黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕົວ​ເລກ​ຂໍ້​ມູນ​ດ້ານການ​ຄ້າ​ສະ​ແດງ​ໃຫ້​ເຫັນ​ວ່າ​ເສດ​ຖະ​ກິດ​ຈີນ​ພວມ​ຟື້ນ​ຄືນ​ໃໝ່

2020-09-13 14:19:15 cri

ອົງ​ການ​ພາ​ສີຈີນ​ໄດ້​ເປີດ​ເຜີຍ​ຕົວ​ເລກຂໍ້​ມູນ​ດ້ານ​ການ​ຄ້າ​ຕໍ່​ຕ່າງ​ປະ​ເທດ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້​​ໂດຍສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ເດືອນ​ສິງ​ຫາ​ຜ່ານ​ມາ​ນີ້, ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ບັນ​ລຸ​ເຖິງ 2880 ຕື້ຢວນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ 6%. ຂ່າວ​ສານ​ລອຍ​ເຕີ​ຂອງ​ອັງ​ກິດ​ລາຍ​ງານ​ວ່າ, ຕົວ​ເລກ​ຂໍ້​ມູນ​ດ້ານ​ການ​ຄ້າ​ຕໍ່​ຕ່າງ​ປະ​ເທດ​ຂອງ​ຈີນ​ໃນ​ເດືອນ​ສິງ​ຫາ​ປີ​ນີ້​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່, ໄດ້​ລື່ນ​ກາຍ​ການ​ຄາດ​​ຄະ​ເນ, ແລະໄດ້​ສ້າງ​ສະ​ຖິ​ຕິ​ທີ່​ມູນ​ຄ່າ​ສົ່ງ​ອອກ​ຕໍ່​ເດືອນ​ເພີ່ມ​ຂຶ້ນ​ໄວ​ທີ່​ສຸດ​ໃນ​​ຮອບໜຶ່ງ​ປີ​ເຄິ່ງ​ຜ່ານ​ມາ.

ອົງ​ການ​​ພາ​ສີ​ຈີນ​ຊີ້​ໃຫ້​ເຫັນ​ວ່າ, ໃນ​ເດືອນ​ສິງ​ຫາ​ແລ້ວ​ນີ້​ລວມ​ທັງ​ໝົດ​ແລ້ວ​ຈີນໄດ້​ສົ່ງ​ອອກ​ສິນ​ຄ້າ 1650 ຕື້ຢວນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 11,6%, ມູນ​ຄ່າ​ນຳ​ເຂົ້າ​ບັນ​ລຸ​ເຖິງ 1230 ຕື້ຢວນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ຫຼຸດ​ລົງ 0,5%. ໃນ 8 ເດືອນ​ຕົ້ນ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ແລະ​ນຳ​ເຂົ້າ​ສິນ​ຄ້າ​ທີ່​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ບັນ​ລຸ​ເຖິງ 20050 ຕື້ຢວນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັ​ນ​ຂອງ​ປີ​ຜ່ານ​ມາ​ໄດ້ຫຼຸດ​ລົງ 0,6%, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ເດືອນ​ກໍ​ລະ​ກົດ​ແລ້ວ​ນີ້ອັດ​ຕາ​ຫຼຸດ​ລົງ​​ໄດ້ຫຼຸດ​ລົງ 1,1%. ອັດ​ຕາ​ເພີ່ມ​ຂຶ້ນ​ຂອງ​ມູນ​ຄ່າ​ສົ່ງ​ອອກ​ສິນ​ຄ້າ​ໃນ​ເດືອນ​ສິງ​ຫາ​ແລ້ວ​ນີ້​ແມ່ນໄວ​ທີ່​ສຸດ​ນັບ​ແຕ່​ເດືອນ​ມີ​ນາ​ປີ​​ກາຍ​ນີ້​ເປັນ​ຕົ້ນ​ມາ.

ຂ່າວ​ສານ​ລອຍ​ເຕີ​ຍັງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ, ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ເປັນ 3 ເດືອນ​​ຕິດຕໍ່​ກັນ. “ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ​ຈີນ​ເພີ່ມ​ຂຶ້ນ​ຢ່າງ​ແຂງ​ແຮງ​ໝາຍ​ຄວາມ​ວ່າ​ເສດ​ຖະ​ກິດ​ຈີນ​​ຈະ​ຟື້ນ​​ຟູດ້ວຍ​ບາດ​ກ້າວ​ທີ່​ໄວ​ກວ່າ​ເກົ່າ​ແລະ​ໝັ້ນ​ທ່ຽງ​ກວ່າ​ເກົ່າ, ນີ້​ຕົ້ນ​ຕໍ​ຍ້ອນ​ວ່າ​ລັດ​ຖະ​ບານ​ຈີນ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ກະ​ຕຸ້ນ​ເສດ​ຖະ​ກິດ​.”

ຄຳ​ເຫັນ

0