吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິ​ປິນ​ພົບ​ປະ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຈີນ

2020-09-12 11:42:05 CRI

    ຕອນ​ບ່າຍ​ວັນ​ທີ 11 ກັນ​ຍາ​ນີ້, ທ່ານ​ໂຣດ​ຣີ​ໂກ ດູ​ເຕີ​ເດ​ຣ ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ ໄດ້​ພົບ​ປະ​ທ່ານ​ເວີ້ຍ​ເຟີ້ງ​ເຮີ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ຈີນ​ຢູ່​ນະ​ຄອນ​ຫຼວງ​ມາ​ນີ​ລາ.

    ທ່ານ​ດູ​ເຕີ​ເ​ດ​ຣ​ກ່າວ​ວ່າ, ທ່ານ ພ້ອ​ມດ້ວຍ​ຄະ​ນະ​ເປັນ​ຄະ​ນະ​ຜູ້​ແທນ​ລະ​ດັບ​ສູງ​ຄະ​ນະ​ທຳ​ອິດ​ທີ່​ຢ້ຽມ​ຢາມ​ຟິ​ລິບ​ປິນ ນັບ​ແຕ່​ເກີດ​ພະ​ຍາດ​ໂຄວິດ-19 ມາ​ນີ້ ​ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ຈີນ​ເອົາ​ໃຈ​ໃສ່​ນຳ​ການ​ພົວ​ພັນ​ກັບ​ຟິ​ລິບ​ປິນ​ໃນ​ລະ​ດັບ​ສູງ. ການ​ຮັກ​ສາໃຫ້​ທະ​ເລ​ຈີນ​ໃຕ້​ມີ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ທ່ຽງ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ປະ​ເທດ​ຕ່າງໆ, ຫວັງ​ວ່າ ບັນ​ດາ​ປະ​ເທດ​ສາ​ມາດ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​​ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື​​ກັນ​ຢ່າງ​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ ບົນ​ພື້ນ​ຖານ​ທີ່​ເຄົາ​ລົບ​ ສາ​ກົນ ເພື່ອ​ພ້ອມ​ກັນ​ບັນ​ລຸ​ໃຫ້ທະ​ເລ​ຈີນ​ໃຕ້​ມີ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​​ຖາ​ວອນ.
    ທ່ານ​ເວີ້ຍ​ເຟີ້ງ​ເຮີ​ກ່າວ​ວ່າ, ມິດ​ຕະ​ພາບ​ຈີນ-ຟິ​ລິບ​ປິນ​ມີ​ມາ​ແຕ່​ບູ​ຮານ​ນະ​ການ. ​ກອງ​ທັບ​ຈີນ​ຍິນ​ດີ​ຮ່ວມ​​ມືກັບ​ກອງ​ທັບ​ຟິ​ລິບ​ປິນ​ຢ່າງ​ຕິດ​ແທດ​ຕົວ​ຈິງ​ ແລະ ​ແໜ້ນ​ແຟ້ນ. ການ​ຮັກ​ສາ​ທະ​ເລ​ຈີນ​ໃຕ້​ມີ​ສະ​ຖຽນ​ລະ​ພາບ​ເປັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ສອງ​ປະ​ເທດ​ຮ່ວມ​ກັນ, ​ສະ​ນັ້ນ ຄວນ​ຍຶດ​ໝັ້ນ​ໃຫ້​ປະ​ເທດ​ຂອງ​ພາກ​ພື້ນ​ແກ້​ໄຂ​ບັນ​ຫາ​ໃນ​ພາກ​ພື້ນ​ຕົ້ນ​ດ້ວຍ​ການ​ປຶກ​ສາ​ຫາ​ລື​ກັນ, ເພີ່​ມ​ທະ​ວີ​ການ​ແລກ​ປ່ຽນ​ ແລະ ການ​ປະ​ສານ​ງານ, ຄວບ​ຄຸມ​ຂໍ້​ຂັດ​ແຍ່ງ​ຢ່າງ​ເໝາະ​ສົມ, ພ້ອມ​ກັນ​ຮັກ​ສາ​ສັນ​ຕິ​ພາບ​ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ທະ​ເລ​ຈີນ​ໃຕ້.

ຄຳ​ເຫັນ

0