​ເດັດ​ຂາດ! ບໍ່​ວ່າ​ຈະ​ເປັນ​ບຸກ​ຄົນ​ໃດ,ອິດ​ທິ​ກຳ​ລັງ​ໃດ​ກໍ​ຕາມ​ທີ່​ເຈດ​ຕະ​ນາ​ຢາກ​ບິດ​ເບືອນ​ແລະ​ປ່ຽນ​ແປງ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ປະ​ຕິ​ເສດ​ແລະ​ໃສ່​ຮ້າ​ຍ​ປ້າຍ​ສີ​ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊົນ​ຈີນ​ໃນ​ການ​ສ້າງ​ສາ​ສັງ​ຄົມ​ນິ​ຍົມ, ປະ​ຊາ​ຊົນ​ຈີນ​ຈະ​ບໍ່​ຍອມ​ຮັບ​ເດັດ​ຂາດ! ບໍ່​ວ່າ​ຈະ​ເປັນ​ບຸກ​ຄົນ​ໃດ,ອິດ​ທິ​ກຳ​ລັງ​ໃດ​ກໍ​ຕາມ​ທີ່ມີ​ເຈດ​ຕະ​ນາ​ຢາກແບ່ງ​ແຍກ​ ແລະ ສ້າງຄວາມເປັນປໍລະປັກກັນລະຫວ່າງພັກ​ກອມ​ມູ​ນິດ​ຈີນ​ກັບ​ປະ​ຊາ​ຊົນ​ຈີນ​, ປະ​ຊາ​ຊົນ​ຈີນຈະ​ບໍ່​ຍອມ​ຮັບ​ເດັດ​ຂາດ!ບໍ່​ວ່າ​ຈະ​ເປັນ​ບຸກ​ຄົນ​ໃດ,ອິດ​ທິ​ກຳ​ລັງ​ໃດ​ກໍ​ຕາມ​ທີ່​ມີເຈດ​ຕະ​ນາ​ຢາກໃຊ້ວິ​ທີ​ຂົ່ມ​ເຫັງ​ແບບ​ລັດ​ທິ​ເຈົ້າ​ອຳ​ນາດ​ເພື່ອ​​ບັງ​ຄັບ​ໃຫ້​ຈີນຍອມ​ເຮັດ​ຕາມ​ເຈດ​ຈຳ​ນົງ​ຂອງ​ຕົນ, ​ຢາກປ່ຽນ​ແປງ​ທິດ​ທາງກ້າວ​ເດີນ​ໄປ​ໜ້າ​ຂອງ​ຈີນແລະ​ກີດ​ຂວາງ​​ການ​ສຸມ​ຄວາມ​ພະ​ຍາ​ຍາມຂອງປະຊາຊົນຈີນ​ເພື່ອ​ສ້າງ​ຊີ​ວິດ​ທີ່​ດີ​ງາມ​ຂອງ​ຕົນ,ປະ​ຊາ​ຊົນຈີນຈະ​ບໍ່​ຍອມ​ຮັບ​ເດັດ​ຂາດ!ບໍ່​ວ່າ​ຈະ​ເປັນ​ບຸກ​ຄົນ​ໃດ,ອິດ​ທິ​ກຳ​ລັງ​ໃດ​ກໍ​ຕາມ​ທີ່ມີ​ເຈດ​ຕະ​ນາ​ຢາກທຳ​ລາຍ​​ສິດແຫ່ງ​ການ​ດຳ​ລົງ​ຊີ​ວິດ​ແລະ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຂອງ​ປະ​ຊາ​ຊົນ​ຈີນ,ທຳ​ລາຍ​​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ຈີນ​ກັບ​ປະ​ຊາ​ຊົນ​ປະ​ເທດ​ອື່ນໆ, ທຳ​ລາຍ​ພາ​ລະ​ກິດ​​ສັນ​ຕິ​ພາບ ແລະ​ການ​ພັດ​ທະ​ນາ​ອັນ​ສູງ​ສົ່ງຂອງ​ມວນ​ມະ​ນຸດ,ປະ​ຊາ​ຊົນຈີນຈະ​ບໍ່​ຍອມ​ຮັບ​ເດັດ​ຂາດ!

 

ຈາກ “5 ຕ້ອງຍຶດໝັ້ນ” ຮອດ “5 ເດັດ​ຂາດ​ບໍ່​ຍອມ​ຮັບ”ຄວາມ​ເວົ້າ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ມີ​ຄວາມ​ເຂັ້ມ​ແຂງແລະໜັກ​ແໜ້ນ​ພິ​ເສດ!_fororder_09054

 

ຈາກ “5 ຕ້ອງຍຶດໝັ້ນ” ຮອດ “5 ເດັດ​ຂາດ​ບໍ່​ຍອມ​ຮັບ”ຄວາມ​ເວົ້າ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ມີ​ຄວາມ​ເຂັ້ມ​ແຂງແລະໜັກ​ແໜ້ນ​ພິ​ເສດ!_fororder_09055

 

ຄຳ​ເຫັນ

0