吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສປປ ລາວມີຜູ້ຕິດເຊື້ອເພີ່ມອີກ 1 ຄົນ

2020-09-11 14:53:42 CRI

ສປປ ລາວມີຜູ້ຕິດເຊື້ອເພີ່ມອີກ 1 ຄົນ

ວັນທີ 11 ກັນຍາ 2020 ຄະນະສະເພາະກິດຕອບໂຕ້ໂຄວິດ-19 ລະດັບຊາດໄດ້ລາຍງານວ່າມີຜູ້ຕິດເຊື້ອໂຄວິດ-19 ອີກ 1 ຄົນ ເປັນເພດຊາຍ, ອາຍຸ 29 ປີ, ສັນຊາດລາວ, ອາຊີບນັກກີລາກອງທັບ ເຊິ່ງມີປະຫວັດການເດີນທາງຄື ວັນທີ 8 ສິງຫາ ໄດ້ເດີນທາງພ້ອມກັບຄະນະໄດ້ຂຶ້ນຍົນໄປປະເທດຫວຽດນາມ ແລະຕໍ່ຍົນໄປປະເທດຣັດເຊຍ ເພື່ອແຂ່ງຂັນກີລາທາງການທະຫານຢູ່ທີ່ນັ້ນ.

 

ຄະນະສະເພາະກິດເວົ້າວ່າ: ກ່ອນຜູ້ກ່ຽວເດີນທາງອອກຈາກ ສປປລາວ ກໍ່ໄດ້ກວດເຊື້ອພະຍາດໂຄວິດ 1 ຄັ້ງ ແລະໃຫ້ຜົນລົບ. ວັນທີ 9 ສິງຫາ ຜູ້ກ່ຽວໄດ້ເດີນທາງຮອດຣັດເຊຍກໍ່ໄດ້ກວດເຊື້ອໂຄວິດອີກ 3 ຄັ້ງໃນເວລາຕ່າງກັນ ແຕ່ກໍ່ໃຫ້ຜົນລົບ ແລະຜູ້ກ່ຽວໄດ້ພັກອາໄສຢູ່ຄ້າຍທະຫານ ທີ່ປະເທດຣັດເຊຍ ຈົນຮອດວັນທີ 7 ກັນຍາ ໄດ້ເດີນທາງກັບປະເທດລາວ ແລະໄດ້ຜ່ານສາຍການບິນຫວຽດນາມອີກຄັ້ງ ແລະໄດ້ມາເຖິງປະເທດລາວໃນວັນທີ 8 ກັນຍາ ເຊິ່ງຜູ້ກ່ຽວໄດ້ຖືກສົ່ງໄປສູນກັກກັນໂຄວິດ-19 ທີ່ຫຼັກ 27 ແລະລາວກໍ່ໄດ້ປະຕິບັດຕາມມາດຕະການປ້ອງກັນໂຄວິດ-19 ຂອງສາທາລະນະສຸກຢ່າງເຂັ້ມງວດ. ຄະນະສະເພາະກິດຢືນຢັນຕື່ມວ່າ ໃນລະຫວ່າງການເດີນທາງ ແລະພັກອາໄສຢູ່ທີ່ນັ້ນແມ່ນມີກົດລະບຽບເຄັ່ງຄັດ ແລະໄດ້ປ້ອງກັນຕາມມາດຕະຖານສາກົນ.

ສປປ ລາວມີຜູ້ຕິດເຊື້ອເພີ່ມອີກ 1 ຄົນ

ມາເຖິງວັນທີ 9 ກັນຍາ ຜູ້ກ່ຽວກໍ່ໄດ້ຮັບການກວດຫາເຊື້ອໂຄວິດ-19 ແລະໃຫ້ຜົນລົບ, ວັນທີ 10 ກັນຍາ ໄດ້ຮັບການກວດເຊື້ອອີກຄັ້ງ ເຊິ່ງຕົວຢ່າງຜູ້ກ່ຽວໃຫ້ຜົນບວກ ກໍຄືຕິດເຊື້ອໂຄວິດ-19 ແລະໄດ້ນໍາສົ່ງໄປປິ່ນປົວຢູ່ໂຮງໝໍມິດຕະພາບ. ສ່ວນຜູ້ທີ່ມີຄວາມສ່ຽງທັງໝົດແມ່ນມີ 104 ຄົນ, ໃນນັ້ນແມ່ນພະນັກງານທະຫານທີ່ເດີນທາງມາພ້ອມກັນ ແລະຄົນຂັບລົດຂົນສົ່ງ ເຊິ່ງທັງໝົດໄດ້ນໍາມາກວດຫາເຊື້ອໂຄວິດ-19 ແລ້ວແຕ່ໃຫ້ຜົນລົບ ແລະໄດ້ຖືກຕິດຕາມຕົວຕໍ່ໄປ.

 

ຄຳ​ເຫັນ

0