覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງແຫ່ງ​ຍຸກ: ຈຸດ​ເດັ່ນ​ຂອງບົດ​ປະ​ກອບ​ຄຳ​ເຫັນ​ຂອງ​ທ່ານ​ສີ​ຈີ້ນ​ຜິງ​ໃນ​ພິ​ທີ​ເປີດ​ງານ​ຕະຫຼາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ 2020

2020-09-08 10:40:59 cri


 

ຕອນ​ຄ່ຳ​ວັນ​ທີ 4 ກັນ​ຍາ​2020ນີ້, ງານ​ຕະຫຼາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ 2020 ໄດ້​ໄຂ​ຂຶ້ນຢ່າງ​ດີ​ງາມ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ປະ​ກອບ​ຄຳ​ເຫັນ​ຜ່ານ​ທາງວິ​ດີ​ໂອໃນ​ພິ​ທີ​ເປີດ​ງານ​ຄັ້ງ​ນີ້.ການ​ທີ່​ຈັດ​ກິດ​ຈະ​ກຳ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ສາ​ກົນ​ຄັ້ງສຳ​ຄັນ​ດ້ວຍ​ຮູບ​ການ​ທັງ​ອ໋ອນ​ລາຍ​ແລະ​ອອ​ຟ​ລາຍ​ແບບ​ນີ້ ຖື​ວ່າ​ເປັນ​ເທື່ອ​ທຳ​ອິດ​ນັບ​ແຕ່​ເກີດ​​ມີສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ- 19 ເປັນ​ຕົ້ນ​ມາ  ເຊິ່ງ​ເປັນ​ງານ​ມະ​ຫາ​ກຳ​ຄັ້ງ​ຍິ່ງ​ໃຫຍ່​ທີ່​ຕ່າງ​ກັບ​ທຸກ​ຄັ້ງ​ທີ່​ຜ່ານ​ມາ ໂດຍ​ເປັນ​ການສ້າງ​ໂອ​ກາດ​ທ່າມ​ກາງວິ​ກິດ​ການ. ໃນ​ເວ​ລາ​ປະ​ກອບ​ຄຳ​ເຫັນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສົ່ງ​ສັນ​ຍານ​ອັນ​ຈະ​ແຈ້ງ.
 

ສີ​ແສງແຫ່ງ​ຍຸກ: ຈຸດ​ເດັ່ນ​ຂອງບົດ​ປະ​ກອບ​ຄຳ​ເຫັນ​ຂອງ​ທ່ານ​ສີ​ຈີ້ນ​ຜິງ​ໃນ​ພິ​ທີ​ເປີດ​ງານ​ຕະຫຼາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ 2020_fororder_服贸会1
 

ຕອນ​ຄ່ຳ​ວັນ​ທີ 4 ກັນ​ຍາ​2020ນີ້, ງານ​ຕະຫຼາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ 2020 ໄດ້​ໄຂ​ຂຶ້ນຢ່າງ​ດີ​ງາມ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ປະ​ກອບ​ຄຳ​ເຫັນ​ຜ່ານ​ທາງວິ​ດີ​ໂອໃນ​ພິ​ທີ​ເປີດ​ງານ​ຄັ້ງ​ນີ້.

 

    ງານ​ຕະຫຼາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນປີ 2020 ເປັນ​ງານ​ວາງ​ສະ​ແດງ​ສັງ​ລວມ​ລະ​ດັບ​ຊາດ,ລະ​ດັບ​ສາ​ກົນ​ພຽງ​ງານ​ດຽວ​ໃນ​ຂົງ​ເຂດ​ການ​ຄ້າ​ການ​ບໍ​ລິ​ການ​ຂອງ​ຈີນ. ໃນ​ເວ​ລາ 20 ໂມງ​ຂອງ​ວັນ​ທີ 4 ກັນ​ຍາ2020 ເຊິ່ງ​ເປັນ​ມື້​ເປີດ​ງານ​ໄດ້​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າ​ກາ​ນ​ບໍ​ລິ​ການ​ທົ່ວ​ໂລກ ໂດຍ​ໄດ້​ເຊື້ອ​ເຊີນ ຜູ້​ນຳ​, ບຸກ​ຄົນ​ສຳ​ຄັນ​ທາງ​ການ​ເມືອງ​ຂອງ​ຕ່າງ​ປະ​ເທດ, ຜູ້​ຮັບ​ຜິດ​ຊອບ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ຜູ້​ຮັບ​ຜິດ​ຊອບຂອງ 500 ບໍ​ລິ​ສັດ​ຊັ້ນ​ຍອດ​ຂອງ​ໂລກກ​​ກໍ​ຄື ວິ​ສາ​ຫະ​ກິດ​ ນຳ​ໜ້າ​ໃນ​ຂະ​ແໜງ​ການ​ດັ່ງ​ກ່າວ​ເຂົ້າ​ຮ່ວມ.
 

ສີ​ແສງແຫ່ງ​ຍຸກ: ຈຸດ​ເດັ່ນ​ຂອງບົດ​ປະ​ກອບ​ຄຳ​ເຫັນ​ຂອງ​ທ່ານ​ສີ​ຈີ້ນ​ຜິງ​ໃນ​ພິ​ທີ​ເປີດ​ງານ​ຕະຫຼາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ 2020_fororder_服贸会2
 

ຕອນ​ຄ່ຳ​ວັນ​ທີ 4 ກັນ​ຍາ​2020ນີ້, ງານ​ຕະຫຼາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ 2020 ໄດ້​ໄຂ​ຂຶ້ນຢ່າງ​ດີ​ງາມ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ.

 

 ງານ​ຕະ​ຫຼາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​​ໄດ້ຈັດ​ຂຶ້ນ​ໃນ​ປີ 2012, ມາ​ຮອດ​ປັດ​ຈຸ​ບັນ​ໄດ້​ຈັດ​ຂຶ້ນ​ຢ່າງ​ສຳ ເລັດ​ຜົນ​ມາ​ແລ້ວ 6 ຄັ້ງ. ສຳ​ລັ​ບ​ງານ​ຕະຫຼາດ​ນັດ​ການ​ຄ້າ​ກາ​ນ​ບໍ​ລິ​ການ​ສາ​ກົນ​ປີ​ນີ້​ມີ​ວິ​ສາ​ຫະ​ກິດ,​ສະ​ຖາ​ບັນ​ຈຳ​ນວນ 18.000 ແຫ່ງ​ແລະຜູ້​ເຂົ້າ​ຮ່ວມ 1ແສນ​ຄົນ​ຈາກ 148 ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກລົງ​ທະ​ບຽນ​ສະ​ເໜີ​ຊື່​ເຂົ້າ​ຮ່ວມງານ. ໃນ​ນີ້, ແຂກ​ຜູ້​ມີ​ກຽດ​ແລະ​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ​ຕົ້ນ​ຕໍ​ແມ່ນ​ເຂົ້າ​ຮ່ວມ​ດ້ວຍ​ວິ​ທີ​ອ໋ອນ​ລາຍ,  ສ່ວນ​ຫົວ​ໜ່ວຍ​ທຸ​ລະ​ກິດ​ປະ​ເພດ​ຕ່າງໆ​ຂອງ​ຈີນ​ສ່ວນຫຼາຍ​ເຂົ້າ​ຮ່ວມ​ງານ​ໃນ​ສະ​ຖານ​ທີ່​ຈັດ​ງານ​ຕົວ​ຈິງຫຼື​ອອ​ຟ​ລາຍ.

ສີ​ແສງແຫ່ງ​ຍຸກ: ຈຸດ​ເດັ່ນ​ຂອງບົດ​ປະ​ກອບ​ຄຳ​ເຫັນ​ຂອງ​ທ່ານ​ສີ​ຈີ້ນ​ຜິງ​ໃນ​ພິ​ທີ​ເປີດ​ງານ​ຕະຫຼາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ 2020_fororder_服贸会3

ແຂກ​ຜູ້​ມີ​ກຽດ​ຂອງ​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ງານ​ດ້ວຍ​ຮູບ​ການ​ທາງ​ອ໋ອນ​ລາຍ.

​ໃນ​ເວ​ລາ​ທີ່​ງານ​ຕະຫຼາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ​ຈັດ​ຂຶ້ນ​ໃນເດືອນ​ພຶດ​ສະ​ພາ​ປີ 2019 ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ໄປ​ເຖິງ​ງານ​ຕະຫຼາດ​ນັດ. ປີ​ນີ້, ລະ​ດັບ​ຂອງ​ງານ​ຕະຫຼາດ​ນັດ​ໄດ້​​ຖືກຍົກ​ສູງ​ຂຶ້ນ​ຕື່ມ​ອີກ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ປະ​ກອບ​ຄຳ​ເຫັນ​ຜ່ານ​ທາງວິ​ດີ​ໂອ. ເຊິ່ງ​ຖື​ວ່າ​ເປັນ​ເທື່ອ​ທີ 5 ທີ່​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ປະ​ກອບ​ຄຳ​ເຫັນຫຼື​ກ່າວ​ຄຳ​ປາ​ໄສ​ໃນ​ກິດ​ຈະ​ກຳ​ລະ​ດັບ​ສາ​ກົນ​ທີ່​ມີ​ຄວາມ​ສຳ​ຄັນ​ໃນ​ລັກ​ສະ​ນະ​ນີ້ ນັບ​ຕັ້ງ​ແຕ່​ເກີດ​​ມີສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ.

 

 ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ງານ​ຕະຫຼາດ​ນັດ​ສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຈີນຫຼື​ງານ​ຕະຫຼາດ​ນັດ​ກວາງ​ໂຈ່ວ ເຊິ່ງ​ເປັນ​ງານ​ມະ​ຫາ​ກຳ​ການ​ຄ້າ​ທີ່​ມີ​ປະ​ຫວັດ​ສາດ​ດົນ​ນານ​ທີ່​ສຸດ​ຂອງ​ຈີນ​ໄດ້​ປ່ຽນ​ມາ​ຈັດ​ຂຶ້ນ​ຜ່ານ​ທາງ​ອິນ​ເຕີ​ເນັດ​ເປັນ​ເທື່ອ​ທຳ ອິດ​ໃນ​ເດືອນ​ມິ​ຖຸ​ນາ​ປີ​ນີ້. ສ່ວນ​ງານ​ຕະຫຼາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົ​ນ​ຈີນ​ຄັ້ງ​ນີ້​ແມ່ນ​ຈັດ​ຂຶ້ນ​ໂດຍ​ປະ​ສົມ​ປະ​ສານ​ຮູບ​ແບບ​ການ​ຈັດ​ງານ​ທາງອ໋ອນ​ລາຍ​ແລະ​ອອ​ຟ​ລາຍ. ພາຍ​ໃຕ້​ສະ​ພາບ​ການ​ໃນ​ປັດ​ຈຸ​ບັນ​ທີ່​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ຂອບ​ເຂດ​ທົ່ວ​ໂລກ​ຍັງ​ບໍ່​ທັນ​ໄດ້​​ຖືກຄວບ​ຄຸມ​ໄວ້​ໄດ້​ຢ່າງ​ຮອບ​ດ້ານ​​ເທື່ອນັ້ນ, ຈີນ​ໄດ້​ນຳ​ໜ້າ​ເປັນ​ປະ​ເທດທຳ​ອິດ​ໃນ​ການ​ຈັດ​​ກິດ​ຈະ​ກຳ​ລະ​ດັບ​ສາ​ກົນດ້ວຍ​ຮູບ​ການ​ດັ່ງ​ກ່າວ​ເຊິ່ງ​ລັກ​ສະ​ນະ​ນີ້​ມັນ​ບໍ່​ແມ່ນ​ເລື່ອງ​ງ່າຍ​ດາຍ. ຄັນ​ຊັ້ນ,ເປັນ​ຫຍັງ​ຈີນ​ຈິ່ງ​ຕັດ​ສິນ​ໃຈ​ຕ້ອງ​ຈັດ​ງານ​ຕະຫຼາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ?
 

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໃຫ້​ທັດ​ສະ​ນະ​ໃນ​ເວ​ລາ​ປະ​ກອບ​ຄຳ​ເຫັນ​ວ່າ: “ຈີນໄດ້​ສຸມ​ທຸກ​ຄວາມພະ​ຍາ​ຍາມ​ຜ່ານ​ຜ່າຄວາມຫຍຸ້ງຍາກຢ່າງຫຼວງຫຼາຍ​ເພື່ອຈັດກິດຈະກຳ​ທາງດ້ານເສດຖະກິດ-ການຄ້າສາກົນອັນຍິ່ງໃຫຍ່ຄັ້ງນີ້, ​ຈຸດ​ປະ​ສົງ​ກໍເພື່ອຮ່ວມກັບບັນດາ​ທ່ານ​ສຸມ​ຄວາ​ມ​ພະ​ຍາ​ຍາມ​ເພື່ອ​ຜ່ານ​ຜ່າຄວາມຫຍຸ້ງຍາກຮ່ວມກັນ, ​ແລະ​ຮ່ວມ​ກັນຊຸກຍູ້​ການ​ຄ້າການບໍລິການທົ່ວໂລກໃຫ້ຈະເລີນຮຸ່ງເຮືອງແລະຊຸກຍູ້ເສດຖະກິດໂລກໃຫ້ສາມາດຟື້ນຄືນໃໝ່ໂດຍໄວ.”
 

ການ​ຄ້າ​ການ​ບໍ​ລິ​ການ​ເປັນ​ຂົງ​ເຂດ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ສະ​ນັ້ນ, ຫາກ​ການ​ຄ້າ​ການ​ບໍ​ລິ​ການ​ໄດ້​ຮັບ​ການ​ພັດ​ທະ​ນາ​ໃຫ້​ຈະ​ເລີນ​ໄວ​ຂຶ້ນໜຶ່ງ​ມື້​, ເສດ​ຖະ​ກິດ​ໂລ​ກ​ກໍ​ຈະ​ສາ​ມາດ​ຟື້ນ​ຄືນ​ໄວ​ຂຶ້ນ​ໜຶ່ງ​ມື້​ເຊັ່ນ​ກັນ, ແລະ​ມີ​ຫວັງ​ຈະ​ສາ​ມາດຫຼຸດ​ຜ່ອນ​ຜົນ​ເສຍ​ຫາຍ​ອັນ​ເກີດ​ມາ​ຈາກສະ​ພາບ​ພະ​ຍາດ​ທີ່​ມີ​ຕໍ່​ເສດ​ຖະ​ະ​ກິດ​ສັງ​ຄົມ​ໄດ້.  ໃນ​ໄລ​ຍະ​ທີ່​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ຢ່າງ​ຂະ​ໜາດ​ໃຫຍ່​ໃນ​ທົ່ວ​ໂລກ, ການ​ບໍ​ລິ​ການ​ຕ່າງໆ​ເຊັ່ນ: ການ​ປິ່ນ​ປົວ​ທາງ​ໄກ,ການ​ສຶກ​ສາທາງ​ອ໋ອນ​ລາຍ, ​ເວ​ທີ​ແບ່ງ​ປັນຫຼືsharing platform​, ເຮັດ​ວຽກ​ທາງອ໋ອນ​ລາຍ, ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ​ແລະ​ອື່ນໆ​ໄດ້​ຖືກ​ນຳ​ໃຊ້​ຢ່າງກວ້າງ​ຂ​ວາງ ອັນ​ໄດ້​ເພີ່ມ​ກຳ​ ລັງ​ແຮງ​ໃໝ່​ໃນ​ການ​ຂັບ​ເຄື່ອນ​ການ​ເຕີບ​ໂຕ​​ຂອງ​ເສດ​ຖະ​ກິດ​ໂລກ.
 

ພາຍ​ໃຕ້​ສະ​ພາບ​ການ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ນັ້ນ, ໂລກ​ກຳ​ລັງ​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ ໂດຍ​ຜະ​ເຊີນ​ໜ້າ​ກັບ​ປັດ​ໄຈ​ທີ່​ບໍ່​ໝັ້ນ​ທ່ຽງ​ແລະ​ບໍ່​ແນ່ນອນ​ຍິ່ງຫຼາຍກວ່າ​ເກົ່າ. ຄັ້ນ​ຊັ້ນ, ການ​ຄ້າ​ການ​ບໍ​ລິ​ການ​ທົ່ວ​ໂລກ​ຄວນ​ເປີດ​ສະ​ພາບ​ການ​ໃໝ່​ແນວ​ໃດ? ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ເນັ້ນ​ມາ​ຫຼາຍ​ເທື່ອ​ແລ້ວ​ວ່າ: ຄວນ​ພະ​ຍາ​ຍາມ​​ສ້າງ​ໂອ​ກາດ​ໃໝ່​ທ່າມ​ກາງວິ​ກິດ​ການ ເພື່ອ​ບຸກ​ເບີກ​ສະ​ພາບ​ການ​ໃໝ່​ທ່າມ​ກາງ​ສະ​ຖາ​ນະ​ການ​ທີ່​ກຳ​ລັງ​ຜັນ​ແປ​ຢູ່. ຈຸດ​ນີ້​ກໍ​ເໝາະ​ໃຊ້​ກັບ​ການ​ຄ້າ​ການ​ບໍ​ລິ​ການ​ເຊັ່ນ​ກັນ. ໃນ​ເວ​ລາ​ປະ​ກອບ​​ຄຳ​ເຫັນໃນ​ພິ​ທີ​ເປີດ​ງານ​ຕະຫຼາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ2020ໃນ​ຕອນ​ຄ່ຳ​ຂອງວັນ​ທີ 4 ກັນ​ຍາ​, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ 3 ຂໍ້​ດັ່ງ​ນີ້ຄື:
 

ໜຶ່ງ: ຮ່ວມ​ກັນ​ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ຮ່ວມ​ມື​ທີ່​ເປີດກວ້າງ​ແລະ​ກວມ​ລວມ. ທ່ານ​ປະ​ທານ​ສີ​ຈິ້​ນ​ຜິງ​ກ່າວ​ວ່າ: ຂະ​ແໜງການການບໍລິການມີຈຸດພິເສດ​ສະ​ເພາະ​ເຊັ່ນ: ມີຊັບສິນໜ້ອຍ, ​ເນັ້ນປັດໄຈ​ອ່ອນ ແລະອື່ນໆ, ​ສະນັ້ນ ຍິ່ງຕ້ອງ​ການມີສະພາບແວດລ້ອມການພັດທະນາ​ຂອງ​ຂະ​ແໜງ​ການ​ທີ່ເປີດກວ້າງ, ໂປ່ງໃສ, ກວມລວມ ແລະບໍ່ຈຳແນກ, ​ທັງຍິ່ງຕ້ອງ​ການ​ໃຫ້ບັນດາປະເທດ​ສຸມຄວາມພະ​ຍາ​ຍາມຫຼຸດ​​ຜ່ອນອຸປະສັກທີ່ກີດຂວາງ“ຢູ່ຊາຍແດນ” ແລະ“ຫຼັງ​ຜ່ານຊາຍແດນ​ແລ້ວ”​ ທີ່​ເປັນການຈຳ​ກັດ​ການ​​ໄຫຼວຽນ​ຂອງ​ປັດ​ໄຈ​ຕ່າງໆເພື່ອຊຸກຍູ້ການເຊື່ອມຈອດກັນແບບຂ້າມຊາດ.

 

ສອງ: ຮ່ວມ​ກັນ​ສ້າງ​ກຳ​ລັງ​ຂັບ​ເຄື່ອນ​ຂອງ​ການ​ຮ່ວມ​ມື​ທີ່​ນຳ​ພາ​ໂດຍ​ການ​ປະ​ດິດ​ສ້າງ​ໃໝ່.ການພັດ​ທະ​ນາ​ຮູບ​ແບບ​ອຸດ​ສາ​ຫະ​ກຳ ໃໝ່​ແລະ​ຮູບ​ແບບ​ທຸ​ລະ​ກິດ​ໃໝ່​​ດ້ານການ​ຄ້າ​ການ​ບໍ​ລິ​ການ,​​ເຊິ່ງ​ບໍ່​ສາ​ມາດ​ປາ​ສະ​ຈາກ​ການ​ນຳ​ພາ​ຂອງ​ການ​ປະ​ດິດ​ສ້າງ​ໃໝ່​ໄດ້. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ພວກ​ເຮົາ​ຄວນ​ປະ​ຕິ​ບັດ​ງານ​ໄປ​ຕາມ​ທ່າ​ອ່ຽງ​ຂອງ​ການ​ຂະ​ຫຍາຍ​ຕົວ​ທີ່​ຫັນ​ເປັນ​ດິ​ຈີ​ຕອນ,ຫັນ​ເປັນ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ແລະ​ຫັນ​ເປັນ​ອັດ​ສະ​ລິ​ຍະ, ຮ່ວມ​ກັນ​ສຸມ​ກຳ​ລົງ​ເຂົ້າ​ໃນ​ການ​ລຶບ​ລ້າງ “​ຄວາມ​ແຕກ​ໂຕນ​ກັນດ້ານ​ດິ​ຈິ​ຕອນ” ( Digital Divide), ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ຂະ​ບວນ​ການ​ຫັນ​ເປັນ​ດິ​ຈິ​ຕອນ​ດ້ານ​ການ​ຄ້າ​ການ​ບໍ​ລິ​ການ.
 

ສາມ: ຮ່ວມ​ກັນ​ສ້າງ​ສະ​ພາບ​ການ​ຂອງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ພາຍໃຕ້ສະພາບເສດຖະກິດໂລກາພິວັດ, ເສດຖະກິດຂອງ​ບັນ​ດາປະເທດ​ໄດ້ເພິ່ງພາອາໄສເຊິ່ງກັນແລະກັນ, ຜົນປະໂຫຍດໄດ້ເຊື່ອມໂຍງເຂົ້າກັນ​ແບບບໍ່ເຄີຍມີມາກ່ອນ, ​ທ່ານ​ສີ​ຈິ້ນ​ຜິງ​ຊີ້​ໃຫ້​ເຫັນ​ວ່າ: ການທີ່ປະຕິບັດດີຕໍ່ກັນຢ່າງ ຈິງໃຈ, ການສ້າງຜົນປະໂຫຍດ​ໃຫ້​ທຸກ​ຝ່າຍແລະ ການຊົມໃຊ້ຮ່ວມກັນແມ່ນ​ວິ​ທີ​ຮັບ​ມື​ຂັ້ນພື້ນ​ຖານທີ່ສຸດ. ປະເທດຕ່າງໆຄວນເພີ່ມທະວີການ​ເຊື່ອມຕໍ່ການພັດທະນາ ການຄ້າການບໍລິການ,​ ປະດິດສ້າງ​ຮູບການຮ່ວມມື, ລົງເລິກຂົງເຂດການຮ່ວມມື, ເອົາໃຈໃສ່ການສ້າງຜົນປະໂຫຍດ​​ດ້ານການພັດທະນາຮ່ວມກັນ ໃຫ້ຫຼາຍເທົ່າທີ່ຈະ ຫຼາຍໄດ້, ​ພັດ​ທະ​ນາ​ການ​ຄ້າ​​ການ​ບໍ​ລິ​ການໃຫ້​ຂະ​ຫຍາຍ​ຕົວຂຶ້ນຢ່າງບໍ່ຢຸດຢັ້ງ.ໃນ​ຕະຫຼາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຄັ້ງ​ນີ້​ໄດ້​ກຳ​ ນົດ​ຫົວ​ຂໍ້​ວ່າ: “ກາ​ນ​ບໍ​ລິ​ການ​ທົ່ວ​ໂລກ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​ຊົມ​ໃຊ້​ຮ່ວມ​ກັນ” ເຊິ່ງ​ໄດ້​ຊີ້​ແຈງ​ທິດ​ທາງ​ດັ່ງ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ມາ​ຂ້າງ​ເທິງ​ນັ້ນ.
 

ຢູ່​ຈີນ, ໃນ​ຂົງ​ເຂດ​ການ​ຄ້າ​ສິນ​ຄ້າ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຊຽງ​ໄຮ້ແມ່ນ​ເນັ້ນ​ໃສ່​ການ​ນຳ​ເຂົ້າ, ງານ​ຕະຫຼາດ​ນັດ​ກວາງ​ໂຈ່ວ​ແມ່ນ​ເນັ້ນ​ໃສ່​ການ​ສົ່ງ​ອອກ, ສ່ວນ​ງານ​ຕະຫຼາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ປັກ​ກິ່ງ​ແມ່ນ​ເນັ້ນ​ໃສ່​ການ​ຄ້າ​ການ​ບໍ​ລິ​ການ. ເດືອນ​ພະ​ຈິກ​ປີ 2019, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຢືນ​ຢັນ​ໃນ​ພິ​ທີ​ເປີດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2 ວ່າ, ຈີນ​ຈະ​ຊຸກ​ຍູ້​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ,ການ​ຄ້າ​ສິນ​ຄ້າ​ແລະ​ການ​ຄ້າ​ກາ​ນ​ບໍ​ລິ​ການ​ໃຫ້​ພັດ​ທະ​ນາ​​ຢ່າງ​ກົມ​ກຽວກັນ.  ງານ​ຕະຫຼາດ​ນັດ​ການ​ຄ້​າ​ການ​ບໍ​ລິ​ການ​ສາ​ກົນ​ປັກ​ກິ່ງ​ກໍ​ເປັນ​ຂອດ​ສຳ​ ຄັນ​ຂອງ​ຍຸດ​ທະ​ສາດ​ນີ້.
 

   ງານ​ຕະຫຼາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ​ໄດ້​ກຳ​ນົດ​ເອົາ​ປັກ​ກິ່ງ​ເປັນ​ສະ​ຖານ​ທີ່​ຈັດ​ງານ. ປັກ​ກິ່ງ​ເປັນ​ຕົວ​ເມືອງ​ຈຸດ​ສຸມກວມ​ລວມ​ແຫ່ງ​ການ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຂະ​ແໜງ​ການ​ບໍ​ລິ​ການ​ແຫ່ງ​ທຳ​ອິດ​ຂອງ​ທົ່ວ​ປະ​ເທດ​ຈີນ ເຊິ່ງ​​ປັກ​ກິ່ງໄດ້​ຄົ້ນ​ຄວ້າ​ແລະ​ສ້າງ​​ນະ​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງເປັນ​ຜູ້​ທຳ​ອິດ​ໃນ​ທົ່ວ​ປະ​ເທດຫຼື​ປະ​ດິດ​ສ້າງ​ລະ​ບຽບ​ການຫຼາຍ​ປະ​ການ. ໃນປີ2019, ​ຂະ​ແໜງ​ການ​ການ​ບໍ​ລິ​ການ​ຂອງ​ປັກ​ກິ່ງ​ໄດ້​ກວມGDP ເຖິງ 83,5%, ເຊິ່ງ​ສູງກວ່າ​ລະ​ດັບ​ສະ​ເລ່ຍ​ຂອງ​ທົ່ວ​ປະ​ເທດ 29,6%.
 

ໃນ​ເວ​ລາ​ປະ​ກອບ​ຄຳ​ເຫັນ​ໃນ​ພິ​ທີ​ເປີດ​ງານ​ໃນ​ວັນ​ທີ 4 ກັນ​ຍາ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ປະ​ກາດ​ມາດ​ຕະ​ການ​ສຳ​ຄັນ​ຕ່າງໆ​ກ່ຽວ​ກັບ​ການ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ການ​ຄ້າ​ການ​ບໍ​ລິ​ການ,ເປີດກວ້າງ​ການ​ເປີດ​ປະ​ຕູ​ສູຸ່​ພາຍນອກ​​ດ້ານ​ການ​ຄ້າ​ການ​ບໍ​ລິ​ການ. ໃນ​ນີ້, ສິ່ງ​ທີ່​ໜ້າ​ສົນ​ໃຈ​ທີ່​ສຸດ​ກໍ​ແມ່ນ​ສະ​ໜັບ​ສະ​ໜູນ​​ໃຫ້ປັກ​ກິ່ງ​ສ້າງ​ຕັ້ງ​ເຂດ​ສາ​ທິດກວມ​ລວມ​ແຫ່ງ​ຊາດ​ໃນ​ການ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຂະ​ແໜງ​ການ​ບໍ​ລິ​ການ.

 

ທ່ານ​ສີ​ຈິ້ນ​ຜິງ​ຍັງ​ປະ​ກາດ​ວ່າ: ຈີນ​ຈະ​ສືບ​ຕໍ່​ຜ່ອນ​ຄາຍ​ເງື່ອນ​ໄຂ​ການ​ອະ​ນຸ​ມັດ​ໃຫ້​ເຂົ້າ​ເຖິງ​ຕະຫຼາດ​ຂອງ​ຂະ​ແໜງ​ການ​ບໍ​ລິ​ການ, ເປັນ​ເຈົ້າ​ການ​ເປີດກວ້າງ​ການ​ນຳ​ເຂົ້າ​ການ​ບໍ​ລິ​ການ​ທີ່​ມີ​ຄຸນ​ນະ​ພາບ​ດີ, ຈີນ​ສະ​ໜັບ​ສະ​ໜູນ​ການ​ສ້າງ​ຕັ້ງ​ສະ​ຫະ​ພາບ​ການ​ຄ້າ​ການ​ບໍ​ລິ​ການ​ທົ່ວ​ໂລກ, ເພີ່ມ​ທະ​ວີ​ການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນ​ຍາ, ຕັ້ງ​ໜ້າ​ຊຸກ​ຍູ້​ ​ເສດ​ຖະ​ກິດ​ດິ​ຈີ​ຕອນ, ຮ່ວມ​ກັນ​ຊົມ​ໃຊ້​ໝາກ​ຜົນ​ດ້ານ​ເສດ​ຖະ​ກິດ​ແລະ​ອື່ນໆ​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ຟົດ​ຟື້ນ.
 

  ມາດ​ຕະ​ການ​ເຫຼົ່າ​ນີ້​ໄດ້​ເຮັດ​ໃຫ້​ທົ່ວ​ໂລກ​​ໄດ້​ເຫັນ​ເຖິງ​ທ່າ​ທີ​ອັນ​ເດັດ​ດ່ຽວ​ໜຽວ​ແໜ້ນ​ຂອງ​ຈີນ​ອີກ​ຄັ້ງ​ໜຶ່ງຄື: ພວກ​ເຮົາ​ມີ​ຄວາມ​ເດັດ​ຂາດ​​ວ່າ​ຈະ​ບໍ່​ໃຫ້ສະ​ແສ​ທີ່​ຝືນ​ກັບ​ກະ​ແສ​ຂອງ​ຍຸກ​ສະ​ໄໝ​ແລະ​ອຸ​ປະ​ສັກ​ຕ່າງໆ​ເປັນ​ສິ່ງ​ຂັດ​ຂວາງ​ພວກ​ເຮົາ​ໄດ້, ຕ້ອງ​ຢືນ​ຢູ່​​ໃນ​ຝ່າຍທີ່​ຖືກ​ຕ້ອງ​​ກັບປະ​ຫວັດ​ສາດ, ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ. ມີ​ພຽງ​ແຕ່​ຮ່ວມ​ແຮງ​ຮ່ວ​ມ​ໃຈ​ກັນ,ເກາະ​ແຂນ​ກັນ​ກ້າວ​ເດີນ​ໄປ​ໜ້າ​ເທົ່າ​ນັ້ນ, ພວກ​ເຮົາ​ຈິ່ງ​ຈະ​ສາ​ມາດ​ພົ້ນ​ອອກ​ຈາກ​ໄລ​ຍະ​ທີ່​ຫຍຸ້ງ​ຍາກ​ລຳບາກ​ໃນ​ປະ​ຫວັດ​ສາດ​ຂອງ​ມະ​ນຸດ​ໃນ​ໄລ​ຍະ​ນີ້​ດ້ວຍ​ບາດ​ກ້າວ​ອັນ​ໜັກ​ແໜ້ນ​ໄດ້.

 

 

ຄຳ​ເຫັນ

0