刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ຊຽນ​ເນັ້ນ​ໜັກ​ໃຫ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ຕ້ານ​ກັບ​ພະ​ຍາດ​​ໂຄ​ວິດ-19 ​ແລະຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ຟື້ນ​ຄືນ​ໃໝ່

2020-09-11 12:01:00 cri

 

ວັນ​ທີ 9 ກັນ​ຍາ​ນີ້, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງການ​ຕ່າງ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ 53 ໄດ້​ຈັດ​ຂຶ້ນ​ຜ່ານ​ທາງວິ​ດີ​ໂອ. ອີງ​ຕາມ​ຖະ​ແຫຼງ​ການ​ຮ່ວມ​ທີ່​​ເຜີຍແຜ່​ໃນ​ວັນ​ທີ 10 ກັນ​ຍາ​ນີ້, ກອງ​ປະ​ຊຸມ​ໄດ້​ສະ​ເໜີ​ໃຫ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ໂດຍ​​ນຳໃຊ້​ມາດ​ຕະ​ການ​ຕ່າງໆ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ເປັນ​ຕົ້ນ​ແມ່ນ​ການ​ປະ​ຕິ​​ບັດ​ກອງ​ທຶນ​​ອາ​ຊຽນ​ເພື່ອ​ຮັບ​ມື​ກັບ​ພະ​ຍາດ​ໂຄວິດ-19 ແລະ​ອື່ນໆ, ສ້າງ​ແຜນ​ການ​ຟື້ນ​ຟູ​ອາ​ຊຽນ​ຢ່າງ​ຮອບ​ດ້ານ​ ເພື່ອ​ຊຸກ​ຍູ້​ໃຫ້ເສດ​ຖະ​ກິດ​ຟື້ນຄືນໃໝ່​ພາຍຫຼັງ​ສະ​ພາບ​ພະ​ຍາດ.

ຖະ​ແຫຼງ​ການ​ຍັງ​ລະ​ບຸ​ວ່າ: ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ບັນ​ດາ​ປະ​ເທດ​ທີ່​ຮ່ວມ​ປະ​ຊຸມ ຈະ​ພະ​ຍາ​ຍາມ​ເລັ່ງ​ລັດ​ຈັດ​ຕັ້ງ​ປະ​ຕິ​ບັດ​​ແຜນງານ​ຕ່າງໆ​ທີ່​ໄດ້​ຕົກ​ລົງ​ຮ່ວມ​ກັນ​ໃນ​ກອ​ງ​ປະ​ຊຸມ​​ສຸດຍອດ​ສະ​ໄໝ​ພິ​ເສດ​ຂອງ​ອາ​ຊຽນ​ເພື່ອຮັບ​ມື​ກັບ​ສະ​ພາບ​ພະ​ຍາດ​ໂຄ​ວິດ-19, ກອງ​ປະ​ຊຸມສະ​ໄໝ​ພິ​ເສດ​ຂອງ​​ຜູ້​ນຳ​ອາ​ຊຽນກັບຈີນ-ຍີ່​ປຸ່ນ-ສ.ເກົາຫຼີ​ເພື່ອ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ເຊິ່ງ​ໄດ້​ຈັດ​ຂຶ້ນ​ໃນ​ເດືອນ​ເມ​ສາ​ປີ​ນີ້ ແລະ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ​ 36 ທີ່​ໄດ້​ຈັດ​ຂຶ້ນ​ໃນ​ເດືອນ​ມິ​ຖຸ​ນາ​ຜ່ານ​ມາ​ນີ້.

ຄຳ​ເຫັນ

0