李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາຊຽນໃຫ້ຄວາມສຳຄັນຕໍ່ “ຂໍ້ລິເລີ່ມກ່ຽວກັບຄວາມປອດໄພດ້ານຂໍ້ມູນຂ່າວສານທົ່ວໂລກ” ທີ່ຈີນສະເໜີ

2020-09-10 16:13:01 ​cri

ວັນທີ 9 ກັນຍານີ້, ໃນເວລາເຂົ້າຮ່ວມກອງປະຊຸມລັດຖະມົນຕີອາຊຽນ-ຈີນ ຜ່ານທາງວິດີໂອ, ທ່ານວາງຢີ້, ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນກ່າວວ່າ: ປະຊາຄົມໂລກໄດ້ເອົາໃຈໃສ່ນຳຄວາມປອດໄພດ້ານຂໍ້ມູນຂ່າວສານໂດຍທົ່ວໄປ. ຈີນໄດ້ສະເໜີ “ຂໍ້ລິເລີ່ມກ່ຽວກັບຄວາມປອດໄພດ້ານຂໍ້ມູນຂ່າວສານທົ່ວໂລກ”, ໂດຍຮຽກຮ້ອງໃຫ້ປະເທດຕ່າງໆ ຮ່ວມກັນເພີ່ມທະວີການປ້ອງກັນຄວາມປອດໄພດ້ານຂໍ້ມູນຂ່າວສານ, ຈີນຍິນດີຮັບຟັງຄວາມຄິດເຫັນຂອງບັນດາປະເທດອາຊຽນ.

ທ່ານເຕວໂດໂຣ ໂລເຊນ, ລັດຖະມົນຕີກະຊວງການຕ່າງປະເທດຟິລິບປິນ ປະເທດປະສານງານການພົວພັນລະຫວ່າງອາຊຽນ-ຈີນ ໄດ້ຕາງໜ້າໃຫ້ອາຊຽນກ່າວວ່າ, “ຂໍ້ລິເລີ່ມກ່ຽວກັບຄວາມປອດໄພດ້ານຂໍ້ມູນຂ່າວສານທົ່ວໂລກ” ທີ່ຈີນສະເໜີອອກມານັ້ນ ໄດ້ສະແດງໃຫ້ເຫັນເຖິງຄວາມໄດ້ໃຫ້ຄວາມສຳຄັນຮ່ວມກັນຂອງປະເທດຕ່າງໆ, ບັນດາປະເທດອາຊຽນເອົາໃຈໃສ່ໃນລະດັບສູງ. ຄວາມປອດໄພດ້ານຂໍ້ມູນຂ່າວສານມີຄວາມສຳຄັນທີ່ສຸດຕໍ່ການພັດທະນາໃນອະນາຄົດຂອງປະເທດຕ່າງໆ ລວມທັງບັນດາປະເທດອາຊຽນ, ອາຊຽນຍິນດີເພີ່ມທະວີການຮ່ວມມືກັບຝ່າຍຈີນ ໃນດ້ານການຄຸ້ມຄອງບໍລິຫານດ້ານດີຈີຕອນແລະຄວາມປອດໄພ ທາງອິນເຕີເນັດທົ່ວໂລກ.

 

ຄຳ​ເຫັນ

0