尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານອາເມຣິກາ​ຂາດ​ດຸນ​ງົບ​ປະ​ມານສູງເຖິງ 3.000 ຕື້ໂດລາສະຫະລັດ

2020-09-14 16:06:43 cri

ກະຊວງການເງິນອາເມຣິກາໄດ້ເຜີຍແຜ່ບົດລາຍງານໃນວັນທີ 11 ກັນຍານີ້ໂດຍສະແດງໃຫ້ເຫັນວ່າ: ໃນ 11 ເດືອນຂອງສົກ​ການ​ເງິນປີ 2020 (ຄືແຕ່ວັນທີ 1 ຕຸລາປີ 2019 ຫາວັນທີ 30 ກັນຍາປີ 2020), ການຂາດດຸນງົບປະມານຂອງລັດຖະບານອາເມຣິກາໄດ້ສູງເຖິງ 3.000 ຕື້ໂດລາສະຫະລັດ, ສູງກວ່າລະດັບໃນ​ໄລ​ຍະ​ດຽວ​ກັນ​ຂອງສົກ​ການ​ເງິນປີ 2009 ​ທີ່​ປະ​ສົບ​ກັບວິກິດການການເງິນ.
 

ຫ້ອງການງົບປະມານ​ຂອງ​ລັດ​ຖະ​ສະ​ພາອາເມຣິກາຄາດຄະເນວ່າ: ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ​ໄດ້ເຮັດໃຫ້ລາຍຮັບຂອງລັດຖະບານຕົກຕ່ຳລົງ​ແຕ່​ລາຍ​ຈ່າຍ​ເພີ່ມ​ຂຶ້ນ, ສະນັ້ນການຂາດດຸນງົບປະມານຂອງລັດຖະບານອາເມຣິກາໃນ​ສົກ​ການ​ເງິນປີ 2020 ຈະສູງເຖິງ 3.300 ຕື້ໂດລາສະຫະລັດ, ຫຼາຍກວ່າປີ 2019 3 ເທົ່າ​ກວ່າ; ການຂາດດຸນງົບປະມານຂອງລັດຖະບານໃນ​ສົກ​ການ​ເງິນປີ 2020 ຈະກວມ 16% ຂອງ GDP ຂອງ​ອາ​ເມ​ຣິ​ກາ, ເປັນ​ສະ​ຖິ​ຕິ​ທີ່​ສູງ​ສຸດ​ນັບ​ແຕ່​ປີ 1945 ເປັນ​ຕົ້ນ​ມາ; ​ສ່ວນ​ສົກ​ການ​ເງິນປີ 2021, ລະ​ດັບ​ໜີ້​ສິນ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຈະ​ສູງກວ່າ​​ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ(GDP).

ຄຳ​ເຫັນ

0