黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ສຳ​ເລັດ​ການ​ເຈາະ​ອຸ​ໂມງ​ມິດ​ຕະ​ພາບ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວ

2020-09-13 14:18:45 cri

ວັນ​ທີ 13 ກັນ​ຍາ​ນີ້, ອຸ​ໂມງ​ມິດ​ຕະ​ພາບ​ຂອງ​ທາງ​ລົດ​ໄຟລາວ-ຈີນ​ທີ່​ກຸ່ມ​ບໍ​ລິ​ສັດວິ​ສະ​ວະ​ກຳ 2 ​ທາງ​ລົດ​ໄຟຈີນ​ຈຳ​ກັດ​ໄດ້​ສຳ​ເລັດ​ການ​ເຈາະ​ອຸ​ໂມງໃຫ້​ຊອດ, ອຸ​ໂມງ​ດັ່ງ​ກ່າວ​ຕັ້ງ​ຢູ່​ຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ-ລາວ, ແມ່ນ​ອຸ​ໂມງ​ຂ້າມ​ຊາດ​ທີ່​ເຊື່ອມ​ຕໍ່​ສອງ​ປະ​ເທດ. ການ​ສຳ​ເລັດ​ເຈາະ​ອຸ​ໂມງ​ມິດ​ຕະ​ພາບ, ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​​ຍ່າງ​ອີກບາດ​ກ້າວ​ໜຶ່ງ​ທີ່​ໝັ້ນ​​ຄົງ.

ອຸ​ໂມງ​ມິດ​ຕະ​ພາບ​ແມ່ນ​ອຸ​ໂມງ​ຂ້າມ​ຊາດ​ພຽງແຫ່ງ​ດຽວ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວ, ​ຍາວທັງ​ໝົດ9,59 ກິ​ໂລ​ແມັດ, ໃນ​ນັ້ນ​ມີ 7,17 ກິ​ໂລ​ແມັດ​ຢູ່​ດິນ​ແດນ​ຈີນ, ແລະ​ອີກ 2,42 ກິ​ໂລ​ແມັດ​ຢູ່​ດິນ​ແດນ​ລາວ, ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ທັງ​ສອງ​ປະ​ເທດ​ຈີນ-ລາວ, ອຸ​ໂມງ​ດັ່ງ​ກ່າວ​​ຈຶ່ງໄດ້​ຕັ້ງ​ຊື່ວ່າ​ອຸ​ໂມງ​ມິດ​ຕະ​ພາບ.

ທາງ​ລົດ​ໄຟ​ຈີນ-ລາວ​ເລີ່ມ​ສ້າງ​ຂຶ້ນ​ໃນ​ເດືອນ​ທັນ​ວາ​ປີ 2016, ຄາດ​ວ່າ​ຈະ​ສ້າງ​ສຳ​ເລັດ​ໃນ​ທ້າຍ​ປີ 2021. ພາຍ​ຫຼັງ​ທາງ​ລົດ​ໄຟ​ດັ່ງ​ກ່າວ​ສ້າງ​ສຳ​ເລັດ​ແລ້ວ, ​ເມື່ອຂີ່​ລົດ​ໄຟ​ຈາກ​ນະ​ຄອນ​ຄຸນ​ມິງ​ຂອງ​ຈີນໃນ​ຕອນຄ່ຳ​​ກໍ​ສາ​ມາດໄປ​ເຖິງ​ນະ​ຄອນ​ຫຼວງວຽງ​ຈັນ​ຂອງ​ລາວ​​ໃນ​ຕອນ​ເຊົ້າ​ມື້​ທີ 2.

ຄຳ​ເຫັນ

0