尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ແຂ່ງ​ຂັນ​ຊີງ​ຊະ​ນະ​ເລີດ​​ຂົວພາ​ສາ​ຈີນ​ຂອງນັກ​ຮຽນ​ມັດ​ທະ​ຍົມ​ໂລກ​ຢູ່​ຫວຽດ​ນາມສິ້ນສຸດລົງ​ແລ້ວ

2020-09-14 16:06:02 cri

ການ​ແຂ່ງ​ຂັນ​ຊີງ​ຊະ​ນະ​ເລີດ​​ຂົວພາ​ສາ​ຈີນ​​ຂອງນັກ​ຮຽນ​ມັດ​ທະ​ຍົມ​ໂລກ​ຄັ້ງ​ທີ 13 ທີ່ຈັດຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ​ຂອງ​ຫວຽດ​ນາມ​ໄດ້ສິ້ນສຸດລົງ​ແລ້ວໃນ​ວັນ​ທີ 13 ກັນ​ຍາ​ນີ້.  ທ້າວ ໜົງ​ຊາງ​ອ່ານ ນັກຮຽນຈາກ​ໂຮງ​ຮຽນ​ມັດ​ທະ​ຍົມ​ສາ​ມັນວິ​ຊາ​ການ​ແຂວງ​ໄທ​ຫງວຽນ​ໄດ້​ຮັບ​ຊີງ​ຊະ​ນະ​ເລີດ.
 

ການ​ແຂ່ງ​ຂັນ​ຄັ້ງ​ນີ້​ໄດ້​ແບ່ງ​ເປັນ 3 ຂັ້ນ​ຕອນ​ຄື: ການ​ກ່າວ​ປາ​ຖະ​ກະ​ຖາ​ພາຍ​ໃຕ້​ຫົວ​ຂໍ້ “ສະ​ແຫວງ​ຫາ​ຄວາ​ມ​ຝັນ​ພາ​ສາ​ຈີນ, ບໍ່​ເຮັດ​ໃຫ້ໄລຍະ​ເວ​ລາທີ່ສວຍງາມ​ເສຍ​ໄປ​ລ້າໆ”, ການສະແດງ​ຄວາມ​ສາ​ມາດ​ສະ​ເພາະ​ໂຕ​ດ້ານວັດທະນະທຳຈີນແລະການກ່າວຄຳປາ​ໄສ​ຢ່າງ​ເລັ່ງ​ດ່ວນ. ຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ສອງຂັ້ນຕອນທຳອິດຂອງການແຂ່ງຂັນໄດ້ດຳເນີນຜ່ານທາງວິດີໂອ, ສ່ວນຂັ້ນຕອນທີສາມໄດ້ດຳເນີນຜ່ານການສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ໃນ​ແບບ​ວິ​ດີ​ໂອ​ໂດຍ​ກົງ. ການແຂ່ງຂັນໄດ້ຈັດຂຶ້ນຢູ່ໃນສະໂມສອນຂອງມະຫາວິທະຍາໄລຮ່າ​ໂນ້ຍ ໂດຍ​ມີນັກຮຽນຈາກໂຮງຮຽນມັດທະຍົມ 6 ແຫ່ງຢູ່ຫວຽດນາມທັງໝົດ 12 ຄົນເຂົ້າຮ່ວມ.
 

ທ່ານ ເພີງຊື້ຖວນ ທີ່ປຶກສາດ້ານວັດທະນະທຳຂອງສະຖານທູດຈີນປະຈຳຫວຽດນາມກ່າວວ່າ: ນັກຮຽນມັດທະຍົມແມ່ນອະນາຄົດຂອງສອງປະເທດ, ການຮຽນພາສາຈີນສາມາດຊ່ວຍເຂົາເຈົ້າເຂົ້າໃຈວັດທະນະທຳອັນເປັນມູນເຊື້ອຂອງຈີນ​ໄດ້ດີກວ່າເກົ່າ, ເພື່ອປະກອບສ່ວນເຂົ້າໃນການ​ແລກ​ປ່ຽນ​ການໄປມາຫາສູ່ກັນ​ບົນ​ຈິດ​ໃຈມິດຕະພາບລະຫວ່າງສອງປະເທດ.

ຄຳ​ເຫັນ

0