何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ ກັບ ຄູ​ອາ​ຈານ

2020-09-09 22:56:42 CRI

 

ທ່ານ​ສີ​ຈິ້ນ​ຜິງ ກັບ ຄູ​ອາ​ຈານ_fororder_微信图片_20200909225503

ເນື່ອງ​ໃນ​ໂອ​ກາດ​ວັນ​ຄູ​ແຫ່ງ​ຊາດຂອງ​ຈີນ​​ໄດ້​ໝູນວຽນ​ມາ​ເຖິງ, ທ່ານ​ສີ​ຈິ້ນ​ຜິງໄດ້​ສົ່ງ​ສານ​ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ສຸດ​ໃຈ​ຕໍ່​ຄູ​ອາ​ຈານ​ອັນໄພ​ສານ​ ກໍ​ຄື​ພະ​ນັກ​ງານການ​ສຶກ​ສາ​ຂອງ​ທົ່ວ​ປະ​ເທດ​ຈີນ, ທັງ​ເນັ້ນ​ວ່າ ຢ່າ​ລືມ​ອຸ​ດົມ​ການ​ແຕ່​ຫົວ​ທີ​ທີ່​​ບຳ​ລຸງ​ສ້າງ​ຄົນ​ດ້ວຍ​ຄຸນ​ສົມ​ບັດ, ຈື່​ຈຳ​​ພາ​ລະ​ກຳ​​ໃນ​ການ​ບຳ​ລຸ​ງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ໃຫ້​ແກ່​ພັກ ແລະ ປະ​ເທດ​ຢ່າງ​ໜັກ​ແໜ້ນ, ປະ​ກອບ​ສ່ວນ​ໃໝ່​ໃຫຍ່ຫຼວງກວ່າ​ເກົ່າ​ຢ່າງ​ບໍ່​ຢຸດ​ຢັ້ງ.

 

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ທຸກ​ເທື່ອ​ເມື່ອ​ຮອດ​ວັນ​ຄູແຫ່ງ​ຊາດ, ທ່ານ​ສີ​ຈິ້ນ​ຜິງ​ຈະ​ໄປ​ຢ້ຽມ​ຢາມ​ຄູ​ອາ​ຈານ​ໃນ​ໂຮງ​ຮຽນ ຫຼື ສົ່ງ​ສານ​ສະ​ແດງ​ຄວາມ​ຊົມ​ເຊີຍເຖິງ​ຄູ​ອາ​ຈານ. ໃນ​ໄລ​ຍະ​ກ່ອນ​ວັນ​ຄູ​ແຫ່ງ​ຊາດ​ຂອງ​ຈີນ​ໃນ​ປີ 2016, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໄປຢ້​ຽມ​ຢ​າມ​ໂຮງ​ຮຽນ “1 ສິງ​ຫາ” ປັກ​ກິ່ງ ສະ​ຖານ​ທີ່​ທີ່​ທ່ານ​​ເຄີຍຮຽນ,​ເພື່ອ​ໄປ​ຢ້ຽມ​ຢາມ​ຄູ ແລະ​ນັກ​​ຮຽນ, ທັງ​​ໂອ້​ລົມສົນ​ທະ​ນາ​ກັບ​ຜູ້​ຕາງ​ໜ້າ​ຄູ ແລະ ນັກ​ຮຽນ. ໃນ​ການ​ສົນ​ທະ​ນາ, ທ່ານ​ສີ​ຈິ້ນ​ຜິງ​ເຄີຍ​ກ່າວ​ວ່າ, ຄູ​ອາ​ຈານ​ແມ່ນ​ອາ​ຊີບ​ໜຶ່ງ​ທີ່​ເກົ່າ​ແກ່​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​​ມວນມະ​ນຸດ, ​ທັງ​ແມ່ນ​ອາ​ຊີບ​ໜຶ່ງ​ທີ່​ຍິ່ງ​ໃຫຍ່ ແລະ ​ມີ​ກຽດ​ທີ່​ສຸດ.

 

ທ່ານ​ສີ​ຈິ້ນ​ຜິງ​ຍັງ​ໄດ້ເອີ່ຍ​ເຖິງ​ຄູ​ອາ​ຈານ​ຂອງ​ຕົນ, ທ່ານ​ກ່າວ​ວ່າ: “ຄູ​ອາ​ຈານຫຼາຍ​ທ່ານ​ເຄີຍ​ສອນ​ຂ້າ​ພະ​ເຈົ້າ, ຈົນ​ຮອດ​ປະ​ຈຸ​ບັນ​ຂ້າ​ພະ​ເຈົ້າ​ຍັງ​ສາ​ມາດ​ຈື່​ຈຳ​ໃບ​ໜ້າ​ຂອງ​ພວກ​ເພິ່ນ​ໄດ້​ຢູ່, ພວກ​ເພິ່ນ​ໄດ້​ສອນ​ຄວາມ​ຮູ້, ຫຼັກ​ການ​ແຫ່ງ​ຄວາມ​ເປັນ​ຄົນ, ເຮັດ​ໃຫ້​ຂ້າ​ພ​ະ​ເຈົ້າ​ໄດ້​ຮັບ​ຜົນ​ປະ​ໂຫຍດຫຼາຍ.”

 

ໃນ​ງານ​ສົນ​ທະ​ນາ, ຜູ້​ອຳ​ນວຍ​ການ​ໂຮງ​ຮຽນ “1 ສິງ​ຫາ​” ເວົ້າ​ວ່າ: ຍິນ​ດີ​ຕ້ອນ​ຮັບ​ທ່ານ​ຜູ້​ນຳ​ກັບ​ຄືນ​ສູ່​ໂຮງ​ຮຽນ. ທ່ານ​ສີ​ຈິ້​ນ​ຜິງ​ເວົ້າ​ວ່າ: “ເມື່ອ​ມາ​ຮອດ​ສະ​ຖານ​ທີ່​ແຫ່ງ​ນີ້​ກໍ​ບໍ່​ມີ​​ຄຳວ່າ ຜູ້​ນຳ​ອີກ​ແລ້ວ, ​ມີ​ແຕ່​ນັກ​ຮຽນ.”

 

ກ່ອນ​ທີ່​ຈະ​ຈັດ​ງານ​ສົນ​ທະ​ນາ, ທ່ານ​ສີ​ຈິ້ນ​ຜິງ​ຍັງ​ໄດ້ໄປ​ຢ້ຽມ​ຢາມ​ຄູ​ຂອງ​ຕົນ​ໃນ​ອະ​ດີດ. ທ່ານ​ສີ​ຈິ້ນ​ຜິງ​ເວົ້າ​ວ່າ, ເມື່ອ​ເຫັນ​ຄູ​ທຸກ​ທ່ານ​ຍັງ​ມີ​ສຸ​ຂະ​ພາບແຂງ​ແຮງ​ດີ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈ​ທີ່​ສຸດ. ໃນ​ເມື່ອ​ກ່ອນ ຄູ​ໄດ້​ຕັ້ງ​ມາດ​ຕະ​ຖານ​ສູງ​ຕໍ່​ພວກ​ຂ້າ​ພະ​ເຈົ້າ, ເມື່ອ​ຫວນ​ຄືນ​ໃນ​ອະ​ດີດ​ແລ້ວ, ຮູ້​ສຶກວ່າ​ໄດ້​ຮັບ​ຜົນ​ປະ​ໂຫຍດ​​ຈົນ​ຮອດ​ທຸກ​ມື້​ນີ້.

ຄູ​ຜູ້​ໜຶ່ງ​ເວົ້າ​ວ່າ: “ທ່ານ​ໄດ້​ນຳ​ເອົາ​ຄວາມ​ສຸກ​ມາ​ໃຫ້​ປະ​ຊາ​ຊົນ.”

ທ່ານ​ສີ​ຈິ້ນ​ຜິງ​ຕອບ​ວ່າ: “ແມ່ນ​ຄູ​ອາ​ຈານ​ໄດ້​ບຳ​ລຸງ​ສ້າງ​ພວກ​ຂ້າ​ພະ​ເຈົ້າ.”

   

ຄຳ​ເຫັນ

0